ອົດສະຕຣາລີຢຶດເຮໂຣອິນຈຳນວນຫລາຍ ມູນຄ່າ 140 ລ້ານໂດລາອົດສະຕຣາລີ ເຊື່ອງຢູ່ໃນຕູ້ຄອນເທນເນີຈາກມາເລເຊຍ

ຕຳຫລວດອົດສະຕຣາລີຢຶດເຮໂຣອິນ 450 ກິໂລກຣາມ ຈຳນວນຫລາຍທີ່ສຸດໃນປະຫວັດສາດ ມູນຄ່າປະມານ 140 ລ້ານໂດລາອົດສະຕຣາລີ ເຊື່ອງຢູ່ໃນຕູ້ຄອນເທນເນີຈາກມາເລເຊຍສົ່ງເຖິງບໍລິສັດໃນເມວເບິນ.
ວັນທີ 16 ຕຸລາ 2021, ສຳນັກຂ່າວຣອຍເຕີລາຍງານວ່າ: ສຳນັກງານຕຳຫລວດແຫ່ງຊາດອົດສະຕຣາລີ ຖະແຫລງຜົນການຈັບຢຶດເຮໂຣອິນຈຳນວນຫລາຍທີ່ສຸດໃນປະຫວັດສາດທີ່ເຄີຍພົບໃນປະເທດ ນ້ຳໜັກ 450 ກິໂລກຣາມ ມູນຄ່າປະມານ 140 ລ້ານໂດລາອົດສະຕຣາລີ ເຊື່ອງຢູ່ໃນຕູ້ຄອນເທນເນີບັນຈຸກະເບື້ອງເຊຣາມິກສົ່ງມາຈາກປະເທດມາເລເຊຍ ລະບຸຜູ້ຮັບປາຍທາງເປັນບໍລິສັດແຫ່ງໜຶ່ງໃນເມືອງເມວບິນ.
ຕຳຫລວດເປີດເຜີຍວ່າ: ໄດ້ຈັບກຸມຊາຍສັນຊາດມາເລເຊຍໄວ້ໄດ້ 1 ຄົນ ໃນຂໍ້ຫານຳເຂົ້າຢາເສບຕິດຜິດກົດໝາຍ ແລະ ພະຍາຍາມຄອບຄອງຢາເສບຕິດເພື່ອການຄ້າຂ້າມແດນ ເຊິ່ງມີໂທດສູງສຸດຕິດຄຸກຕະຫລອດຊີວິດ ໂດຍບໍ່ມີການລະບຸຊື່ຜູ້ຕ້ອງສົງໄສ ຕາມເປັນວິທີປະຕິບັດປົກກະຕິຂອງຕຳຫລວດອົດສະຕຣາລີ ເວັ້ນແຕ່ວ່າການເປີດເຜີຍຊື່ຈະເປັນປະໂຫຍດຕໍ່ຄອບຄົວເຫຍື່ອ ຫລື ສາທາລະນະ.
ຄຣິສຊີ ບາເຣັດ ຜູ້ບັນຊາການສຳນັກງານຕຳຫລວດພາກໃຕ້ອົດສະຕຣາລີ ລະບຸວ່າ: ການຈັບກຸມຄັ້ງນີ້ເປັນຜົນງານຈາກການຮ່ວມມືລະຫວ່າງສຳນັກງານສະຫະພັນອົດສະຕຣາລີ ແລະ ສຳນັກງານຕຳຫລວດມາເລເຊຍ ເຊິ່ງເຮົາຍັງເຮັດວຽກຮ່ວມກັນໃນການລະບຸ ແລະ ຂັດຂວາງການກໍ່ອາດຊະຍາກຳຂ້າມຊາດທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ທັງສອງປະເທດ.
ທັງນີ້, ຈາກການປະເມີນຂອງຕຳຫລວດ ການຈັບກຸມຄັ້ງນີ້ຈະສາມາດຮັກສາຊີວິດປະຊາຊົນໄດ້ປະມານ 225 ຄົນ ອີງຈາກການຄິດໄລ່ຜົນກະທົບຈາກເຮໂຣອິນ ເຊິ່ງຈະຂ້າຊີວິດຄົນ 1 ຄົນຈາກການບໍລິໂພກ 2 ກິໂລກຣາມ.
ອ້າງອີງ: