ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ພັດທະນາເສດຖະກິດດິຈີຕອນເປັນປາຍແຫລມ
ວັນທີ 5 ເມສາ 2022 ຢູ່ຫໍປະຊຸມແຫ່ງຊາດ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເນັ້ນໃຫ້ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານຊຸດໃໝ່ຍົກສູງຄວາມຮັບຜິດຊອບການເມືອງ, ເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດສະມາຊິກພັກ ແລະ ພະນັກງານ ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ XI…