ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030

ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030 - 2021 11 01T223505Z 1 LYNXMPEHA01RQ RTROPTP 3 CLIMATE UN FORESTS CARBON - ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030
ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030 - Untitled design 1 - ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030

ກອງປະຊຸມລັດພາຄີຂອບອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ ຫລື COP26 ຢູ່ເມືອງກລາສໂກຂອງສະກອດແລນ ໄດ້ຂໍ້ຕົກລົງສຳຄັນສະບັບທຳອິດໃນວັນທີ 1 ພະຈິກ ຫລັງບັນດາຜູ້ນຳ 100 ກວ່າປະເທດທົ່ວໂລກ ຕົກລົງໃຫ້ຄຳໝັ້ນຈະຢຸດ ແລະ ຟື້ນຟູສະຖານະການການທຳລາຍປ່າ ແລະ ການເສື່ອມໂຊມຂອງດິນໃຫ້ໄດ້ພາຍໃນປີ 2030.

ໂດຍລັດຖະບານອັງກິດໃນຖານະເຈົ້າພາບ ແລະ ຕົວແທນຂອງກອງປະຊຸມ COP26 ປະກາດໃນຖະແຫລງການຮ່ວມທີ່ເອີ້ນວ່າ: “ປະລິນຍາວ່າດ້ວຍການໃຊ້ປ່າໄມ້ ແລະ ທີ່ດິນຂອງຜູ້ນຳກລາສໂກ (Glasgow Leader’s Declaration On Forests And Land Use)” ເຊິ່ງເຜີຍແຜ່ອອກມາໃນວັນທີ 2 ພະຈິກ ຊີ້ວ່າ: ຜູ້ນຳ 105 ປະເທດທົ່ວໂລກ ເຊິ່ງມີເນື້ອທີ່ປ່າລວມກັນ 85% ຂອງເນື້ອທີ່ປ່າທົ່ວໂລກ ຕ່າງເຫັນພ້ອມ ແລະ ລົງນາມຮ່ວມກັນໃນຂໍ້ຕົກລົງສະບັບນີ້ ເຊິ່ງຈະສົ່ງຜົນຄວບຄຸມເນື້ອທີ່ປ່າຫລາຍກວ່າ 33 ລ້ານຕາກິໂລແມັດ.

ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030 - Visit Laos Visit SALANA BOUTIQUE HOTEL - ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030

ໃນບັນດາປະເທດທີ່ເຂົ້າຮ່ວມມີການາດາ, ຣັດເຊຍ, ບຣາຊິວ, ໂຄລອມເບຍ, ອິນໂດເນເຊຍ ແລະ ສາທາລະນະລັດ ປະຊາທິປະໄຕຄອງໂກ ເຊິ່ງທັງໝົດມີເນື້ອທີ່ປ່າສຳຄັນ ໂດຍສະເພາະບຣາຊິວຖືກວິພາກວິຈານວ່າອະນຸຍາດການຕັດໄມ້ທຳລາຍປ່າອາເມຊອນເພີ່ມຂຶ້ນໃນຫລາຍປີຜ່ານມາ. ອາເມລິກາ ແລະ ຈີນ ສອງມະຫາອຳນາດ ຈະເປັນພາຄີໃນຂໍ້ຕົກລົງດັ່ງກ່າວນຳ.

ຂໍ້ຕົກລົງດັ່ງກ່າວເປັນຜົນມາຈາກສະພາບອາກາດທີ່ເປັນປ່າໄມ້ ເມື່ອປ່າໄມ້ຖືກຕັດ ຫລື ເສື່ອມໂຊມຈະປ່ອຍແກັສກາກບອນໄດອອກໄຊ (CO2) ອອກສູ່ຊັ້ນບັນຍາກາດປະມານ 11% ຂອງການປ່ອຍ CO2 ທັງໝົດຂອງໂລກ.

ອ້າງອີງ:

ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030 -    AD conten website - ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030
ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030 - lattana banner 1 - ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030
ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030 - lattana banner - ຜູ້ນຳໂລກ 100 ກວ່າປະເທດ ເຫັນພ້ອມຢຸດ “ຕັດໄມ້ທຳລາຍປ່າ” ພາຍໃນປີ 2030
error: Alert: ເນື້ອຫາຂ່າວມີລິຂະສິດ !!