ທ່ານ ປາກ ຈີ ຊອງ ພ້ອມສະໜັບສະໜູນການພັດທະນາກິລາລາວ

ທ່ານ ປາກ ຈີ ຊອງ ພ້ອມສະໜັບສະໜູນການພັດທະນາກິລາລາວ - WhatsApp Image 2021 12 20 at 08 - ທ່ານ ປາກ ຈີ ຊອງ ພ້ອມສະໜັບສະໜູນການພັດທະນາກິລາລາວ
ທ່ານ ປາກ ຈີ ຊອງ ພ້ອມສະໜັບສະໜູນການພັດທະນາກິລາລາວ - kitchen vibe - ທ່ານ ປາກ ຈີ ຊອງ ພ້ອມສະໜັບສະໜູນການພັດທະນາກິລາລາວ

ທ່ານນາງ Yoo Hyun Sook ປະທານສະມາຄົມ ແຊລິງ ຈາກ ສ ເກົາຫລີ ກ່າວໃນໂອກາດຢ້ຽມ ຢາມສະຖາບັນກິລາ-ກາຍະກຳ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນໃນວັນທີ 17 ທັນ ວາ 2021 ໃນນາມເປັນຕົວແທນຂອງຊາວ ສ ເກົາຫລີ ໂດຍສະເພາະຕາງໜ້າທ່ານ ປາກ ຈີ ຊອງ ອະ ດີດນັກເຕະສະໂມສອນ ແມນເຊັດເຕີ ຢູໄນເຕັດ ທີມດັງຈາກປະເທດອັງກິດ ທີ່ຕ້ອງການສະໜັບສະໜູນການພັດທະນາກິລາລາວ ໂດຍຈະມອບອຸປະກອນກິລາບານເຕະ ຊຶ່ງຄາດວ່າເດືອນມີນາ 2022 ທ່ານ ປາກ ຈີ ຊອງ ພ້ອມດ້ວຍຄະນະຈະເດີນທາງມາ ສປປ ລາວ ທັງຈະຈັດກິດຈະກຳກິລາເຕະບານ.

