ນາຍົກລັດຖະມົນຕີ ມາເລເຊຍ  ມູຍຶດດິນ ຢັສຊິນ ລາອອກຈາກຕຳແໜ່ງ ເນື່ອງຈາກຈັດການໂຄວິດຫຼົ້ມເຫຼວ

- unnamed 1 - ນາຍົກລັດຖະມົນຕີ ມາເລເຊຍ  ມູຍຶດດິນ ຢັສຊິນ ລາອອກຈາກຕຳແໜ່ງ ເນື່ອງຈາກຈັດການໂຄວິດຫຼົ້ມເຫຼວ
- kitchen vibe - ນາຍົກລັດຖະມົນຕີ ມາເລເຊຍ  ມູຍຶດດິນ ຢັສຊິນ ລາອອກຈາກຕຳແໜ່ງ ເນື່ອງຈາກຈັດການໂຄວິດຫຼົ້ມເຫຼວ

ທ່ານ ມູຢຶດດິນ ຢັສຊິນ ຕັດສິນໃຈລາອອກຈາກຕຳແໜ່ງ ນາຍົກ ມາເລເຊຍ ແລະ ຕຽມເຂົ້າເຝົ້າ ກາບລາຍງານລາອອກຈາກຕຳແໜ່ງຕໍ່ກະສັດ ມາເລເຊຍໃນມື້ນີ້ ຫຼັງຖືກກົດດັນໜັກ ເນື່ອງຈາກການບໍລິຫານສະຖານະການໂຄວິດຫຼົ້ມເຫຼວ.

ວັນທີ 16  ສິງຫາ 2021 ຜ່ານມາ ສໍານັກຂ່າວ ຣອຍເຕີ ລາຍງານວ່າ: ນາຍົກລັດຖະມົນຕີ ມາເລເຊຍ ໄດ້ລາອອກຈາກຕຳແໜ່ງ ຫຼັງຖືກກົດດັນຢ່າງໜັກຮອບດ້ານ ໂດຍສະເພາະຈາກພັກໃຫຍ່ຮ່ວມລັດຖະບານເຊັ່ນພັກ ສະມາເລຍແຫ່ງຊາດ ຊຶ່ງເປັນພັກການເມືອງໃຫຍ່ທີ່ສຸດໃນພັກຮ່ວມລັດຖະບານຂອງມາເລເຊຍ ທີ່ປະກາດຖອນຕົວຈາກການສະໜັບສະໜູນເມື່ອຕົ້ນເດືອນກໍລະກົດທີ່ຜ່ານມາ ແລະ ຍັງຮຽກຮ້ອງໃຫ້ທ່ານ ມູຢຶດດິນ ຢັສຊິນຈາກພັກ ເບີຊາຕູ ລາອອກຈາກຕຳແໜ່ງ ເພື່ອສະແດງຄວາມຮັບຜິດຊອບທີ່ບໍລິຫານຈັດການສະຖານະການໂຄວິດ-19 ຜິດພາດ ຈົນເກີດການລະບາດໜັກ.

ຕາມການລາຍງານຂອງສື່ໃນມາເລເຊຍອ້າງການເປີດເຜີຍຂອງທ່ານ ໂມດ ເຮດຊູວັນ ໂມດຢູໂຊບ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີມາເລເຊຍ ເປີດເຜີຍກັບຜູ້ສື່ຂ່າວໃນວັນນີ້ວ່າ ນາຍົກລັດຖະມົນຕີ ມູຢຶດດິນ ຢັດຊິນ ໄດ້ຕັດສິນໃຈລາອອກຈາກຕຳແໜ່ງ ຫຼັງຈາກໄດ້ປຶກສາກັບ ສະມາຊິກພັກເບີຊາຕູແລ້ວ.

- 3 - ນາຍົກລັດຖະມົນຕີ ມາເລເຊຍ  ມູຍຶດດິນ ຢັສຊິນ ລາອອກຈາກຕຳແໜ່ງ ເນື່ອງຈາກຈັດການໂຄວິດຫຼົ້ມເຫຼວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!