ເກົາຫລີເໜືອ ຍິງລຸກສອນໄຟ ຂີປະນາວຸດ ເປັນຄັ້ງທີ 2

ອີງຕາມຂ່າວ ກະຊວງປ້ອງກັນປະເທດຍີ່ປຸ່ນ, ເມື່ອວັນທີ 25 ມີນານີ້ ໃຫ້ຮູ້ວ່າ ເກົາຫລີເໜືອ ໄດ້ຍິງລູກສອນໄຟ ຂີປະນາວຸດ ອີກຄັ້ງ ພາຍຫລັງຍິງກ່ອນໜ້ານີ້ 2 ລູກ ໃນວັນທີ່ 23 ມີນາ. ໂຄສົກຂອງກະຊວງການຕ່າງປະເທດ ຍີ່ປຸ່ນ ກ່າວວ່າ: “ລູກສອນໄຟທີ່ຍິງນັ້ນ ອາດເປັນຫົວຮົບນຳວິຖີ, ມັນບໍ່ໄດ້ຕົກໃສ່ເຂດນໍ້າແດນດິນ ຫຼື ເຂດເສດຖະກິດພິເສດຂອງພວກເຮົາ”.
ເຈົ້າໜ້າທີ່ ລາດຕະເວນຂອງຍີ່ປຸ່ນ ໄດ້ກ່າວເຕືອນເຮືອຂອງພວກຕົນວ່າ ບໍ່ຄວນໄປໃກ້ທຸກສິ່ງວັດຖຸທີ່ພົບເຫັນຕົກຢູ່ໃນທະເລ, ຖ້າຫາກພົບເຫັນສິ່ງວັດຖຸແປກ ຕ້ອງລາຍງານໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຮັບຊາບທັນທີ.
ດ້ານຂອງ ເກົາຫລີໃຕ້ ຜູ້ບັນຊາການທະຫານພັນທະມິດໃຫ້ຮູ້ວ່າ ເກົາຫລີເໜືອ ໄດ້ຍິງລູກສອນໄຟອອກໄປທາງຊາຍຝັ່ງທະເລທິດຕາເວັນອອກ ແຕ່ບໍ່ໄດ້ລະບຸວ່າ ລູກສອນໄຟດັ່ງກ່າວແມ່ນປະເພດໃດ ແລະ ຍິງອອກຈາກໃດ.
ສ່ວນສຳນັກຂ່າວ ຣອຍເຕີ ນຳສະເໜີວ່າ ການຍິງລູກສອນໄຟຂີປານະວຸດຂອງເກົາຫລີເໜືອ ໃນຄັ້ງນີ້ ເກີດຂຶ້ນບໍທໍ່ໃດວັນພາຍຫຼັງ ພວກເຂົາໄດ້ຍິງລູກສອນໄຟ 2 ລູກທີ່ມີໄລຍະກາງໃນວັນທີ 23 ມີນາ ຜ່ານມາ. ຂະນະທີ່ປະທານາທິບໍດີສະຫະລັດ ໂຈໄບເດັນ ກ່າວວ່າ ການຍິງທົດລອງລູກສອນໄຟຂອງເກົາຫລີເໜືອນັ້ນ ມັນບໍ່ແມ່ນການຍົ້ວຍຸ ແຕ່ຫາກເປັນເລື່ອງທຳມະດາຂອງພວກເຂົາ.