ຄວາມມີວິໄນ ຈະຊ່ວຍໃຫ້ພວກເຮົາປອດໄພຈາກໂຄວິດ

ການສືບຕໍ່ ເພີ່ມຂຶ້ນຂອງກໍລະນີຕິດເຊື້ອພະຍາດ ໂຄວິດ 19 ໃນ ສປປລາວ ຍັງໜ້າເປັນຫ່ວງ ເພາະແຕ່ລະມື້ ບໍ່ຕໍ່າກວ່າ 30 ໃນໄລຍະຫຼັງໆມານີ້ ເຊິ່ງເປັນສິ່ງທ້າທາຍ ຕໍ່ກັບລະບົບສາທາລະນະສຸກເຮົາທີ່ອອ່ນນ້ອຍຢູ່ແລ້ວ ແລະ ຍັງສ່ຽງຕໍ່ຊີວິດ ແລະ ເສດຖະກິດ ຕື່ມອີກ.
ກ່ອນການສະຫຼອງປີໃໝ່ລາວປະຈຳ ພສ 2564 ນັ້ນ ກໍໄດ້ ມີກໍລະນີ ຕິດເຊື້ອຢູ່ຮ້ານເກມ ຂອງນະຄອນຫຼວງວຽງຈັນ ເຊິ່ງຖືວ່າ ເປັນການລະບາດ ພາຍໃນຊຸມຊົນ ທີ່ມີຄວາມສ່ຽງ ໃນການແຜ່ເຊື້ອໄວວາຂຶ້ນ ແລ້ວ ລັດຖະບານ ກໍໄດ້ ອອກ ມາດຕະການ ເພື່ອຄວບຄຸມ ແຕ່ ຍັງບໍ່ ເຖິງຂັ້ນ ປິດບ້ານ ປິດເມືອງ.
ເມື່ອ ການສະເຫຼີມສະຫຼອງປີໃໝ່ລາວ ຜ່ານໄປ ພວກເຮົາ ກໍໄດ້ມາພົບ ກັບຄວາມວຸ້ນວາຍ ທີ່ມີກໍລະນີ ຕິດເຊື້ອ ແຜ່ຂະຫຍາຍ ໃນຊູມຊົນພວກເຮົາ ຈາກສາເຫດ ທີ່ມີການ ລັກລອບເຂົ້າເມືອງ ຜິດກົດໝາຍຂອງຊາຍໄທ ແລະຍິງລາວ, ເຮັດໃຫ້ ຂ່າວຄາວນີ້ ສະເທື່ອນທົ່ວປະເທດ ແລະ ເຮັດໃຫ້ ລັດຖະບານ ປະກາດ ປິດບ້ານ ປິດເມືອງ ຮອດວັນ 5 ພຶດສະພາ 2021.
ໃນໄລຍະເວລາດັ່ງກ່າວນີ້ ພວກເຮົາຄົນລາວ ກໍໄດ້ພົບພໍ້ເຫດການທີ່ວ່າ ການເພີ່ມຂຶ້ນຂອງຜູ້ຕິດເຊື້ອຮອດ ຫຼັກຮ້ອຍ ແລະ ບໍ່ພໍເທົ່າໃດມື້ ການຕິດເຊື້ອສະສົມ ຮອດ ເກືອບ ພັນຄົນ. ອັນນີ້ ແມ່ນເປັນສິ່ງທ້າທາຍຕໍ່ ຄວາມອາດສາມາດຂອງ ພວກເຮົາໃນການ ຮອງຮັບ, ປິ່ນປົວ ບໍ່ວ່າ ຈະເປັນ ສະຖານທີ່, ບຸກຄະລາກອນ, ອຸປະກອນການແພດ, ງົບປະມານໃນການ ບໍລິຫານ ແລະ ອື່ນໆ ແລະ ຖ້າ ຄິດໄລ່ ຄວາມເສຍຫາຍ ທາງດ້ານ ເສດຖະກິດ ແລ້ວ ແມ່ນມະຫາສານາທີ່ສຸດ.