ທ່ານ ສິງຄຳ ນາລິນ ຮັກສາການຜູ້ອຳນວຍການສະຖາບັນກິລາ-ກາຍະກຳ ລາຍງານໃນໂອກາດຢ້ຽມ ຢາມຂອງປະທານສະມາຄົມ ແຊລິງ ຈາກ ສ ກົາຫລີ ໃນວັນດັ່ງກ່າວວ່າ: ສະຖາບັນກິລາ-ກາຍະກໍາ ໄດ້ຈັດການຮຽນ-ການສອນ 2 ລະດັບຄືຊັ້ນມັດທະຍົມສຶກສາຕອນປາຍ (ມ.5-ມ.7) ໂດຍນໍາໃຊ້ຫລັກສູດຂອງກະຊວງສຶກສາທິການ ແລະ ກິລາ ແລະ ລົງເລິກຝຶກແອບ 13 ປະເພດກິລາ; ຂະນະທີ່ລະດັບປະລິນຍາຕີ 4 ປີ ລົງເລິກ 2 ສາຂາວິຊາຄື ສາຂາວິທະຍາສາດການອອກກໍາລັງກາຍ-ກິລາ ແລະ ສາຂາວິຊາວິທະຍາ ສາດການຝຶກສອນກິລາ. ສະເພາະນັກຮຽນທີ່ຈົບຈາກໂຮງຮຽນພອນສະຫວັນກິລາ-ກາຍະກໍາ ຈະໄດ້ສືບຕໍ່ຮຽນໃນລະດັບປະລິນຍາຕີທີ່ພາກວິຊາກິລາ-ກາຍະກໍາໂດຍໃຊ້ເວລາຮຽນ 7 ປີ. ໃນໄລຍະພະຍາດໂຄວິດ-19 ແພ່ລະບາດ ໄດ້ຈັດຕັ້ງການຮຽນ-ການສອນທັງ 2 ລະດັບແບບທາງໄກ ແລະ ແບບເຊິ່ງໜ້າສໍາລັບຄູ-ອາຈານທີ່ປະຈໍາຢູ່ຫໍພັກ ໄດ້ສ້າງປຶ້ມຄູ່ມືການຮຽນ-ການສອນ ແລະ ຝຶກແອບກິລາລະດັບມັດທະຍົມປາຍ 13 ປະເພດກິລາ, ປຶ້ມຄູ່ມືການຮຽນ-ການສອນລະດັບປະລິນຍາຕີປີທີ 1 ແລະ 2 ຈໍານວນ 7 ວິຊາ ສົ່ງເຂົ້າຈັດພິມທັງກໍາລັງຂຽນ ແລະ ຮຽບຮຽງເພີ່ມອີກຈໍານວນໜຶ່ງ. ຜ່ານມາໄດ້ກໍ່ສ້າງນັກກິລາສືບທອດທີມຊາດຈົບຈາກໂຮງຮຽນພອນສະຫວັນກິລາ-ກາຍະກຳ 6 ຮຸ່ນ 224 ຄົນ, ຍິງ 73 ຄົນ, ສ້າງນັກກິລາຕິດ ທິມຊາດເຍົາວະຊົນ ແລະ ຊຸດໃຫຍ່ 79 ຄົນ, ເຂົ້າຮ່ວມແຂ່ງຂັນພາຍໃນປະເທດ 67 ເທື່ອ ຍາດໄດ້ 347 ຫລຽນຄຳ, 171 ຫລຽນເງິນ ແລະ 211 ຫລຽນທອງ, ເຂົ້າຮ່ວມແຂ່ງຂັນຢູ່ຕ່າງປະເທດໃນນາມທີມຊາດ 48 ເທື່ອ ຍາດໄດ້ 8 ຫລຽນຄຳ, 19 ຫລຽນເງິນ ແລະ 29 ຫລຽນທອງ. ສ່ວນພື້ນຖານໂຄງລ່າງ ໄດ້ປັບ ປຸງ ແລະ ສ້ອມແປງຕຶກສໍານັກສະຖາບັນ, ສູນວິທະຍາສາດການກິລາ, ເດີ່ນຮົ່ມກິລາ, ລະບົບນໍ້າປະປາ, ລະບົບໄຟຟ້າ ແລະ ສະພາບແວດລ້ອມຂອງສະຖາບັນກິລາ-ກາຍະກໍາ. ຂະນະດຽວກັນ ກະຊວງສຶກສາ ແລະ ກິລາ ກໍໄດ້ອະນຸມັດ 3 ໂຄງການຄືໂຄງການກໍ່ສ້າງອາຄານຮຽນຕຶກ ເອ (ກໍາລັງກໍ່ສ້າງ); ໂຄງການກໍ່ສ້າງຫໍພັກນັກຮຽນຊາຍ (ກໍາລັງຈະມອບ-ຮັບ) ແລະ ໂຄງການລ້ອມຮົ້ວອ້ອມສະຖາບັນກິລາ-ກາຍະກໍາ (ຈະສໍາເລັດໃນເດືອນກຸມພາ ປີ 2022).

ທ່ານ ປາກ ຈີ ຊອງ ພ້ອມສະໜັບສະໜູນການພັດທະນາກິລາລາວ - Visit Laos Visit SALANA BOUTIQUE HOTEL - ທ່ານ ປາກ ຈີ ຊອງ ພ້ອມສະໜັບສະໜູນການພັດທະນາກິລາລາວ
ທ່ານ ປາກ ຈີ ຊອງ ພ້ອມສະໜັບສະໜູນການພັດທະນາກິລາລາວ - 3 - ທ່ານ ປາກ ຈີ ຊອງ ພ້ອມສະໜັບສະໜູນການພັດທະນາກິລາລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!