ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ

ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ - 904066ff 2c3b 466f 965b 77f03b5766e8 - ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ
ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ - kitchen vibe - ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ

ອີງຕາມຂ່າວສານປະເທດລາວວັນທີ 1 ມິຖຸນາ 2021 ໃຫ້ຮູ້ວ່າ: ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ມີບັນດາ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢູ່ຄະນະວິສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດພິທີປູກຕົ້ນໄມ້ແຫ່ງຊາດຂຶ້ນ.
ສຳລັບການປູກຕົ້ນໄມ້ໃນຄັ້ງນີ້, ໄດ້ນຳເອົາຕົ້ນໄມ້ອຸດສາຫະກຳ (ໄມ້ດູ່) ຈຳນວນ 90 ຕົ້ນ ແລະ ຕົ້ນໄມ້ກິນໝາກອີກຈຳນວນໜຶ່ງ, ການປູກຕົ້ນໄມ້ ແມ່ນການສ້າງສະພາບແວດລ້ອມຂອງ ມຊ ໃຫ້ເປັນພື້ນທີ່ສີຂຽວ ເຮັດໃຫ້ວິທະຍາເຂດດົງໂດກ ກາຍເປັນພື້ນທີ່ປົກຫຸ້ມໄປດ້ວຍຕົ້ນໄມ້ນາໆພັນ ແລະ ເປັນການຄືນປ່າທີ່ມີດັງເດີມໃຫ້ກັບມາ, ທັງເປັນການປູກຈິດສຳນຶກໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກ ສຶກສາ ໃຫ້ມີຈິດສຳນຶກຕໍ່ສິ່ງແວດລ້ອມ.
ມຊ ຍັງໄດ້ຈັດພື້ນທີ່ຈໍານວນໜຶ່ງ ເປັນສວນສາທາລະນະ ເພື່ອໃຫ້ພະນັກງານ, ຄະນະຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ໄດ້ນຳໃຊ້ພື້ນທີ່ດັ່ງກ່າວ ຈັດສັນເພື່ອປູກຕົ້ນໄມ້ ໂດຍຕິດພັນກັບການຮຽນ-ການສອນ ຕົວຈິງໃນແຕ່ລະປີ ກໍຄື ການປູກໃນປີນີ້ ບໍ່ໄດ້ປູກສະເພາະຢູ່ໃນວິທະຍາເຂດດົງໂດກເທົ່ານັ້ນ, ຍັງປູກອີກຫລາຍວິທະຍາເຂດຂອງ ມຊ ແລະ ບໍ່ແມ່ນປູກແຕ່ສະເພາະວັນທີ 1 ເດືອນມິຖຸ ນາ ເທົ່ານັ້ນ, ຍັງໄດ້ປູກທຸກໄລຍະທີ່ມີຄວາມເໝາະສົມ ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ການປູກຕົ້ນໄມ້ ຢູ່ມະຫາວິທະຍາໄລແຫ່ງຊາດປີນີ້ ແມ່ນເນັ້ນໜັກໃຫ້ມີຄວາມກະທັດຮັດແຕ່ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຢ່າງເລິກເຊິ່ງ ແລະ ໄດ້ເພີ່ມມາດຕະການ ການຄວບຄຸມ ແລະ ປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.

ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ - 5 - ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ
ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ - Visit Laos Visit SALANA BOUTIQUE HOTEL - ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!