ຊຸບເປີໄຕ້ຝຸ່ນ ‘ຣາອີ’ ຖະຫລົ່ມຟີລິບປິນ ເສຍຊີວິດແລ້ວ 12 ຄົນ ຄາດກະທົບປະຊາຊົນ 13 ລ້ານຄົນ

ຊຸບເປີໄຕ້ຝຸ່ນ ‘ຣາອີ’ ຖະຫລົ່ມຟີລິບປິນ ເສຍຊີວິດແລ້ວ 12 ຄົນ ຄາດກະທົບປະຊາຊົນ 13 ລ້ານຄົນ - 122255372 gettyimages 1237259015 - ຊຸບເປີໄຕ້ຝຸ່ນ ‘ຣາອີ’ ຖະຫລົ່ມຟີລິບປິນ ເສຍຊີວິດແລ້ວ 12 ຄົນ ຄາດກະທົບປະຊາຊົນ 13 ລ້ານຄົນ
ຊຸບເປີໄຕ້ຝຸ່ນ ‘ຣາອີ’ ຖະຫລົ່ມຟີລິບປິນ ເສຍຊີວິດແລ້ວ 12 ຄົນ ຄາດກະທົບປະຊາຊົນ 13 ລ້ານຄົນ - kitchen vibe - ຊຸບເປີໄຕ້ຝຸ່ນ ‘ຣາອີ’ ຖະຫລົ່ມຟີລິບປິນ ເສຍຊີວິດແລ້ວ 12 ຄົນ ຄາດກະທົບປະຊາຊົນ 13 ລ້ານຄົນ

ຊຸບເປີໄຕ້ຝຸ່ນ ‘ຣາອີ’ (Rai) ພັດຂຶ້ນຝັ່ງເກາະເຊຍເກົາ ເຊິ່ງເປັນເກາະຕາກອາກາດຍອດນິຍົມຂອງຟີລິບປິນ ໃນວັນທີ 16 ທັນວາຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນແລ້ວ 12 ຄົນ. ຂະນະທີ່ອົງການສະຫະປະຊາຊາດ (UN) ຄາດວ່າປະຊາຊົນປະມານ 13 ລ້ານຄົນອາດໄດ້ຮັບຜົນກະທົບ.

ເກາະທ່ອງທ່ຽວຍອດນິຍົມເປັນໜຶ່ງໃນພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ຫລັງຈາກພາຍຸໄຕ້ຝຸ່ນກຳລັງແຮງພັດຜ່ານທາງຕອນໃຕ້ຂອງຟີລິບປິນ ເຮັດໃຫ້ເກີດຝົນຕົກໜັກ ແລະ ລົມແຮງປະມານ 195 ກິໂລແມັດຕໍ່ຊົ່ວໂມງ ສົ່ງຜົນໃຫ້ຕົ້ນໄມ້ໃນເກາະເຊຍເກົາຫັກ ແລະ ສາຍໄຟຂາດ. ນອກນີ້ ພາຍຸຍັງໄດ້ພັດເຮືອນເປ່ເພເສຍຫາຍຕະຫລອດເສັ້ນທາງທີ່ຜ່ານ ເຮັດໃຫ້ປະຊາຊົນຫລາຍແສນຄົນກາຍເປັນຄົນບໍ່ມີເຮືອນຢູ່.

ຊຸບເປີໄຕ້ຝຸ່ນ ‘ຣາອີ’ ຖະຫລົ່ມຟີລິບປິນ ເສຍຊີວິດແລ້ວ 12 ຄົນ ຄາດກະທົບປະຊາຊົນ 13 ລ້ານຄົນ - Visit Laos Visit SALANA BOUTIQUE HOTEL - ຊຸບເປີໄຕ້ຝຸ່ນ ‘ຣາອີ’ ຖະຫລົ່ມຟີລິບປິນ ເສຍຊີວິດແລ້ວ 12 ຄົນ ຄາດກະທົບປະຊາຊົນ 13 ລ້ານຄົນ

ຂະນະທີ່ມີລາຍງານວ່າ: ອາຄານຜູ້ໂດຍສານຂອງສະໜາມບິນຫລັກໄດ້ຮັບຄວາມເສຍຫາຍ. ເຖິງຢ່າງໃດກໍດີ, ໄດ້ມີການແກ້ໄຂສິ່ງກີດຂວາງທາງແລ່ນເຮືອບິນໃຫ້ສາມາດນຳໃຊ້ໄດ້ ເພື່ອສະໜັບສະໜູນການດຳເນີນງານບັນເທົາທຸກ.

ນອກຈາກນີ້, ພາຍຸຣາອີຍັງໄດ້ພັດຖະຫລົ່ມເກາະເລເຕ, ໂບໂຮລ ແລະ ເຊບູ ຂະນະເຄື່ອນທີ່ໄປທາງທິດຕາເວັນຕົກ ເຮັດໃຫ້ເກີດນ້ຳຖ້ວມກະທັນຫັນ ຫລັງຈາກແມ່ນ້ຳຫລາຍສາຍໄຫລຖ້ວມຕາຝັ່ງ ປະຊາຊົນຕ້ອງອົບພະຍົບໜີໄພນ້ຳຖ້ວມທີ່ແຜ່ຂະຫຍາຍເປັນວົງກວ້າງ.

ວິດີໂອທີ່ໂພສໃນສື່ອອນລາຍສະແດງໃຫ້ເຫັນກະແສລົມທີ່ຮຸນແຮງ ແລະ ສ້າງຄວາມເສຍຫາຍຕໍ່ອາຄານໃນເມືອງເຊບູ ເຊິ່ງເປັນເມືອງໃຫຍ່ອັນດັບສອງຂອງຟີລິບປິນ.

ຟີລິບປິນປະສົບໄພທຳມະຊາດເລື້ອຍໆ ໂດຍມີພາຍຸ ແລະ ໄຕ້ຝຸ່ນສະເລ່ຍ 20 ຫົວຕໍ່ປີ.

ອ້າງອີງ:

https://www.bbc.com/news/world-asia-59663829

ຊຸບເປີໄຕ້ຝຸ່ນ ‘ຣາອີ’ ຖະຫລົ່ມຟີລິບປິນ ເສຍຊີວິດແລ້ວ 12 ຄົນ ຄາດກະທົບປະຊາຊົນ 13 ລ້ານຄົນ - 4 - ຊຸບເປີໄຕ້ຝຸ່ນ ‘ຣາອີ’ ຖະຫລົ່ມຟີລິບປິນ ເສຍຊີວິດແລ້ວ 12 ຄົນ ຄາດກະທົບປະຊາຊົນ 13 ລ້ານຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!