ຕົວເລກຜູ້ຕິດເຊື້ອຕົວຈິງ ມີສູງກວ່າລາຍງານ ຍ້ອນຫລາຍຄົນກວດ ແລະ ປິ່ນປົວດ້ວຍຕົນເອງ
ວັນທີ 23 ມີນາ 2022 ນີ້ ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມພະຍາດຕິດຕໍ່ ໄດ້ຖະແຫລງຂ່າວວ່າ: ໂຕເລກລາຍງານໃນແຕ່ລະວັນເປັນພຽງສ່ວນໜື່ງຂອງຜູ້ຕິດເຊື້ອທັງໝົດ ທີ່ມາກວດຢູ່ຕາມສະຖານທີ່ບໍລິການສາທາລະນະສຸກ ແຕ່ຍັງມີຫລາຍຄົນໄດ້ຊື້ເຄື່ອງກວດແບບໄວມາກວດດ້ວຍຕົນເອງ ແລະ ປີ່ນປົວຢູ່ເຮືອນ ສຳລັບຜູ້ທີ່ມີເງື່ອນໄຂໃນການຕິດຕາມປີ່ນປົວຕົນເອງຢູ່ເຮືອນຄື: – ຕ້ອງມີຫ້ອງແຍກປ່ຽວສະເພາະແຍກຈາກຄົນອື່ນ –…