ຟີຟາ ຕັດສິນ ແມນເຊສເຕີ ຢູໄນເຕັດ ບໍ່ມີຄວາມຜິດກໍລະນີຊື້ ປັອກບາ
June 21, 2017 - 5:09 PM




ປັອກບາ ຍ້າຍຈາກ ຢູເວນ ຕຸສ ມາຢູ່ກັບ ແມນເຊສເຕີ ຢູໄນ ເຕັດ ດ້ວຍຄ່າໂຕສູງເປັນສະຖິຕິ ໂລກທີ່ 89.3 ລ້ານປອນ ແຕ່ ຟີຟາ ເບິ່ງວ່າການຍ້າຍທີມໃນ ຄັ້ງນີ້ອາດມີການຮັບສິນບົນ ໂດຍ ສະເພາະໃນເລື່ອງ ມິໂນ ໄຣໂອ ລາ ຜູ້ຈັດການສ່ວນໂຕຂອງ ປັອກ ບາ ທີ່ວ່າກັນວ່າລາວໄດ້ຮັບເງິນ ສ່ວນແບ່ງຈາກການເຮັດຂໍ້ຕົກລົງຄັ້ງນີ້ເຖິງ 40 ລ້ານປອນ.
ຈາກເລື່ອງດັ່ງກ່າວ ເຮັດໃຫ້ ໃນໄລຍະເດືອນພຶດສະພາຜ່ານ ມາ ຟີຟາ ເຮັດການສອບສວນ ການຍ້າຍທີມໃນຄັ້ງນີ້ ແນວໃດກໍ ຕາມ ຫຼ້າສຸດ ແມນເຊສເຕີ ຢູໄນ ເຕັດ ເບົາໃຈໄດ້ແລ້ວ ເພາະອົງ ກອນບານເຕະໂລກ ບອກວ່າ ພວກເຂົາບໍ່ໄດ້ເຮັດຜິດໃດໆ ກົງ ກັນຂ້າມກັບ ຢູເວນຕຸສ ທີ່ຈະຖືກ ດຳເດີນມາດຕະການທາງວິໄນ.
“ເຮົາຢືນຢັນໄດ້ວ່າມັນບໍ່ໄດ້ມີການດຳເດີນມາດຕະການທາງວິໄນໃດໆທັງນັ້ນກັບ ແມນເຊສເຕີ ຢູໄນເຕັດ ໃນຂະດຽວກັນເຮົາ ບອກໄດ້ວ່າມັນມີການດຳເນີນ ມາດຕະການທາງວິໄນກັບ ຢູ ເວນຕຸສ ເຊິ່ງເຮົາບໍ່ສາມາດສະ ແດງຄວາມຄິດເຫັນເພີ່ມເຕີມໃນກໍລະນີນີ້ໄດ້ ຫຼັງຈາກທີ່ຕອນນີ້ເຮົາ ຍັງຄົງດຳເນີນຂະບວນການ ຕ່າງໆຢູ່” ຟີຟາ ລະບຸ.