ແຕ່ ເຖິງປານນັ້ນກໍຕາມ ການປະກາດ ລັອກດາວ (lockdown) ໃນຄັ້ງນີ້ ຍັງເຫັນວ່າ ປະຊາຊົນເຮົາຍັງ ບໍ່ມີຄວາມເກງກົວ, ຖືເບົາ, ປະໝາດ ແລະ ຟືນກັບມາດຕະການທີ່ທາງລັດຖະບານວາງ ອອກ ໂດຍສະເພາະ ຍັງເຫັນມີ ລົດລາພາຫະນະ ຍັງທຽວຕາມທ້ອງຖະໜົນຢ່າງຫຼວງຫຼາຍ ຖ້າທຽບກັບ ການ ລັອກດາວ ໃນ ປີຜ່ານມາ, ມີຫຼາຍຫ້ອງການຂອງລັດ, ເອກະຊົນ ຍັງອະນຸຍາດ ໃຫ້ ກົມກອງຂອງຕົນ ໄປວຽກ, ເຊິ່ງເປັນການລະເມີດຕໍ່ ມາດຕະການ ຂອງ ຄະນະສະເພາະກິດວາງອອກ ຢ່າງຊັດເຈນ.
ຮ້າຍແຮງ ໄປກວ່ານັ້ນ ບາງເຂດ ບາງບ້ານ ຍັງມີການພາກັນສະເຫຼີມສະຫຼອງງານບຸນປະຈຳປີ ໂດຍສະເພາະ ບຸນບັ້ງໄຟ, ມີການ ຊຸມນຸມກັນຢ່າງໜາແໜ້ນ ເຊິ່ງເປັນຄວາມສ່ຽງຕໍ່ຕົນເອງ ແລະ ສັງຄົມ ທີ່ຈະຕິດ ແລະແຜ່ເຊື້ອຍພະຍາດ ໂຄວິດ 19.
ການມີລະບຽບວິໄນ, ປະຕິບັດຕາມມາດຕະການຂອງທາງການວາງອອກ ແມ່ນສິ່ງຈຳເປັນທີ່ເປັນພື້ນຖານ ທີ່ປະຊາຊົນລາວ, ຄົນຕ່າງປະເທດ ທີ່ອາໄສຢູ່ປະເທດເຮົາ ທີ່ຕ້ອງປະຕິບັດຢ່າງເຂັ້ມງວດ ເພາະ ການລະບາດພະຍາດ ອັນນີ້ ແມ່ນ ສາມາດແຜ່ລາມ ຈາກ ຜູ້ໜຶ່ງ ໄປຫາ ຜູ້ອື່ນໆ ໄດ້ງ່າຍ ແລະ ໄວທີ່ສຸດ, ເພາະສະນັ້ນ ແຕ່ລະຄົນໃນສັງຄົມ ຕ້ອງມີ ຄວາມຮັບຜິດຊອບ ເຊິ່ງກັນແລະກັນ ຢ່າງໜ້ອຍ ກໍເພື່ອຄວາມປອດໄພ ຂອງຕົນເອງ ແລະ ຄອບຄົວ.
ບົດຮຽນ ຜ່ານມາ ສະແດງໃຫ້ພວກເຮົາເຫັນແລ້ວວ່າ ຄວາມປະໝາດ, ລະເຫຼີງ ເປັນໄປມະຫັນ ຕໍ່ຕົນເອງ ແລະ ສັງຄົມ. ບົດຮຽນ ຂອງ ສປ ຈີນ, ຫວຽດນາມ ກໍລ້ວນແລ້ວແຕ່ສະແດງໃຫ້ ພວກເຮົາເຫັນວ່າ ເຖິງວ່າ ປະຊາກອນ ເຂົາເຈົ້າຈະຫຼາຍ, ປະເທດ ຈະຄັບຄາໜາແໜ້ນ ແຕ່ກໍສາມາດເອົາຊະນະ ການແຜ່ລະບາດຂອງພະຍາດ ໂຄວິດ 19 ນີ້ ໄດ້ ຍ້ອນ ຄວາມມີລະບຽບວິໄນ, ປະຕິດບັດຕາມ ມາດຕະການ ທີ່ເຈົ້າໜ້າທີ່ວາງອອກ ຢ່າງເຄັ່ງຄັດ.