ຄວາມເປັນມາຂອງບຸນຫໍ່ເຂົ້າສະຫລາກ ປະເພນີທີ່ຫລາກຫລາຍຂອງພືດພັນທັນຍາຫານ
ບຸນຫໍ່ເຂົ້າສະຫລາກ ເປັນບຸນປະເພນີປາງໜຶ່ງໃນຮີດສິບສອງຂອງລາວເຮົາ, ເປັນປະເພນີທີ່ເຊື່ອວ່າເກີດຂຶ້ນໃນສະໄໝເຈົ້າສຸລິຍະວົງສາ. ປະເພນີນີ້ມີມາແຕ່ສະໄໝພຸດທະການ ໂດຍກ່າວກັນວ່າ ສະໄໝນັ້ນ, ພະ ສົງສາມະເນນໃນສຳນັກຂອງພະພຸດທະເຈົ້າມີຫລາຍ ເວລາອຸບາສົກ ອຸບາສິກາ ມາເຮັດບຸນຖວາຍສັງຄະທານໃຫ້ແກ່ພະສົງ ສ່ວນໃຫຍ່ໃຜໆກໍຢາກຖວາຍໃຫ້ແຕ່ພະພຸດທະເຈົ້າ. ດ້ວຍເຫດນີ້ ພະພຸດທະອົງຈິ່ງຊົງອະນຸຍາດໃຫ້ຈົກສະຫລາກເອົາຄືໃຫ້ພໍ່ອອກແມ່ອອກຈົກເອົາຊື່ຂອງພະສົງ ຖືກອົງໃດກໍເອົາເຄື່ອງໄປຖວາຍອົງນັ້ນ. ຕອນນັ້ນ, ຜູ້ທີ່ເປັນປະມຸກສູງສຸດຝ່າຍພະສົງກໍແມ່ນພະພຸດທະອົງ ແລະ ຜູ້ນ້ອຍສຸດແມ່ນສາມະເນນ ສັນຈິດຈະ,…