ເຄັດບໍ່ລັບກັບການເປັນຄົນຄິດບວກ
October 11, 2021 - 10:00 AM

ເຖິງຈະບໍ່ໄດ້ເກີດມາພ້ອມກັບພະລັງໃນການຄິດບວກ, ແຕ່ທຸກຄົນສາມາດຝຶກຝົນ ແລະ ປ່ຽນຕົນເອງໃຫ້ເປັນຄົນຄິດບວກໄດ້ ໂດຍການປະຕິບັດຕາມແນວທາງ ດັ່ງຕໍ່ໄປນີ້ :
- ສຳຫລວດຄວາມຄິດລົບ : ທົບທວນແລ້ວຈົດລົງໃສ່ເຈ້ຍ ວ່າແຕ່ລະເທື່ອຄິດລົບໃນລະດັບຮຸນແຮງຫລາຍໜ້ອຍປານໃດ, ຫາເຫດຜົນປະກອບວ່າເປັນຫຍັງຕ້ອງຄິດລົບ, ຫາຂໍ້ໂຕ້ແຍ້ງທີ່ບໍ່ຄວນຄິດລົບ ແລະ ລອງເບິ່ງວ່າຈະຄິດບວກໄດ້ແນວໃດ ໃນສະຖານະການນັ້ນໆ.
- ແນມຫາສິ່ງດີໆ : ຫລຽນຍັງມີສອງດ້ານ ໃນສະຖານະການຮ້າຍໆກໍຍ່ອມມີດ້ານດີໆສະເໝີ ເຊັ່ນ : ເຖິງຈະໂສກເສົ້າໄປ ແດ່ຫລັງຈາກຖືກເລີກຈ້າງກາຍເປັນຄົນວ່າງວຽກ, ແຕ່ກໍຖືວ່າເປັນໂອກາດໃຫ້ຕົນເອງໄດ້ພັກຜ່ອນ, ໄດ້ລອງເປີດປະສົບ ການເຮັດສິ່ງໃໝ່ໆ ຫລື ສິ່ງທີ່ຍັງຫາເວລາເຮັດບໍ່ໄດ້ ເປັນຕົ້ນ ຫລື ລອງຄິດຫາຂໍ້ແນະນຳໃນດ້ານບວກແທນການຕຳໜິ ເລື່ອງຕ່າງໆ ເຊິ່ງບໍ່ພຽງຊ່ວຍຝຶກໃຫ້ເປັນຄົນຄິດບວກແລ້ວ ຍັງອາດເຮັດໃຫ້ເກີດການປ່ຽນແປງທີ່ດີກັບຄົນອ້ອມຂ້າງ ໄດ້ເຊັ່ນກັນ.
- ເອົາແບບຢ່າງບຸກຄົນທີ່ຄິດບວກ : ເພື່ອເປັນແຮງບັນດານໃຈໃນການປັບປ່ຽນທັດສະນະຄະຕິຂອງຕົນເອງ ແລ້ວລອງ ເປັນຄົນຜູ້ນັ້ນເບິ່ງຈັກໄລຍະໜຶ່ງ ຖ້າຫາກຕ້ອງພົບສະຖານະການແບບນີ້ເຂົາຈະຄິດແນວໃດ ແລ້ວລອງຄິດບວກແບບ ນັ້ນເບິ່ງ.
- ລອງຄິດບວກເບິ່ງຈັກເທື່ອ : ຢ່າລັງເລທີ່ຈະຄິດບວກ ເຖິງຈະບໍ່ລຶ້ງເຄີຍໃນໄລຍະທຳອິດ ແຕ່ທຸກຢ່າງລ້ວນຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມຈຶ່ງຈະສຳເລັດ ຖ້າເຮັດໄດ້ຈັກເທື່ອໜຶ່ງແລ້ວ ອາດເປັນກຳລັງໃຈດີໆໃຫ້ຄິດບວກຕໍ່ໄປໄດ້.
- ຝຶກຄິດບວກໃຫ້ຊຳນານ : ນອກຈາກຈະສົ່ງຜົນດີຕໍ່ຄວາມຄິດ, ອາລົມ, ການເບິ່ງໂລກ ແລະ ການໃຊ້ຊີວິດແລ້ວ ການຄິດ ບວກຢູ່ສະເໝີຍັງເປັນປະໂຫຍດຕໍ່ສຸຂະພາບໄດ້ນຳອີກ.