ນະຄອນຫລວງວຽງຈັນ ເພີ່ມຈຸດບໍລິການ ຂຶ້ນທະບຽນ ພາຫະນະ ແລະ ການຂັບຂີ່ ຢູ່ 3 ເມືອງ ຫາດຊາຍຟອງ ໄຊທານີ ແລະ ນາຊາຍທອງ

- 274900996 1837659123104526 5384369493110562148 n - ນະຄອນຫລວງວຽງຈັນ ເພີ່ມຈຸດບໍລິການ ຂຶ້ນທະບຽນ ພາຫະນະ ແລະ ການຂັບຂີ່ ຢູ່ 3 ເມືອງ ຫາດຊາຍຟອງ ໄຊທານີ ແລະ ນາຊາຍທອງ
- kitchen vibe - ນະຄອນຫລວງວຽງຈັນ ເພີ່ມຈຸດບໍລິການ ຂຶ້ນທະບຽນ ພາຫະນະ ແລະ ການຂັບຂີ່ ຢູ່ 3 ເມືອງ ຫາດຊາຍຟອງ ໄຊທານີ ແລະ ນາຊາຍທອງ

ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ຂະຫຍາຍສາຂາ ຢູ່ 3 ເມືອງ ຄືເມືອງຫາດຊາຍຟອງ, ໄຊທານີ ແລະ ເມືອງນາຊາຍທອງ ເພື່ອຍົກລະດັບການບໍລິການໃຫ້ຮັບປະກັນທາງວິຊາການ, ທັນສະໄໝ, ວ່ອງໄວ, ໂປ່ງໃສ ແລະ ບໍລິການປະຊາ ຊົນກໍຄືສັງຄົມໃຫ້ທົ່ວເຖິງກວ້າງຂວາງ.

ທ່ານ ໂອໃດ ໄຊສິດ ຮອງຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່, ຫົວໜ້າສາຂາເມືອງຫາດຊາຍຟອງ ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວໃນວັນທີ 28 ກຸມພານີ້ວ່າ:

- Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນ ເພີ່ມຈຸດບໍລິການ ຂຶ້ນທະບຽນ ພາຫະນະ ແລະ ການຂັບຂີ່ ຢູ່ 3 ເມືອງ ຫາດຊາຍຟອງ ໄຊທານີ ແລະ ນາຊາຍທອງ

ເພື່ອຮັບປະກັນສ້າງຄວາມສະຫງົບປອດໄພ 100%, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ດ້ານຕ່າງໆ ພວກເຮົາໄດ້ປັບປຸງສ້າງລະບົບກົນໄກປະສານງານ, ແບບແຜນວິທີເຮັດວຽກຢ່າງມີວິທະຍາສາດໃຫ້ດີຂຶ້ນເລື້ອຍໆ ແລະ ຂະຫຍາຍຈຸດບໍລິການຂຶ້ນທະບຽນ, ການກວດກາເຕັກນິກ ທັງຈັດຕັ້ງການສອບເສັງການຂັບຂີ່ລົງສູ່ຮາກຖານທີ່ມີເງື່ອນໄຂຢູ່ 3 ເມືອງດັ່ງກ່າວເພື່ອອຳນວຍຄວາມສະດວກໃນການກວດກາເຕັກນິກ, ຂຶ້ນທະບຽນຍານພາຫະນະ ແລະ ສອບເສັງໃບຂັບຂີ່ໃຫ້ສັງຄົມໄດ້ຢ່າງທົ່ວເຖິງ.

ຂະນະດຽວກັນກໍເພື່ອສ້າງລະບົບຖານຂໍ້ມູນກັບພາກສ່ວນກ່ຽວຂ້ອງຂອງພາກລັດໃນການເຊື່ອມໂຍງການຂຶ້ນທະບຽນ, ສອບເສັງໃບຂັບຂີ່ ທັງເຮັດໃຫ້ການຄຸ້ມຄອງ, ບໍລິຫານ ແລະ ການບໍລິການ ມີປະສິດທິພາບສູງຂຶ້ນທັງນໍາໃຊ້ລະບົບ ICT ເພື່ອຄຸ້ມຄອງຖານຂໍ້ມູນຍານພາຫະນະໃຫ້ທັນສະໄໝ ເຊື່ອມໂຍງຂໍ້ມູນຍານພາຫະນະ ແລະ ການຂັບຂີ່ ໃຫ້ເຊື່ອມຈອດກັນໃນທົ່ວປະເທດ; ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝກ້າວໜ້າ ເຂົ້າໃນການຄຸ້ມຄອງເກັບລາຍຮັບຕາມກົນໄກປະຕູດຽວ, ການຈ່າຍເງິນຜ່ານລະບົບທະນາຄານເພື່ອປ້ອງກັນບໍ່ໃຫ້ລາຍຮັບຕົກເຮ່ຍເສຍຫາຍ.

ຫ້ອງການຄຸ້ມຄອງພາຫະນະ ແລະ ການຂັບຂີ່ ທັງ 3 ສາຂາ ປະກອບມີຫ້ອງການເຮັດວຽກພະນັກງານ, ຫ້ອງປະຊຸມ, ຫ້ອງລະບົບເກັບກໍາຂໍ້ມູນ(ເຊີເວີ), ຫ້ອງການບໍລິການ, ຫ້ອງລໍຖ້າຂອງແຂກ, ຫ້ອງການອາ ກອນ, ຫ້ອງການຄັງເງິນ, ຫ້ອງການຊັບສິນນະຄອນຫລວງວຽງຈັນ, ຫ້ອງຕຳຫລວດຕິດປ້າຍ, ມີເສັ້ນທາງ ເພື່ອເຂົ້າກວດກາເຕັກນິກ 3 ຊ່ອງ, ໃນເບື້ອງຕົ້ນຈະໄດ້ເປີດນຳໃຊ້ກ່ອນ 1 ຊ່ອງທີ່ໄດ້ປະກອບເຄື່ອງກວດ ກາເຕັກນິກທັນສະໄໝ ເຊັ່ນເຄື່ອງກວດກາສຽງ, ຄວັນ, ລະບົບໄຟ, ແສງສະຫວ່າງ, ລະບົບເບກ, ຊ່ວງລ່າງ ແລະ ສູນຕັ້ງລໍ້ ສາມາດບໍລິການລົດເບົາ, ລົດບັນທຸກ ແລະ ລົດໂດຍສານ.

- 3 - ນະຄອນຫລວງວຽງຈັນ ເພີ່ມຈຸດບໍລິການ ຂຶ້ນທະບຽນ ພາຫະນະ ແລະ ການຂັບຂີ່ ຢູ່ 3 ເມືອງ ຫາດຊາຍຟອງ ໄຊທານີ ແລະ ນາຊາຍທອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!