ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອວຍພອນເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025
¬ ບັນດາທ່ານ ທີ່ນັບຖື ¬ ຫຼານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2025 ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນດ້ວຍຫຼາຍຮູບການ. ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ…