ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ

ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ - unnamed 1 - ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ
ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ - kitchen vibe - ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ

ສຳ​ລັບ​ຜູ້​ທີ່​ມີ​ນິ​ໄສ​ທ້ອນ​ເງິນບໍ່​ຢູ່ ເກັບ​ເງິນບໍ່​ເປັນ ຫລື ບໍ່​ຮູ້​ຈະ​ເລີ່​ມ​ທ້ອ​ນ​ເງິ​ນ​ແນວ​ໃດ ມື້ນີ້​ພວກ​ເຮົາ​ມີ​ວິ​ທີ​ປ່ຽນ​ນິ​ໄສ​ຕົນ​ເອງ ເພື່ອ​ທ້ອນ​ເງິນ​ໃຫ້​ຮັ່ງ​ມີ​ມາ​ແນ​ະ​ນຳ ຈະ​ໄດ້​ເປັນ​ແນວມ​ທາງ​ໃນ​ການ​ທ້ອນ​ເງິນ ກ່ອນ​ທີ່​ການ​ເງິນ​ຂອງ​ທ່ານ​ຈະ​ອ່ອນ​ແອຈົນ​ເກີນ​ແກ້​ໄດ້.

  1. ແບ່ງ​ເງິນ​ໃຊ້​ເປັນ​ເດືອນໆ​ໄປ : ໃນ​ເວ​ລານີ້​ທ່ານ​ອາດ​ຈະ​ບໍ່​ທັນ​ເຫັນ​ປະ​ໂຫຍດ​ຂອງ​ການ​ທ້ອນ​ເງິນ ເມື່ອ​ເງິນ​ເດືອນ​ອອກ​ກໍ​ໃຊ້​ຈ່າຍ ບໍ່​ສົນ​ໃຈ ແຕ່​ລະ​ເດືອນ​ເກືອບ​ຈະ​ບໍ່​ໄດ້​ຄຳ​ນວນ​ເລີຍ​ວ່າ​ໝົດ​ຫລາຍ​ໜ້ອຍ​ປານ​ໃດ ແລະ ເມື່ອ​ເຮັດ​ແບບນີ້​ໄປ​ເລື້ອຍໆ ການ​ທ້ອນ​ເງິນ​ຄົງ​ບໍ່​ເກີດ​ຂຶ້ນ. ສະ​ນັ້ນ ເຮົາ​ຄວນ​ແບ່ງ​ເງິນ​ຕາມ​ອັດ​ຕາ​ສ່ວນ​ທີ່​ພໍ​ດີ ອາດ​ຈະ​ແບ່ງ​ເປັນ​ບັນ​ຊີ​ເງິນ​ທ້ອນ, ບັນ​ຊີ​ຈ່າຍ, ບັນ​ຊີ​ຮັບ ແລ້ວ​ທ່ານ​ຈະ​ຮູ້​ວ່າ​ອັນ​ໃດ​ທີ່​ຄວນ​ປະ​ຢັດ ແລະ ອັນ​ໃດ​ທີ່​ຈຳ​ເປັນ​ຕ້ອງ​ຈ່າຍ​ແດ່.
  2. ແບ່ງ​ເງິນ​ໄວ້​ສຳ​ລັບ​ທ້ອນ​ຕ່າງ​ຫາກ : ເຊັ່ນ ທ້ອນ​ເງິນ​ຈຳ​ນວນ 30% ທີ່​ໄດ້​ຮັບ​ໃນ​ແຕ່​ລະ​ເດືອນ ມັນ​ຈະ​ເຮັດ​ໃຫ້​ທ່ານ​ມີ​ເງິນ​ທ້ອນ ເຊິ່ງ​ຫາກ​ຄຳ​ນວນ​ດີໆ​ແລ້ວ ລາຍ​ຈ່າຍ​ຫລາຍ ກໍ​ອາດ​ຈະ​ຫລຸດ​ລົງ​ເຫລືອ 20% ກໍ​ໄດ້ ເພາະ​ນອກ​ຈາກ​ຈະ​ມີ​ເງິນ​ເຫລືອ ທ່ານ​ຍັງ​ບໍ່​ເດືອດ​ຮ້ອນ​ນຳ​ຖ້າ​ຢາກ​ໃຊ້​ເງິນ​ໃນ​ເວ​ລາ​ທີ່​ຈຳ​ເປັນ​ຫລາຍໆ ເຊິ່ງວິ​ທີ​ຕັ້ງ​ເປົ້າ​ໝາຍ​ໂດຍ​ການ​ແບ່ງ​ເງິນ​ໃນ​ການ​ໃຊ້​ຈ່າຍ ເປັນ​ວິ​ທີ​ທີ່​ມີ​ຫລາຍ​ຄົນ​ໃຊ້​ກັນ​ ເມື່ອ​ທ່ານ​ໄດ້​ຮັບ​ເງິນ​ເດືອນ​ມາ​ແລ້ວ​ໃຫ້​ເອົາ​ເງິນ​ໄປ​ຝາກ ແລະ ຫ້າມ​ຖອນ​ເດັດ​ຂາດ ເພາະ​ໃຫ້​ຄິດ​ເອົາ​ໄວ້​ວ່າ​ເປັນ​ເງິນ​ສຳ​ຮອງ​ໄວ້​ໃຊ້​ໃນ​ຍາມ​ສຸກ​ເສີ​ນ​ແທ້ໆ.
  3. ອັນ​ໃດ​ທີ່ບໍ່​ຈຳ​ເປັນ​ໃຫ້​ຕັດ​ອອກ ເພື່ອ​ໃຫ້​ເງິນ​ເຫລືອ​ຫລາຍ​ຂຶ້ນ : ໃນ​ເມື່ອ​ເຮົາ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ທ້ອນ​ເງິນ​ແລ້ວ ກໍ​ເທົ່າ​ກັບ​ວ່າ​ທ່ານ​ມີ​ຈຸດ​ມຸ່ງ​ໝາຍ ແລະ ວິ​ທີ​ຫລຸດ​ລາຍ​ຈ່າຍ​ທີ່ບໍ່​ຈຳ​ເປັນ ມັນ​ຈະ​ຊ່ວຍ​ໃຫ້​ມີ​ເງິນ​ເຫລືອ ເຊັ່ນ : ໃນ​ແຕ່​ລະ​ເດືອນ​ຢາກ​ທ້ອນ​ເງິນ​ເທົ່າ​ໃດ ຈາກນັ້ນ​ຈຶ່ງ​ຄ່ອຍ​ຫລຸດ​ການ​ໃຊ້​ຈ່າຍ​ກັບ​ສິ່ງ​ທີ່ບໍ່​ຈຳ​ເປັນ​ອອກ​ໄປ​ ເພື່ອ​ໃຫ້​ເງິນ​ທ້ອນ​ເຖິງ​ຕາມ​ກຳ​ນົດ. ຫາກ​ທ່ານບໍ່​ມີ​ການ​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ທ້ອນ ທ່ານ​ກໍ​ຈະ​ບໍ່​ມີ​ຫລັກ​ໃຫ້​ຍຶດ​ ອາດ​ພາດ​ໂອ​ກາດ​ໃນ​ການ​ທ້ອ​ນ​ເງິນ​ກໍ​ໄດ້.
