ລັດຖະມົນຕີສາທາລະນະສຸກ ອິນເດຍ ລາອອກ ຮັບຜິດຊອບຄຸມໂຄວິດບໍ່ຢູ່
July 10, 2021 - 11:31 AM


ສຳນັກຂ່າວ ອັນຈາຊີຣາ ຂອງອິນເດຍລາຍງານເມື່ອວັນທີ 9 ກໍລະກົດນີ້ວ່າ: ທ່ານ ຮາຊະວາທັນ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ສະຫວັດດີການຄອບຄົວຂອງອິນເດຍປະກາດລາອອກຈາກຕຳແໜ່ງເມື່ອວັນທີ 7 ກໍລະກົດທີ່ຜ່ານມາ ເພື່ອຮັບຜິດຊອບຕໍ່ຄວາມຫຼົ້ມເຫຼວທີ່ບໍ່ສາມາດບໍລິຫານຈັດການ ແລະ ຄວບຄຸມການແພ່ລະບາດຂອງໂຄວິດ-19 ໄດ້ ຈົນເຮັດໃຫ້ມີຜູ້ຕິດເຊື້ອຮອບໃໝ່ພຸ່ງສູງຂຶ້ນເຖິງຫຼັກແສນ ຊໍ້າຍັງຂາດແຄນຕຽງ ແລະ ອົກຊີເຈນກໍບໍ່ພຽງພໍ ຈົນມີຜູ້ເສຍຊີວິດຈຳນວນຫຼາຍ.
ໂດຍການຕັດສິນໃຈລາອອກຄັ້ງນີ້ເກີດຂຶ້ນໃນຂະນະດຽວກັນທີ່ລັດຖະບານ ນິວເດັນລີ ຖືກວິພາກວິຈານວ່າ ຈັດການ ແລະ ຄວບຄຸມໄວຣັສໂຄວິດ-19 ບໍ່ໄດ້ ສົ່ງຜົນໂດຍຕົງຕໍ່ຄວາມເຊື່ອໝັ້ນຂອງປະຊາຊົນ ເຮັດໃຫ້ທ່ານ ເຣນທາ ໂມດີ ຕັດສິນໃຈປັບຄະນະລັດຖະມົນຕີ ແລະ ເອົາຄົນຮຸ່ນໃໝ່ເຂົ້າມາບໍລິຫານງານ ຫວັງປັບພາບພົດຂອງຄະນະລັດຖະມົນຕີໃຫ້ດີຂຶ້ນ.