ທ່ານ ຫງວຽນ ຊວນຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ລາໜ້າທີ່ ພາຍຫລັງດຳລົງຕຳແໜ່ງໄດ້ 1 ປີ ກັບ 8 ເດືອນ

 ແຫຼ່ງຂ່າວຈາກ VNEXPRESS ໃຫ້ຮູ້ວ່າ: ວັນທີ 17 ມັງກອນ 2023, ສູນກາງພັກກອມມູນິດຫວຽດ ນາມ ເຫັນດີຕາມຈຸດປະສົງສະເໜີຂອງທ່ານ ຫງວຽນຊວນຟຸກ ເພື່ອຢຸດການດຳລົງຕຳແໜ່ງກຳມະການກົມການເມືອງສູນກາງພັກ, ຄະນະບໍລິຫານງານສູນກາງພັກສະໄໝທີ 13, ປະທານປະເທດ, ປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄລຍະ 2021-2026. ພາຍຫຼັງກອງປະຊຸມ, ຄະນະບໍລິຫານງານສູນກາງພັກໄດ້ຕີລາຄາສູງວ່າ: ທ່ານ…