  4. ຈັດ​ການ​ເງິນ​ທ້ອນ​ໃຫ້​ເປັນ​ລະ​ບົບ​ລະ​ບຽບ​ຫລາຍ​ຂຶ້ນ : ເຮົາ​ອາດ​ຈະ​ຕັ້ງ​ເປົ້າ​ສຳ​ລັບ​ການ​ທ້ອນ​ໄວ້​ກ່ອນ ຈາກນັ້ນ​ກໍ​ປັບ​ຮູບ​ແບບ​ການ​ໃຊ້​ຊີ​ວິດ​ໃຫ້​ເຂົາ​ກັບ​ເງິນ​ທີ່​ເຫລືອ ຈົນ​ເປັນ​ນິ​ໄສ​ຂອງ​ເຮົາ​ໃນ​ແຕ່​ລະ​ເດືອນນັ້ນ ຈະ​ເຮັດ​ໃຫ້​ທ່ານ​ທ້ອນ​ເງິນ​ໄດ້​ບໍ່​ຍາກ​ເລີຍ ແລະ ຄົນ​ສ່ວນ​ຫລາຍ​ຈະ​ຄິດ​ວ່າ​ຄວນ​ຫັກ​ລາຍ​ຈ່າຍ​ທຸກ​ຢ່າງ​ຈຶ່ງ​ຄ່ອຍ​ທ້ອນ ໃນ​ເມື່ອ​ຄິດ​ແບບນີ້​ກໍ​ບໍ່​ແມ່ນ​ເລື່ອງ​ທີ່​ຜິດ, ແຕ່​ຫລາຍ​ຄົນ​ມັກ​ຈະ​ເຜີ​ໃຊ້​ຈ່າຍ​ຈົນ​ເງິນ​ທ້ອນ​ເຫລືອບໍ່​ເຖິງ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ແລະ ວິ​ທີ​ການນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ປະ​ຢັດ ແລະ ຮູ້​ວ່າ​ພາຍ​ໃນ​ເດືອນ​ໜຶ່ງນັ້ນ​ທ່ານ​ໃຊ້​ຈ່າຍ​ຫລາຍ​ປານ​ໃດ.
  5. ທ້ອນ​ເງິນຢອ​ດ​ກະ​ປຸກ​ໃຫ້​ສະ​ໝ່ຳ​ສະ​ເໝີ : ບາງ​ຄົນ​ບໍ່​ຮູ້​ຈ​ະ​ເລີ່ມ​ແນວ​ໃດ ແລະ ການຢອ​ດ​ກະ​ປຸກ​ມັນ​ເປັນ​ກ​ານ​ເລີ່ມ​ຕົ້ນ​ທີ່​ງ່າຍ​ທີ່​ໃຜ​ກໍ​ເຮັດ​ໄດ້ ນອກ​ຈາກ​ຈະ​ສາ​ມາດ​ທ້ອນ​ເງິນ​ໃຫ້​ລູກ​ນ້ອຍ​ໄດ້ ແມ່ໆ​ຍັງ​ສາ​ມາດ​ແຍກ​ທ້ອນ​ເງິນ​ໃນ​ພາກ​ສ່ວນ​ຕ່າງໆ​ໄດ້​ນຳ​ອີກ ແລ້ວ​ເປົ້າ​ໝາຍ​ຈະ​ເປັນ​ແຮງ​ຈູງ​ໃຈ​ໃຫ້​ການ​ທ້ອນ​ເງິນ​ສຳ​ເລັດ​ໄວ ໃນ​ຍຸກນີ້ ວິ​ທີນີ້​ກໍ​ຍັງ​ໃຊ້​ໄດ້. ຖ້າ​ການ​ໃຊ້​ຈ່າຍ​ຂອງ​ແມ່ບໍ່​ໄດ້​ເດືອດ​ຮ້ອນ​ຫຍັງ ກໍ​ຈະ​ເຮັດ​ໃຫ້​ເງິນ​ທ້ອນ​ຕໍ່​ຍອດ​ຂຶ້ນ​ເລື້ອຍໆ ເມື່ອ​ທ້ອນ​ເງິນ​ໄດ້​ຈຳ​ນວນ​ໜຶ່ງ​ແລ້ວ ກໍ​ສາ​ມາດ​ເອົາ​ໄປ​ຝາກ​ທະ​ນາ​ຄານ​ໄວ້​ກິນດອກ​ເບ້ຍ​ໄດ້​ນຳ​ອີກ.
ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ - 5 - ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ
ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ - 3 - ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ
ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ - 4 - ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ
ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ - Visit Laos Visit SALANA BOUTIQUE HOTEL - ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ
ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ - Visit Laos Visit SALANA BOUTIQUE HOTEL - ຍ້ອນ​ເຂົ້າ​ໃຈ​ໃນ 5 ສິ່ງນີ້  ແລະ ປັບ​ໂຕ​ໄດ້​ກ່ອນ ຈ​າກ​ທີ່​ເຄີຍ​ເປັນ​ໜີ້ ມື້ນີ້​ມີ​ເງິນ​ທ້ອນ