ສະຫະພາບເອີຣົບ ອະນຸຍາດໃຫ້ວັກຊີນໂຄວິດ-19 ທີ 4 ແລ້ວ

ສະຫະພາບເອີຣົບ ອະນຸຍາດໃຫ້ວັກຊີນໂຄວິດ-19 ທີ 4 ແລ້ວ - 666 4 - ສະຫະພາບເອີຣົບ ອະນຸຍາດໃຫ້ວັກຊີນໂຄວິດ-19 ທີ 4 ແລ້ວ
ສະຫະພາບເອີຣົບ ອະນຸຍາດໃຫ້ວັກຊີນໂຄວິດ-19 ທີ 4 ແລ້ວ - kitchen vibe - ສະຫະພາບເອີຣົບ ອະນຸຍາດໃຫ້ວັກຊີນໂຄວິດ-19 ທີ 4 ແລ້ວ

ລາຍງານຈາກຕ່າງປະເທດ ວັນທີ 12 ມີນານີ້ ໃຫ້ຮູ້ວ່າ ເມື່ອໄລ່ມາເຖິງເວລາ 5 ໂມງເຊົ້າຂອງວັນນີ້(12/3/21) ທົ່ວທັງໂລກມີຜູ້ຕິດເຊື້ອສະສົມ 119 ລ້ານຄົນ, 2,6 ລ້ານຄົນເສຍຊີວິດ, 99.551,150 ຄົນໄດ້ຮັບການປົວຫາຍດີ.

ອົງການຄຸ້ມຄອງຢາຂອງສະຫະພາບເອີຣົບ(EMA) , ວັນທີ 11 ມີນາ ໄດ້ເປີດໄຟຂຽວໃຫ້ສັກວັກຊີນປ້ອງກັນໂຄວິດ-19 ເຂັມດຽວຈາກ Johnson & Johnson ໄດ້ແລ້ວ. ນີ້ເປັນວັກຊີນປ້ອງກັນໂຄວິດ-19 ທີ 4 ທີ່ສະຫະພາບເອີຣົບໄດ້ອະນຸຍາດໃຫ້ນຳໃຊ້ໄດ້.

ສະຫະພາບເອີຣົບ ອະນຸຍາດໃຫ້ວັກຊີນໂຄວິດ-19 ທີ 4 ແລ້ວ - Visit Laos Visit SALANA BOUTIQUE HOTEL - ສະຫະພາບເອີຣົບ ອະນຸຍາດໃຫ້ວັກຊີນໂຄວິດ-19 ທີ 4 ແລ້ວ

ຜົນຂອງການທົດສອບຈາກ 44.000 ຄົນຊີ້ໃຫ້ເຫັນວ່າ ວັກຊີນດັ່ງກ່າວມີປະສິດທິພາບ 66% ໃນການຄຸ້ມກັນໂຄວິດ-19 ຈາກລະດັບປານກາງຫາລະດັບໜັກໜ່ວງ. ວັກຊີນ Johnson & Johnson ໄດ້ຮັບອະນຸຍາດໃຫ້ນຳໃຊ້ໄດ້ກັບທຸກຄົນທີ່ເຕັມໄວຄົນແລ້ວ, ໝາຍຄວາມວ່າ ນັບແຕ່ອາຍຸ 18 ປີຂຶ້ນໄປ ເພາະສາມາດຕອບສະໜອງໄດ້ກັບຄຸນນະພາບ, ປະສິດທິຜົນ ແລະ ຄວາມປອດໄພຂອງຢາ.

EMA ໃຫ້ຮູ້ວ່າ ອາການຂ້າງຄຽງຂອງວັກຊີນ  Johnson & Johnson ລ້ວນແຕ່ຢູ່ໃນອາການເບົາບາງ ຫຼື ປານກາງເທົ່ານັ້ນ ແລະ ຈະໝົດໄປໃນເວລາ 2-3 ວັນ. ອາການຂ້າງຄຽງທີ່ເກີດຂຶ້ນສ່ວນຫຼາຍແມ່ນເຈັບ ແລະ ບວມຢູ່ທີ່ຮອຍເຂັມສັກ, ເຈັບຫົວ, ອິດເມື່ອຍ, ປວດຮາກ ແລະ ເຈັບຕາມກ້າມຊີນ.

 

ສະຫະພາບເອີຣົບ ອະນຸຍາດໃຫ້ວັກຊີນໂຄວິດ-19 ທີ 4 ແລ້ວ - 3 - ສະຫະພາບເອີຣົບ ອະນຸຍາດໃຫ້ວັກຊີນໂຄວິດ-19 ທີ 4 ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!