ກົມໃຫຍ່ຕຳຫລວດຫາລືການແກ້ໄຂສະພາບຂາຍຫວຍເຖື່ອນແລະ ເກມການພະນັນ


ໃນວັນທີ 25 ກຸມພາຜ່ານມານີ້, ກົມໃຫຍ່ຕຳຫລວດ ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການແກ້ໄຂສະພາບຂາຍຫວຍເຖື່ອນ, ບໍລິການຕູ້ເກມ, ສະລັອດມາຊິ່ນ (SLOT MACHINE), ເກມອອນລາຍ ແລະ ທຸລະກິດຕ່າງໆ ທີ່ບໍ່ຖືກຕ້ອງຕາມລະບຽບ-ກົດໝາຍຂອງປະເທດ ໂດຍການເຂົ້າຮ່ວມຂອງທ່ານ ພົນຈັດຕະວາ ຄຳກິ່ງ ຜຸຍຫລ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫລວດ ກະຊວງ ປກສ.
ທ່ານຮອງຫົວໜ້າກົມຕໍາຫລວດເສດຖະກິດ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານກວດກາ ແລະ ປາບປາມສະພາບການຂາຍຫວຍເຖື່ອນ, ບໍລິການຕູ້ເກມ SLOT MACHINE, ເກມອອນລາຍ ແລະ ທຸລະກິດຕ່າງໆທີ່ຜິດກົດໝາຍໃນຂອບເຂດທົ່ວປະເທດ ຊຶ່ງໄດ້ພົບເຫັນສະພາບການຂາຍຫວຍເຖື່ອນ, ເລກເຖື່ອນຄື: ຫວຍໄທ, ຫວຍຫວຽດນາມ, ຫວຍມາເລເຊຍ ແລະ ຫວຍຈີນແບບຈົດຂາຍ ແລະ ຂາຍຜ່ານສື່ອອນລາຍຕ່າງໆ. ສ່ວນການໃຫ້ບໍລິການຕູ້ເກມ SLOT MACHINE ແມ່ນມີບຸກຄົນທີ່ລັກລອບນຳເອົາຕູ້ເກມເຂົ້າມາເປີດໃຫ້ບໍລິການໂດຍບໍ່ໄດ້ຮັບອະນຸຍາດ ແລະ ຜິດຕໍ່ລະບຽບກົດໝາຍ, ຜູ້ປະກອບການຮ້ານອິນເຕີເນັດລັກລອບເປີດໃຫ້ບໍລິການຫລິ້ນການພະນັນອອນລາຍ ອັນເປັນສາເຫດເຮັດໃຫ້ເຍົາວະຊົນ, ນັກຮຽນ, ນັກສຶກສາ ແລະ ກຸ່ມໄວລຸ້ນບາງຈຳນວນຕິດເກມດັ່ງກ່າວ ທັງເປັນບ່ອນມົ້ວສຸມຢາເສບຕິດ, ເປັນແຫລ່ງອະບາຍຍະມຸກ ແລະ ເປັນສາເຫດກໍ່ໃຫ້ເກີດມີການກໍ່ອາຊະຍາກຳປຸ້ນຈີ້-ຊີງຊັບ, ຂີ້ລັກງັດແງະ ແລະ ອື່ນໆ.
ຜ່ານການຕິດຕາມ, ກວດກາສາມາດແກ້ໄຂເປົ້າໝາຍຫວຍເຖື່ອນໄດ້ 420 ກໍລະນີ ແລະ ໄດ້ນຳຜູ້ຕ້ອງຫາມາສຶກສາອົບຮົມກ່າວເຕືອນ 418 ຄົນ, ດຳເນີນຄະດີ 2 ຄົນ ແລະ ຍຶດໃບຫວຍໄດ້ 134 ໃບ; ລົງກວດກາບຸກຄົນຂາຍຫວຍດິຈີຕອນແບບບໍ່ຖືກຕ້ອງຕາມກົດໝາຍ ນັບແຕ່ເດືອນກັນຍາ 2018 ເປັນຕົ້ນມາ ຈຳນວນ 116 ຄັ້ງ, ມີ 84 ຄົນ, ຍຶດເຄື່ອງຂາຍຫວຍດິຈີຕອນ 20 ເຄື່ອງ, ປຶ້ມຈົດຂາຍແບບເກົ່າ 80 ຫົວ ແລະ ກວດກາບຸກຄົນທີ່ຂາຍໃບຫວຍໄທພົບ 5 ຄົນ, ໃນນັ້ນ 4 ຄົນແມ່ນຍຶດໃບຫວຍໄດ້ 231 ໃບ ພ້ອມທັງເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນໃຫ້ຢຸດເຊົາ ຈຳນວນ 89 ຄັ້ງ; ສຳລັບເປົ້າໝາຍຫລິ້ນການພະນັນອອນລາຍໃນທົ່ວປະເທດມີຮ້ານອິນເຕີເນັດຄ່າເຟ່ທັງໝົດ 497 ຮ້ານ, ມີໃບອະນຸຍາດ 421 ຮ້ານ ແລະ ບໍ່ມີໃບອະນຸຍາດ 76 ຮ້ານ ເຊິ່ງບັນດາຮ້ານດັ່ງກ່າວ ພາຍຫລັງທີ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງແລ້ວ ສ່ວນຫລາຍເປັນບ່ອນໃຫ້ບໍລິການຫລິ້ນພະນັນທາງອອນລາຍ ແລະ ເປັນບ່ອນມົ້ວສຸມສິ່ງເສບຕິດ, ຜ່ານມາກໍໄດ້ສຶກສາອົບຮົມເຈົ້າຂອງຮ້ານຈຳນວນຫລາຍ, ພ້ອມໄດ້ຍຶດຄອມພິວເຕີ, ດຳເນີນຄະດີຜູ້ບໍ່ເຂັດຫລາບ. ນອກນັ້ນ ຍັງພົບເຫັນເປົ້າໝາຍຫລິ້ນໄພ້, ປິ່ງໂກ້ຈຳນວນຫລາຍມີທັງຄົນຕ່າງປະເທດ ແລະ ໄດ້ນຳມາສຶກສາອົບຮົມກ່າວເຕືອນຕາມລະບຽບກົດຫມາຍ.