6 ຄວາມສາມາດພິເສດສຳຄັນທີ່ຂາດບໍ່ໄດ້ໃນເອກະສານສະໝັກວຽກ
December 9, 2021 - 10:00 AM


ເມື່ອທ່ານໄດ້ຂຽນແບບຟອມສະໝັກວຽກຈົນມາເຖິງພາກສ່ວນຂອງຄວາມສາມາດພິເສດ ຫລາຍໆຄົນກໍຈະມີຄຳຖາມຂຶ້ນມາວ່າ ເຮົາຄວນຈະໃສ່ຄວາມສາມາດພິເສດຫຍັງລົງໄປໃນແບບຟອມສະໝັກວຽກ ? ຖ້າໃສ່ຫລາຍເກີນໄປມັນຈະເບິ່ງຮົກ ແລະ ຫລາຍເກີນໄປຫລືບໍ່ ? ຫລື ຖ້າໃສ່ໜ້ອຍເກີນໄປ ມັນຈະເບິ່ງວ່າເຮົາບໍ່ມີຫຍັງໜ້າສົນໃຈຫລືບໍ່ ? ມື້ນີ້ພວກເຮົາຈະມາພິຈາລະນາກ່ຽວກັບເລື່ອງນີ້ນຳກັນ.
ຄວາມສາມາດພິເສດ (Skills) ແມ່ນສິ່ງທີ່ເຮົາສາມາດເຮັດໄດ້ດີກ່ວາ ຫລື ເໜືອກ່ວາຄົນອື່ນໆຮອມໂຕ ປຽບດັ່ງຈຸດເດັ່ນຂອງຕົນເອງ ເຊິ່ງເວລາທີ່ໃສ່ຄວາມສາມາດພິເສດລົງໃນແບບຟອມສະໝັກວຽກ ກໍຈະມີຈຸດທີ່ຕ້ອງສົນໃຈຢູ່ນຳກັນ 6 ຈຸດດັ່ງຕໍ່ໄປນີ້ :
- ຄວາມສາມາດພິເສດດ້ານພາສາ : ຄວາມສາມາດພິເສດດ້ານພາສາແມ່ນການທີ່ທ່ານສາມາດສື່ສານກັບຜູ້ອື່ນໄດ້ຫລາຍພາສານັ້ນເອງ ໂດຍພື້ນຖານແລ້ວພາສາອັງກິດນັ້ນເປັນພາສາກາງ ທີ່ທຸກຄົນໃນປະເທດທີ່ຮຽນຈົບມາໃນລະດັບມະຫາວິທະຍາໄລ ສາມາດໃຊ້ສື່ສານກັນໄດ້ ກໍຍ້ອນເຮົາຮຽນມາຕັ້ງຫລາຍປີ ເຖິງຈະບໍ່ເກັ່ງພາສາອັງກິດ ແນວໃດກໍຕ້ອງໄດ້ແດ່ຈັກເລັກຈັກໜ້ອຍ ຖ້າຫາກທ່ານສາມາດສື່ສານໄດ້ 3 ພາສາຂຶ້ນໄປ ຫລື ສາມາດສື່ສານໄດ້ຫລາຍກ່ວາພາສາລາວ ແລະ ພາສາອັງກິດ ທ່ານກໍຈະສາມາດສະໝັກວຽກບາງປະເພດໄດ້ ແລະ ໄດ້ປຽບຄົນອື່ນໆຢ່າງຫລາຍ. ພາສາທີ 3 ທີ່ສຳຄັນທີ່ສຸດຕອນນີ້ແມ່ນພາສາຈີນກາງ ເຊິ່ງຖ້າທ່ານໄດ້ພາສາຈີນນຳແລ້ວ ໂອກາດຂອງທ່ານຈະເປີດກ້ວາງຂຶ້ນອີກຫລາຍ, ຮອງລົງມາກໍຈະແມ່ນພາສາຍອດນິຍົມໃນເອີຣົບ ດັ່ງ ພາສາສະເປນ, ອິຕາລຽນ, ເຢຍລະມັນ, ຝຣັ່ງ ມາຈົນເຖິງພາສາເພື່ອນບ້ານ ດັ່ງຫວຽດນາມ, ມຽນມາ ແລະ ກຳປູເຈຍ ເປັນຕົ້ນ.
