ປະທານສະພາແຫ່ງຊາດ ສຳເລັດການເຂົ້າຮ່ວມກອງປະຊຸມ ການເປັນຄູ່ຮ່ວມລັດຖະສະພາ ອາຊີ-ເອີຣົບ ຄັ້ງທີ 11
November 16, 2021 - 7:28 PM


ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ (ASEP) ຄັ້ງທີ 11, ຈັດຂຶ້ນໃນວັນທີ 16 ພະຈິກ 2021 ທີ່ ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບໃນຮູບແບບກອງປະຊຸມທາງໄກ. ກອງປະຊຸມຄັ້ງນີ້, ໄດ້ດຳເນີນພາຍໃຕ້ຫົວຂໍ້: “ການເພີ່ມທະວີການຮ່ວມມືລັດຖະສະພາເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນຍຸກໂຄວິດ-19 ແລະ ໃນໄລຍະຕໍ່ໄປ (Strengthening Parliamentary Partnership for Peace and Sustainable Development in the Era of COVID-19 and Beyond)” ໂດຍການເປັນປະທານຂອງ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຼີ ເຮັງ ຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກກຳປູເຈຍ ຊຶ່ງມີຄະນະຜູ້ແທນຈາກລັດຖະສະພາສະມາຊິກ ASEP ໃນພາກພື້ນອາຊີ-ເອີຣົບ, ມີຄະນະຜູ້ແທນຈາກລັດຖະສະພາເອີຣົບ, ກອງເລຂາອາຊຽນ ແລະ ແຂກຖືກເຊີນຂອງປະເທດເຈົ້າພາບເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ, ຄະນະຜູ້ແທນລັດຖະສະພາຈາກ 2 ພາກພື້ນ ໄດ້ສຸມໃສ່ຄົ້ນຄວ້າ ແລະ ປຶກສາຫາລືບັນຫາສຳຄັນຕ່າງໆ ທີ່ມີຄວາມກັງວົນຮ່ວມກັນ ໂດຍສະເພາະແມ່ນບັນຫາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ; ການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດ-ສັງຄົມ ພາຍຫຼັງການແຜ່ລະບາດຂອງພະຍາດດັ່ງກ່າວ; ການສົ່ງເສີມການຟື້ນໂຕສີຂຽວ ແລະ ການແກ້ໄຂບັນຫານໍ້າ-ພະລັງງານ, ຄວາມໜັ້ນຄົງທາງດ້ານສະບຽງອາຫານ ແລະ ອື່ນໆ ຕາມພາລະບົດບາດຂອງອົງການນິຕິບັນຍັດ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວຄຳປາໄສໃນວາລະທີໜຶ່ງ ຂອງກອງປະຊຸມຄົບຄະນະ ໂດຍທ່ານໄດ້ສະແດງການສະໜັບສະໜູນຕໍ່ຫົວຂໍ້ຂອງກອງປະຊຸມ, ພ້ອມທັງຕີລາຄາສູງຕໍ່ບົດບາດ ແລະ ຄວາມສຳຄັນຂອງ ASEP ໃນການປະກອບສ່ວນແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບອັນໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຄົມໂລກ. ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກວ່າ: ສັນຕິພາບ, ຄວາມໜັ້ນຄົງ ແລະ ການພັດທະນາແບບຍືນຍົງ ແມ່ນມີການພົວພັນຊຶ່ງກັນ ແລະ ກັນ ບໍ່ສາມາດຕັດແຍກອອກຈາກກັນໄດ້, ສັນຕິພາບ ແລະ ຄວາມໝັ້ນຄົງ ເປັນປັດໄຈພື້ນຖານຂອງການພັດທະນາແບບຍືນຍົງຢູ່ທຸກປະເທດ ຊຶ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ ໂດຍໄດ້ເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ກໍຄືຍຸດທະສາດການພັດທະນາ 2025 ແລະ ວິໄສທັດ 2030 ຕາມທິດສີຂຽວ ແລະ ຍືນຍົງ ເພື່ອນໍາພາປະເທດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2026. ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາລັດຖະສະພາສະມາຊິກ ASEP ສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອຮັບມືກັບພະຍາດໂຄວິດ-19, ພ້ອມກັນຟື້ນຟູເສດຖະກິດໃຫ້ມີຄວາມຍືນຍົງ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຢູ່ດີກິນດີຂອງປະຊາຊົນ.
ພ້ອມດຽວກັນນັ້ນ, ຄະນະຜູ້ແທນຂອງສະພາແຫ່ງຊາດລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ພາຍໃຕ້ຫົວຂໍ້ຕ່າງໆ ເຊັ່ນ: ການຮ່ວມມືຂອງລັດຖະສະພາ ເພື່ອສັນຕິພາບ, ຄວາມໜັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ; ການຟື້ນຟູເສດຖະກິດໂລກໃນຍຸກໂຄວິດ-19 ແລະ ໃນໄລຍະຕໍ່ໄປ ແລະ ກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂບັນຫານໍ້າ-ພະລັງງານ ຄວາມໜັ້ນຄົງທາງດ້ານສະບຽງອາຫານ ພາຍໃຕ້ການປ່ຽນແປງດິນຟ້າອາກາດ ໂດຍໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນທັດສະນະຕາມແຕ່ລະຫົວຂໍ້ຂອງກອງປະຊຸມ ຢ່າງສ້າງສັນ ແລະ ກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ, ບັນດາຫົວໜ້າຄະນະຜູ້ແທນ ຂອງລັດຖະສະພາສະມາຊິກ ASEP ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ (ASEP) ຄັ້ງທີ 11 ຢ່າງເປັນເອກະສັນ ຊຶ່ງຖະແຫຼງການດັ່ງກ່າວ ໄດ້ຢໍ້າຄືນຄວາມສໍາຄັນຂອງການທູດລັດຖະສະພາ ເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ, ພ້ອມທັງເຫັນດີເປັນເອກະພາບກັນນຳເອົາເນື້ອໃນຂອງຖະແຫຼງການຮ່ວມຂອງກອງປະຊຸມຄັ້ງນີ້ ສະເໜີຕໍ່ກອງປະຊຸມສຸດຍອດຜູ້ນຳອາຊີ-ເອີຣົບ (ASEM) ຄັ້ງທີ 13 ທີ່ຈະຈັດຂຶ້ນຢູ່ ຣາຊະອານາຈັກກໍາປູເຈຍ, ໃນລະຫວ່າງວັນທີ 25-26 ພະຈິກ 2021 ທີ່ຈະມາເຖິງນີ້.