ລັດເຊຍ ເຮັດສັນຍາໃຫ້ບໍລິສັດການຢາຈີນຜະລິດວັກຊີນປ້ອງກັນໂຄວິດ-19 ສະປຸດນິກ-ວີ 3 ແຫ່ງ ລວມ 260 ລ້ານໂດສ
May 4, 2021 - 9:19 AM


ວັນທີ 3 ພຶດສະພາ 2021 ນີ້ສຳນັກຂ່າວ ເອເອຟພີ ລາຍງານວ່າລັດເຊຍ ເຮັດສັນຍາໃຫ້ບໍລິສັດການຢາຂອງຈີນ ຫລາຍແຫ່ງ ເລັ່ງຜະລິດ ວັກຊີນສະປຸດນິກ-ວີ ປ້ອງກັນ ໂຄວິດ-19 ເພື່ອຕອບສະໜອງ ຄວາມຕ້ອງການສັ່ງຊື້ ເພີ່ມຂຶ້ນ 630 ລ້ານໂດສ ແລະ ສົ່ງຂາຍຫລາຍປະເທດ ໃນອາເມລິກາລາຕິນ, ຕາເວັນອອກກາງ ແລະ ອາຟຣິກາພາຍຫລັງໄດ້ເຮັດສັນຍາຂໍ້ຕົກລົງ ກັບບໍລິສັດ ຜະລິດວັກຊີນຂອງຈີນ 3 ແຫ່ງ ລວມ 260 ລ້ານໂດສ ເຊິ່ງເປັນການຕັດສິນໃຈ ໃນການເລັ່ງຜະລິດວັກຊີນ ສະປຸດນິກ-ວີ ໃຫ້ທັນກັບຄວາມຕ້ອງການທີ່ເພີ່ມສູງຂຶ້ນ.