- ຄວາມສາມາດພິເສດດ້ານຄອມພິວເຕີ : ຄວາມສາມາດພິເສດດ້ານຄອມພິວເຕີ ລວມໄປເຖິງການໃຊ້ງານຄອມພິວເຕີໂດຍລວມທົ່ວໆໄປໃນລະດັບເລີ່ມຕົ້ນ ລົງໄປເລິກຈົນເຖິງການໃຊ້ງານຄອມພິວເຕີໃນລະດັບທີ່ສັບຊ້ອນໄດ້. ຄວາມສາມາດພິເສດດ້ານຄອມພິວເຕີມີຄວາມສຳຄັນຫລາຍ ໂດຍສະເພາະສຳລັບພະນັກງານຫ້ອງການ ເພາະວຽກເກືອບຈະທັງໝົດມີຄອມພິວເຕີເຂົ້າມາຊ່ວຍເຮັດວຽກ ເພື່ອໃຫ້ເກີດການເຮັດວຽກທີ່ຖືກຕ້ອງ ແລະ ວ່ອງໄວຂຶ້ນ. ໂດຍທົ່ວໄປແລ້ວ ຜູ້ສະໝັກວຽກທຸກຄົນຄວນຈະໃຊ້ໂປຣແກຣມທີ່ມີການໃຊ້ງານກັນຢ່າງແຜ່ຫລາຍ ເຊັ່ນ : Microsoft Windows, Microsoft Word, Microsoft Excel, Microsoft Powerpoint ແລະ Email ໄດ້. ສ່ວນຖ້າທ່ານສະໝັກວຽກດ້ານຄອມພິວເຕີກຣາບຟິກ ທ່ານກໍຈະຕ້ອງໄດ້ໂປຣແກຣມປະເພດ Adobe Photoshop ແລະ Adobe Illustrator. ສ່ວນຖ້າທ່ານເຮັດວຽກທາງດ້ານວຽກ 3 ມິຕິ ກໍໃສ່ໂປຣມແກຣມ Maya, Houdini, Cinema 4D ຫລື ໂປຣແກຣມອື່ນໆທີ່ຈຳເປັນຕໍ່ຕຳແໜ່ງວຽກທີ່ທ່ານກຳລັງສະໝັກຢູ່. ຄວາມສາມາດພິເສດດ້ານຄອມພິວເຕີ ລວມໄປເຖິງຕຳແໜ່ງວຽກ ໂປຣແກຣມເມີ ທີ່ຈະຕ້ອງສາມາດຂຽນໂປຣແກຣມໄດ້ດ້ວຍພາສາທີ່ຕ້ອງໃຊ້ງານໃນຕຳແໜ່ງວຽກນັ້ນໆ ຖ້າທ່ານຂຽນພາສາ C++ ແລະ JAVA ໄດ້ ກໍໃຫ້ໃສ່ມັນລົງໄປໃຫ້ໝົດ ລວມໄປເຖິງເຄື່ອງມືທີ່ທ່ານໃຊ້ງານເປັນນຳ.
- ຄວາມສາມາດພິເສດດ້ານການສື່ສານຢ່າງເປັນທາງການ : ການສື່ສານຢ່າງເປັນທາງການຈະໃຊ້ຄຳທີ່ສຸພາບໃນການສື່ສານເປັນຫລັກ ມັນຈະໃຊ້ກັນຫລາຍຜ່ານການສື່ສານດ້ວຍ Email ທີ່ເປັນຊ່ອງທາງສື່ສານຫລັກຂອງອົງກອນສ່ວນຫລາຍໃນໂລກນີ້. ນອກຈາກທ່ານຈະໃສ່ຄວາມສາມາດນີ້ລົງໃນແບບຟອມສະໝັກວຽກແລ້ວ ກໍຂໍໃຫ້ສະແດງໃຫ້ຝ່າຍບຸກຄະລາກອນເຫັນນຳວ່າທ່ານສາມາດສື່ສານຢ່າງເປັນທາງການໄດ້ດີແທ້ໆ ໃຫ້ຄົບຕະຫລອດຂັ້ນຕອນການສະໝັກວຽກ ເລີ່ມຕັ້ງແຕ່ເວລາທີ່ທ່ານຂຽນ Email ສົ່ງແບບຟອມສະໝັກວຽກໃຫ້ເຂົາ ແລະ ເວລາທີ່ນັດໝາຍການສຳພາດ ໄປຈົນເຖິງຂັ້ນຕອນສຸດທ້າຍແມ່ນການເຊັນສັນຍາເຂົ້າເຮັດວຽກ.
- ຄວາມຄິດສ້າງສັນ : ມີຕຳແໜ່ງວຽກຫລວງຫລາຍທີ່ທ່ານຈະໄດ້ໃຊ້ຄວາມຄິດສ້າງສັນຂອງຕົນເອງໃນການເຮັດວຽກ ແລະ ຄວາມຄິດສ້າງສັນເອງກໍເປັນສິ່ງທີ່ສາມາດຊ່ວຍໃຫ້ທ່ານມີໂອກາດໄດ້ວຽກຫລາຍຂຶ້ນໄດ້ ໃຫ້ໃສ່ຄວາມຄິດສ້າງສັນລົງໄປໃນແບບຟອມສະໝັກວຽກນຳ.
