ການຂາຍເຄື່ອງກວມຂອບທາງຍ່າງເຂດເມືອງສີສັດຕະນາກ ສ່ວນຫລາຍແມ່ນຢູ່ຖະໜົນດົງປ່າລານ ເຊິ່ງປີຜ່ານມາແກ້ໄຂໄດ້ 97 ຮ້ານ
ວັນທີ 22 ກຸມພາ 2023, ທ່ານ ສິງຫາ ວົງພັກດີ ຫົວໜ້າຫ້ອງວ່າການເມືອງສີສັດຕະນາກ ລາຍງານວຽກງານພາຍໃນປີຜ່ານມາຕໍ່ກອງປະຊຸມປະຈຳປີ 2022 ຂອງຄະນະສະມາຊິກສະພາປະຊາຊົນ ນະຄອນຫລວງ ປະຈຳເຂດເລືອກຕັ້ງເມືອງສີສັດຕະນາກ ກ່ຽວກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເມືອງສີສັດຕະນາກ, ແກ້ໄຂສິ່ງກີດຂວາງຕ່າງໆ, ເປັນຕົ້ນການປຸກສ້າງທີ່ບໍ່ຖືກຕ້ອງຕາມລະບຽບການ, ການຕໍ່ເທີບ-ເງີບ, ການປຸກຕູບຂາຍເຄື່ອງ, ຮ້ານຂາຍເຄື່ອງຊະຊາຍຕາມທາງ, ເຂດສະຫງວນທາງ,…