ຜົນການສອບເສັງຂອງນັກຮຽນສາມັນສຶກສາ ທົ່ວນະຄອນຫລວງວຽງຈັນບັນລຸໄດ້ຕາມລະດັບຄາດໝາຍ

- school - ຜົນການສອບເສັງຂອງນັກຮຽນສາມັນສຶກສາ ທົ່ວນະຄອນຫລວງວຽງຈັນບັນລຸໄດ້ຕາມລະດັບຄາດໝາຍ
- kitchen vibe - ຜົນການສອບເສັງຂອງນັກຮຽນສາມັນສຶກສາ ທົ່ວນະຄອນຫລວງວຽງຈັນບັນລຸໄດ້ຕາມລະດັບຄາດໝາຍ

ພິທີສະຫລຸບຜົນການສອບເສັງຈົບຊັ້ນມັດທະຍົມຕົ້ນ (ມ4) ແລະ ມັດທະຍົມສຶກສາຕອນປາຍ (ມ7) ແລະ ຜົນການສອບ ເສັງນັກຮຽນເກັ່ງລະດັບຊາດ ສົກຮຽນ 2016-2017, ໄດ້ຈັດ ຂຶ້ນ ໃນວັນທີ 22 ກໍລະກົດນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ພ້ອມ ດ້ວຍຄະນະຜູ້ບໍລິຫານການ ສຶກສາ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມເປັນ ຈຳນວນຫລາຍ.

 

- Visit Laos Visit SALANA BOUTIQUE HOTEL - ຜົນການສອບເສັງຂອງນັກຮຽນສາມັນສຶກສາ ທົ່ວນະຄອນຫລວງວຽງຈັນບັນລຸໄດ້ຕາມລະດັບຄາດໝາຍ

 

 

- 1427 300x201 - ຜົນການສອບເສັງຂອງນັກຮຽນສາມັນສຶກສາ ທົ່ວນະຄອນຫລວງວຽງຈັນບັນລຸໄດ້ຕາມລະດັບຄາດໝາຍ

 

 

+ ມຊ ຂາຍຟອມສອບເສັງໃຫ້ນັກສຶກສາຫລາຍກວ່າ 10 ພັນສະບັບແລ້ວ

+ ນັກຮຽນສິລະປະລາວ 6 ຄົນ ໄດ້ຮັບໂອກາດໄປແລກປ່ຽນ ດ້ານວັດທະນະທຳຢູ່ປະເທດສິງກະໂປ

 

ຫົວໜ້າພະແນກ ສຶກສາ ທິການ ແລະ ກິລາ ນະຄອນ ຫລວງວຽງຈັນ ກ່າວເປີດພິທີ ວ່າ: ສົກຮຽນ 2016-2017 ຖືເປັນຜົນສຳເລັດອັນດີ, ໃນການ ພັດທະນາຂະແໜງການສຶກສາ ຂອງນະຄອນຫລວງວຽງຈັນ, ໂດຍສະເພາະ ແມ່ນ ການເອົາໃຈ ໃສ່ຂອງພາກລັດ, ກໍຄືຜູ້ບໍລິຫານ ການສຶກສາທຸກຂັ້ນ ແລະ ສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນໃນ ດ້ານຕ່າງໆເຮັດ ໃຫ້ການສຶກສາ ຂອງນະຄອນຫລວງວຽງຈັນ ມີທ່າການຂະຫຍາຍຕົວຄື: ສົກ ຮຽນດັ່ງກ່າວ ມີນັກຮຽນຊັ້ນ ມ4 ເຂົ້າຮ່ວມສອບເສັງທັງໝົດ 11.276 ຄົນ, ຍິງ 5.541 ຄົນ, ເສັງໄດ້ 11.153 ຄົນເທົ່າກັບ 98,91%, ໃນນັ້ນມີນັກຮຽນ ເສັງໄດ້ຄະແນນ 7 ຂຶ້ນໄປທຸກ ວິຊາມີ 132 ຄົນເທົ່າກັບ 1,17%, ນັກຮຽນ ທີ່ໄດ້ຄະແນນ ສູງສຸດ 53,75 ຄະແນນມີ 1 ຄົນ.

 

 

 

- 45888 300x225 - ຜົນການສອບເສັງຂອງນັກຮຽນສາມັນສຶກສາ ທົ່ວນະຄອນຫລວງວຽງຈັນບັນລຸໄດ້ຕາມລະດັບຄາດໝາຍ

 

ສະເພາະ ມ7 ມີນັກຮຽນ ເຂົ້າສອບເສັງຕົວຈິງ 10.016 ຄົນ, ຍິງ 5.026 ຄົນ, ເສັງໄດ້ ທັງ ໝົດ 9.914 ຄົນ ເທົ່າກັບ 98,98%, ມີນັກຮຽນເກັ່ງຮອບ ດ້ານ 2 ປະເພດ, ໄດ້ຄະແນນ ສອບເສັງ 7 ຂຶ້ນໄປທຸກວິຊາ 317 ຄົນ, ມີຄະແນນສະເລ່ຍ 7 ຂຶ້ນໄປທຸກວິຊາມີ 904 ຄົນ ແລະ ມີນັກຮຽນທີ່ໄດ້ຄະແນນສູງສຸດ 37,25 ຄະແນນ ມີ 2 ຄົນ. ພິ ເສດມີນັກຮຽນໄດ້ຮັບໃບປະກາ ສະນີຍະບັດ ແດງ ຈຳນວນ 3 ຄົນ ຄື: ນາງ ນຸ້ມວິນາ ແສນຄຳຕີ ຈາກໂຮງຮຽນ ມສ ວຽງຈັນ, ນາງ ອານຸດສະດາ ສຸກຖາວອນ ຈາກໂຮງຮຽນ ມສ ວຽງສະ ຫວັນ ແລະ ທ້າວ ແສງຕາວັນ ວິຣະຖາວອນ ຣາຊະພົນ. ໃນພິ ທີດັ່ງກ່າວ ຍັງໄດ້ມອບໃບຍ້ອງ ຍໍໃຫ້ແກ່ນັກຮຽນເກັ່ງລະດັບ ຊາດ ຈຳນວນ 11 ຄົນ, ຍິງ 7 ຄົນ, ໃນນັ້ນ ມີອັນດັບ 1 ຈຳນວນ 6 ຄົນ, ອັນດັບ 2 ມີ 5 ຄົນ ແລະ ມອບໃບຍ້ອງຍໍໃຫ້ຄູ-ອາຈານ ສິດສອນດີຈຳນວນ 13 ຄົນ ອີກດ້ວຍ.

- 3 - ຜົນການສອບເສັງຂອງນັກຮຽນສາມັນສຶກສາ ທົ່ວນະຄອນຫລວງວຽງຈັນບັນລຸໄດ້ຕາມລະດັບຄາດໝາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!