- ການຄວບຄຸມອາລົມ : ທ່ານຮູ້ຫລືບໍ່ວ່າຫ້ອງການທີ່ມີບັນຫາກັນພາຍໃນ ສ່ວນໜຶ່ງມາຈາກການທີ່ພະນັກງານຜິດຖຽງກັນເອງ ແລະ ເປັນສິ່ງທີ່ເຮັດໃຫ້ຝ່າຍບຸກຄະລາກອນຕ້ອງເຈັບຫົວນຳຫລາຍ. ດັ່ງນັ້ນ, ພວກເຂົາຈະໃຫ້ຄວາມສົນໃຈກັບຜູ້ສະໝັກວຽກທີ່ມີຄວາມເປັນຜູ້ໃຫຍ່ ແລະ ສາມາດຄວບຄຸມອາລົມຂອງຕົນເອງໄດ້ ເຊິ່ງກໍບໍ່ຈຳເປັນຈະຕ້ອງເຖິງລະດັບໄດ້ລາງວັນຫຍັງດອກ ພຽງແຕ່ຢູ່ໃນລະດັບທີ່ສູງກ່ວາຄົນທົ່ວໄປກໍພຽງພໍແລ້ວ.
- ຄວາມສາມາດໃນການເຮັດວຽກເປັນທີມ : ຜູ້ສະໝັກວຽກທີ່ສາມາດເຮັດວຽກຮ່ວມກັນເປັນທີມໄດ້ຢ່າງດີ ບໍ່ວ່າຈະເປັນຫົວໜ້າທີມ ຫລື ລູກທີມ ຖືວ່າເປັນສິ່ງທີ່ອົງກອນຕ້ອງການຢ່າງຫລາຍ. ດັ່ງນັ້ນ. ຖ້າທ່ານຫລິ້ນກິລາປະເພດທີມ, ຕັ້ງວົງດົນຕີ ຫລື ມີກິດຈະກຳກຸ່ມທີ່ທ່ານມີບົດບາດໃນກຸ່ມນັ້ນໆ ກໍອາດຈະພິຈາລະນາໃສ່ກິດຈະກຳເຫລົ່ານັ້ນລົງໃນແບບຟອມສະໝັກວຽກໄດ້.
- ສະຫລຸບ : ຄວາມສາມາດພິເສດເຫລົ່ານີ້ຈະຊ່ວຍໃຫ້ແບບຟອມສະໝັກວຽກຂອງທ່ານໜ້າສົນໃຈຍິ່ງຂຶ້ນ, ແຕ່ບໍ່ແມ່ນວ່າທຸກອັນຈະມີຄວາມສຳຄັນເທົ່າກັນໄປໝົດ ໃຫ້ທ່ານເລືອກມາບໍ່ເກີນ 2-3 ຢ່າງທີ່ທ່ານຄິດວ່າຕົນເອງເກັ່ງທີ່ສຸດ ຫລື ເໝາະສົມກັບຕຳແໜ່ງວຽກທີ່ທ່ານສະໝັກເທົ່ານັ້ນ ແລະ ໃສ່ມັນລົງໄປໃນແບບຟອມສະໝັກວຽກຂອງທ່ານ ແລະ ຂໍໃຫ້ເບິ່ງເລື່ອງພື້ນທີ່ຂອງການຂຽນແບບຟອມສະໝັກວຽກນຳ ເພາະແບບຟອມສະໝັກແມ່ນເອກະສານສະຫລຸບທີ່ຄວນຈະຂຽນໃຫ້ຈົບໄດ້ພາຍໃນຄວາມຍາວ 1 ໜ້າເທົ່ານັ້ນ ແລະ ຈະຕ້ອງສັ້ນກະທັດຮັດ ໄດ້ໃຈຄວາມຄົບຖ້ວນ. ຖ້າທ່ານທີ່ທ່ານຂຽນຄວາມສາມາດພິເສດເຫລົ່ານີ້ລົງໄປ ແລ້ວເຮັດໃຫ້ແບບຟອມສະໝັກວຽກຂອງທ່ານຍາວເກີນ 1 ໜ້າ ກໍຈະບໍ່ຄ່ອຍກຸ້ມກັນພໍປານໃດ ເພາະຄວາມສາມາດພິເສດນີ້ມີຄວາມສຳຄັນໜ້ອຍກ່ວາປະສົບການເຮັດວຽກຂອງທ່ານ ຖ້າທ່ານມີປະສົບການດ້ານອື່ນທີ່ສຳຄັນກ່ວາ ກໍຢ່າເສຍສະຫລະພື້ນທີ່ອັນມີຄ່າຂອງທ່ານມາໃສ່ຄວາມສາມາດພິເສດນີ້ຫລາຍເກີນໄປ.