ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ

ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ - 658 - ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ
ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ - kitchen vibe - ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ

ໃນວັນທີ 3 ກຸມພານີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດເຮົາ  ໄດ້ພົບປະສົນທະນາທາງໄກ ກັບ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເພື່ອສືບຕໍ່ຜັນຂະຫຍາຍຜົນການສົນທະນາທາງໂທລະສັບ ລະຫວ່າງ ສອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຂອງ ສປປ ລາວ ແລະ ສປ ຈີນ ໃນຄັ້ງວັນທີ 21 ມັງກອນຜ່ານມາ.

ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ - 77 300x186 - ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ

ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ - Visit Laos Visit SALANA BOUTIQUE HOTEL - ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ

ໃນການສົນທະນາ, ທ່ານ ຫວັງ ອີ້ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ຊົມເຊີຍລັດຖະມົນຕີກະຊວງການຕ່າງປະເທດລາວ ທີ່ ໄດ້ຮັບເລືອກຕັ້ງເປັນ ກໍາມະການກົມການເມືອງສູນກາງພັກໃນກອງປະຊຸມໃຫຍ່ດັ່ງກ່າວ, ພ້ອມດຽວກັນ ທ່ານສະເຫລີມໄຊ ກົມມະຊິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການນຳພັກ ແລະ ລັດຖະບານ ສປ ຈີນ ທີ່ໄດ້ສົ່ງໂທລະເລກຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ດັ່ງກ່າວ ແລະ ສະແດງຄວາມຂອບໃຈ ຕໍ່ຝ່າຍຈີນທີ່ໄດ້ໃຫ້ການຊ່ວຍເຫລືອຖານມິດສະຫາຍ ເປັນຕົ້ນແມ່ນ ການຊ່ວຍເຫລືອທາງດ້ານອຸປະກອນການແພດ, ຢາປິ່ນປົວພະຍາດ ແລະ ວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ ລາວເຮົາ, ອັນໄດ້ປະກອບສ່ວນເຮັດໃຫ້ລັດຖະບານລາວ ມີຜົນສໍາເລັດສູງໃນການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດດັ່ງກ່າວໃນປັດຈຸບັນ.

ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ - 658 300x181 - ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ

ພ້ອມນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ຈີນ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມສະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູມຄູນສ້າງໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ເຊິ່ງສະແດງອອກໃນການພົບປະ ແລະ ແລກ ປ່ຽນການຢ້ຽມຢາມ ລະຫວ່າງການນຳຂັ້ນສູງ ຂອງສອງປະເທດຢ່າງເປັນປົກກະຕິ ລວມທັງການຈັດ ຕັ້ງປະຕິບັດບັນດາໂຄງການຮ່ວມມື ລະຫວ່າງສອງລັດຖະບານ ທີ່ມີຜົນສໍາເລັດສູງໃນໄລຍະຜ່ານມາ. ນອກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ກໍຄື ການຮ່ວມມືຕ່າງໆໃນຂອບສອງຝ່າຍອື່ນໆ ແລະ ສອງຝ່າຍ ຍັງເຫັນດີເປັນເອກະພາບກັນ ໃນການຈັດຕັ້ງກິດຈະກຳຕ່າງໆ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີ (25 ເມສາ 1961-25 ເມສາ 2021) ແລະ ປີມິດຕະພາບລາວ-ຈີນ ເຊິ່ງການນໍາສູງສຸດ ຂອງສອງພັກ ໄດ້ປະກາດຢ່າງເປັນທາງການ ໃນໂອກາດສົນທະນາທາງໂທລະສັບ ໃນວັນທີ 21 ມັງກອນ ທີ່ຜ່ານມາ.

ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ - 4 - ລາວ-ຈີນ ຫາລືຫລາຍບັນຫາສຳຄັນ ແບບທາງໄກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!