ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ການນໍາ ແຂວງສະຫວັນເຂດເອົາໃຈໃສ່ຕອບໂຕ້ ແລະ ແກ້ໄຂການລະບາດພະຍາດໂຄວິດ-19


ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ, ບ່າຍວັນທີ 29 ກໍລະກົດ ນີ້ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມການນຳແຂວງເພື່ອແນະນຳໃຫ້ເອົາໃຈໃສ່ຕ້ານ,ສະກັດກັ້ນ ແລະ ແກ້ໄຂການ ລະບາດຂອງພະຍາດໂຄວິດ-19 ໃຫ້ເຂັ້ມແຂງຍິ່ງຂຶ້ນ .
ໃນໂອກາດນີ້ ນາຍົກລັດຖະມົນຕີ ກໍ່ໄດ້ຍົກໃຫ້ເຫັນສະພາບການລະບາດຂອງພະຍາດCOVID-19ຢູ່ໃນທົ່ວໂລກກໍ່ຄືປະເທດເຮົາ,ເຊິ່ງມາຮອດວັນທີ 28 ກໍລະກົດ 2021, ທົ່ວໂລກມີລາຍງານຜູ້ຕິດເຊື້ອພະຍາດດັ່ງກ່າວຫລາຍເຖິງ 195ລ້ານກວ່າກໍລະນີ, ມີຜູ້ເສຍຊິວິດຫລາຍກ່ວາ 4 ລ້ານຄົນ, ປີ່ນປົວຫາຍດີ 177ລ້ານກວ່າຄົນ.ສຳລັບປະເທດເຮົາ ກໍມີຜູ້ຕິດເຊື້ອຫລາຍເຖິງ 5.434 ກໍລະນີ, ໃນນັ້ນຕິດເຊື້ອໃນຊຸມຊົນມີ 1.700 ກ່ວາກໍລະນີ ແລະ ນຳເຂົ້າ 3.726 ກໍລະນີ, ປີ່ນປົວຫາຍດີ 2.931 ຄົນ, ກຳລັງປິ່ນປົວ 2.503 ຄົນ, ເສຍຊີວິດ 6 ຄົນ.ສະເພາະເດືອນກໍລະກົດ 2021 ມີຜູ້ຕິດເຊື້ອສູງເຖິງ 3.290 ກໍລະນີ, ໃນນັ້ນຕິດເຊື້ອຈາກນໍາເຂົ້າ 3.214 ກໍລະນີ, ຊຶ່ງສະເພາະຢູ່ແຂວງສະຫວັນນະເຂດມີ 1.581 ກໍລະນີ, ຈໍາປາສັກ 1.115 ກໍລະນີ, ສາລະວັນ 187 ກໍລະນີ ແລະ ຢູ່ແຂວງອື່ນ 331 ກໍລະນີ; ປິ່ນປົວຫາຍດີ 569 ຄົນ, ເສຍຊີວິດ 3 ກໍລະນີ (ສະຫວັນນະເຂດ 2 ກໍລະນີ ແລະ ນະຄອນຫຼວງວຽງຈັນ 1 ກໍລະນີ).
ຕໍ່ສະພາບເຫດການດັ່ງກ່າວທ່ານນາຍົກລັດຖະມົນຕີໄດ້ເນັ້ນໃຫ້ການນໍາແຂວງຕ້ອງໄດ້ເອົາໃຈໃສ່ຫລາຍບັນຫາຄື: ເອົາໃຈໃສ່ປັບປຸງ ແລະຂະຫຍາຍສູນຈຳກັດບໍລິເວນ ລວມທັງໂຮງໝໍພາກສະໜາມໃຫ້ພຽງພໍກັບແຮງງານທີ່ກັບຄືນມາຈາກປະເທດໃກ້ຄຽງທີ່ມີການລະບາດຂອງພະຍາດດັ່ງກ່າວ ແລະ ບໍ່ໃຫ້ມີຄວາມແອອັດຫຼາຍເກີນໄປ, ພ້ອມທັງສະຫນອງອຸປະກອນການແພດພຽງພໍ,ປັບປຸງກົດລະບຽບໃນການຄຸ້ມຄອງແຮງງານພາຍໃນສູນ ເພື່ອໃຫ້ແຮງງານເລົ່ານັ້ນເຂົ້າໃຈຕໍ່ລະບຽບການຕ່າງໆຫຼາຍຂຶ້ນ ຈຶ່ງຈະສະດວກໃນການຄຸ້ມຄອງ,ພ້ອມກັນນັ້ນກໍ່ໃຫ້ມີການດັດສົມແພດຫຼືອາສາສະໝັກຢູ່ບັນດາເມືອງໃຫ້ເຂົ້າມາຊ່ວຍໃນການປິ່ນປົວ, ໂດຍຈັດເປັນທີມໄດ້ຫຼາຍເທົ່າໃດຍິ່ງເປັນການດີ ເພື່ອໃຫ້ແພດ-ໝໍໄດ້ມີເວລາຜັດປ່ຽນກັນພັກຜ່ອນຫຼາຍຂຶ້ນ,ຈກນັ້ນກໍ່ຕ້ອງຈັດການສັກວັກຊີນໃຫ້ທຸກກຸ່ມເປົ້າໝາຍພາຍໃນແຂວງໃຫ້ຄົບ 2 ເຂັມ ແລະ ອັນສຳຄັນອີກອັນຫນຶ່ງຕ້ອງພິຈາລະນາສະໜອງງົບປະມານຢ່າງສົມເຫດສົມຜົນ,ເພີ່ມທະວີການເຮັດວຽກງານສຶກສາອົບຮົມແນວຄິດ ໃຫ້ແຮງງານລາວ ທີ່ກັບມາຈາກປະເທດໃກ້ຄຽງກັບຄອບຄົວຂອງເຂົາເຈົ້າໄດ້ຮັບຮູ້ເຖິງໄພອັນຕະລາຍຂອງພະຍາດໂຄວິດ-19,ສິ່ງທີ່ຄວນເອົາໃຈໃສ່ ມອບໃຫ້ແຂວງ,ເມືອງ ແລະນະຄອນ ສົມທົບກັນເກັບກຳຂຶ້ນບັນຊີຈຳນວນແຮງງານທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານມີຫຼາຍປານໃດ ເພື່ອສ້າງແຜນຮັບມື ໃຫ້ລະອຽດ ແລະທັນການ,ພ້ອມນັ້ນ ກໍ່ໃຫ້ຂຶ້ນທະບຽນບັນດາແຮງງານ ທີ່ກັບມານັ້ນໃຫ້ຖືກຕ້ອງ ໂດຍລົງເລິກອາຊີບທັກສະ ເພື່ອສົມທົບພາກວິສາຫະກິດ,ອົງການຈັດຕັ້ງສາກົນ ຝຶກງານກ່ອນເຂົ້າຕຳປະກອບອາຊີບອິດສະຫຼະໃຫ້ມີປະສິດທິຜົນ.
ຈາກນັ້ນທ່ານນາຍົກລັດຖະມົນຕີກໍ່ໄດ້ເດີນທາງໄປຢ້ຽມຢາມສູນກັກກັນຊົ່ວຄາວຢູ່ສະໜາມກິລາຫຼັກ 4, ພ້ອມໄດ້ເດີນທາງໄປໃຫ້ກຳລັງໃຈຜູ້ທີ່ກຳລັງປິ່ນປົວພະຍາດ ໂຄວິດ-19 ຢູ່ໂຮງໝໍສະໜາມຫຼັກ 9 ເຊິ່ງທ່ານໄດ້ມີການໂອ້ລົມໂດຍຜ່ານໂທລະໂຄ່ງສື່ສານກັບຜູ້ທີ່ກຳລັງປິ່ນປົວເພື່ອເນັ້ນໃຫ້ທຸກຄົນມີກຳລັງໃຈທີ່ດີ, ມີຄວາມເຊື່ອໝັ້ນຕໍ່ການນຳພັກ-ລັດໃນການດູແລ, ເບິ່ງແຍງ, ປະຕິບັດລະບຽບວິໄນຂອງສູນໃຫ້ເຂັ້ມງວດ ແລະ ເອົາໃຈໃສ່ປະຕິບັດຕາມຄຳສັ່ງຂອງແພດ-ໝໍໃນການດູແລຮັກສາສຸຂະພາບ, ໃຫ້ຫາຍດີເພື່ອຈະໄດ້ກັບບ້ານເຮືອນຢ່າງປອດໄພ, ຕໍ່ຈາກນັ້ນທ່ານຍັງໄດ້ໄປເບິ່ງສູນກັກກັນແຫ່ງໃໝ່ ຢູ່ເຂດບ້ານໂນນສະຫວາດເຊິ່ງເປັນສູນທີ່ໃຫຍ່ ສາມາດບັນຈຸຄົນໄດ້ຫຼາຍ,ຊຶ່ງປະຈຸບັນພວມກຳລັງປັບປຸງຕື່ມອີກ.