ປີ 2020 ເຊກອງຈັດເກັບລາຍຮັບໄດ້ລື່ນແຜນ
ຮອງຫົວໜ້າພະແນກການເງິນແຂວງເຊກອງ ລາຍງານໃນກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນປະຈໍາປີ ທີ່ໄດ້ຈັດຂຶ້ນໃນວັນທີ 25 ກຸມພານີ້ວ່າ: ປີ 2020 ຜ່ານມາແຂວງຂອງຕົນສາມາດຈັດເກັບລາຍຮັບງົບປະມານໄດ້ 73,86 ຕື້ກີບ ລື່ນແຜນດັດແກ້ປະຈໍາປີເກືອບ 1%, ໃນນັ້ນ ລາຍຮັບພູດສູນກາງປະຕິບັດໄດ້ 2,17 ຕື້ກີບ ລື່ນແຜນດັດແກ້ປະຈໍາປີ 56% ແລະ ພູດທ້ອງຖິ່ນບັນລຸໄດ້ 71,69 ຕື້ກີບ ລື່ນແຜນດັດແກ້ປະຈໍາປີ 07%, ໃນນັ້ນ ປະກອບມີລາຍຮັບພາສີ, ອາກອນ ແລະຊັບສິນເປັນສ່ວນໃຫຍ່, ສ່ວນລາຍຮັບຂອງເມືອງຕ່າງໆປະຕິບັດໄດ້ຄື: ເມືອງລະມາມ ເທົ່າກັບ 4,02 ຕື້ກີບ, ເມືອງທ່າແຕງ ເທົ່າກັບ 3,67 ຕື້ກີບ, ເມືອງກະລຶມ ເທົ່າກັບ 3,84 ຕື້ກີບ ແລະ ເມືອງດາກຈຶງ ປະຕິບັດໄດ້ 3,61 ຕື້ກີບ.
ຮອງຫົວຫນ້າພະແນກການດັ່ງກ່າວ ໃຫ້ຮູ້ຕື່ມວ່າ: ໂດຍລວມແລ້ວ ການຈັດເກັບລາຍຮັບໃນປີ ຜ່ານມາ ໄດ້ລື່ນແຜນນັ້ນກໍເນື່ອງມາຈາກລາຍຮັບບັງເອີນຈາການອ່ວຍໜີ້ສາມແຈຂອງລັດຖະບານໃນໄລຍະທີໜື່ງທີ່ຕິດພັນກັບການຊຳລະບັນດາໂຄງການລົງທຶນຂອງລັດຖະບານທີ່ຈັດຕັ້ງປະຕິບັດຢູ່ແຂວງຂອງຕົນ.