10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021

 10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021 - 270232 -  10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021
 10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021 - kitchen vibe -  10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021

ໃນປີເກົ່າ2021 ທີ່ຈະຜ່ານພົ້ນໄປນີ້, ທົ່ວປະ ເທດ ເຮົາມີອຸບັດຕິເຫດທີ່ເກີດຂຶ້ນທັງໝົດ 5.576 ຄັ້ງ, ມີຜູ້ເສຍຊີວິດຫລາຍເຖິງ800ກ່ວາຄົນ,ມີຜູ້ໄດ້ຮັບບາດເຈັບຫລາຍກ່ວາ 8.300 ຄົນແລະ ພາຫະນະເປເພ່ ເກືອບຫລັກຫມື່ນ,ໃນນັ້ນ ມີ 10ອັນດັບ ທີ່ຮ້າຍແຮງ ແລະ ຫນ້າເຈັບປວດຄື:

1.ອຸບັດຕິເຫດລົດເກັງມາດສະດາຕຳກັບລົດຟໍຈູນເນີ ແລ້ວ ຕຳລົດກະບະ ທີ່ເກີດຂຶ້ນໃນເວລາ 20:30 ໂມງ ຂອງວັນທີ 18 ມັງກອນ 2021ຢູ່ເສັ້ນທາງບ້ານໜອງບອນ ເມືອງໄຊເສດຖານະຄອນຫຼວງວຽງຈັນ ສົ່ງຜົນໃຫ້ຜູ້ຂັບຂີ່ລົດເກັງເສຍຊີວິດຄາທີ່ ແລະ ມີຜູ້ບາດ ເຈັບອີກຈໍານວນໜຶ່ງ, ສາເຫດຍ້ອນຂັບຂີ່ລົດໄວ.

 10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021 - Visit Laos Visit SALANA BOUTIQUE HOTEL -  10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021

อาจเป็นรูปภาพของ 1 คน, รถยนต์ และ กลางแจ้ง  10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021 - 270235759 2970735029903705 3506455473313022671 n -  10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021

  1. ລົດຈັກຕຳກັບລົດບັນທຸກແກ່ດິນ ເຮັດໃຫ້ຜູ້ຂັບຂີ່ລົດຈັກ ແລະ ຜູ້ຊ້ອນທ້າຍ ເສຍຊີວິດ,ຊຶ່ງເກີດຂຶ້ນໃນເວລາ 15:48 ໂມງ ຂອງວັນທີ 24 ມັງກອນ 2021 ຢູ່

ເສັ້ນທາງເຂດ ບ້ານໂພນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສົ່ງຜົນມີຜູ້ເສຍຊີວິດ 2 ຄົນຍ້ອນຂັບຂີ່ລົດໄວເຊັ່ນກັນ.

  1. ອຸບັດຕິເຫດລົດຈັກຕຳລົດບັນທຸກນ້ຳມັນ ໃນເວລາ 17:30 ໂມງວັນທີ 25 ມັງ ກອນ 2021 ຢູ່ເສັ້ນທາງບ້ານດົງໂພສີ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ, ມີຜູ້ເສຍຊວີດ 2 ຄົນ ຍ້ອນລົດຈັກຊິງບໍ່ຮັບປະ ກັນ.
  2. ອຸບັດຕິເຫດ ເກີດຂຶ້ນໃນເວລາ 3:22 ໂມງ ວັນທີ 6 ມີນາ 2021 ຢູ່ເສັ້ນທາງເຂດບ້ານ ອາກາດ ເມືອງສີໂຕດຕະບອງ ນະຄອນຫຼວງວຽງຈັນ, ມີຜູ້ເສຍຊີວິດ 1 ຄົນ ຍ້ອນດື່ມສິ່ງມືນເມົາ.
  3. ລົດບັນທຸກເສຍຫຼັກປີ້ນ ຢູ່ເສັ້ນທາງບ້ານໃຫຍ່ຫ້ວຍຊາຍໃຕ້,ທີ່ເມືອງຫ້ວຍຊາຍແຂວງບໍ່ແກ້ວໃນ ເວລາ 8:35 ໂມງ ວັນທີ 11 ກຸມພາ2021 ສົ່ງຜົນເຮັດໃຫ້ ຜູ້ຂັບຂີ່ເສຍຊີວິດຄາທີ່, ຍ້ອນຂັບຂີ່ລົດໄວເກີນກຳນົດ.
  4. ອຸບັດຕິເຫດລົດໃຫຍ່ຕຳລົດຈັກ,ໃນເວລາ 9:45 ໂມງ ວັນທີ 17 ມີນາ 2021 ຢູ່ເສັ້ນ ທາງເຂດບ້ານ ຄຳແປງ ເມືອງຊະນະສົມບູນ ແຂວງຈຳປາສັກ, ສົ່ງຜົນເຮັດໃຫ້ ມີຜູ້ເສຍຊີວິດ 2 ຄົນ ແລະ ອີກ 2 ຄົນໄດ້ຮັບບາດເຈັບສາຫັດ ຍ້ອນຂັບຂີ່ລົດໄວ ແລະ ຊ້ອນກັນເຖິງ 4 ຄົນ.
  5. ອຸບັດຕິເຫດລົດຈັກລົ້ມເອງ ເກີດ ຂຶ້ນເວລາ 24:30 ໂມງວັນທີ 21 ມີນາ 2021 ທີ່ບ້ານດົງປະໂລງ ນະຄອນປາກເຊ ແຂວງຈໍາປາສັກ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ຍ້ອນຂັບຂີ່ລົດໄວແລະ ຊ້ອນ 3 ຄົນ.

อาจเป็นรูปภาพของ 3 คน, รถยนต์ และ ถนน  10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021 - 271008952 2970735089903699 3302787989812511490 n -  10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021

  1. ອຸບັດຕິເຫດ ລົດໃຫຍ່ຕຳລົດຈັກ ເກີດຂຶ້ນເວລາ 11:50 ໂມງ ຂອງວັນທີ 9 ສິງຫາ 2021 ຢູ່ເສັ້ນທາງເຂດບ້ານ ໂພນສີວິໄລ ເມືອງຫີນເຫີບ ແຂວງວຽງຈັນ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ຍ້ອນຂັບຂີ່ລົດໄວ.
  2. ອຸບັດຕິເຫດ ລົດຈັກຕຳລົດຈັກ ເກີດຂຶ້ນ ເວລາ 16:00 ໂມງ ວັນທີ 24 ກໍລະກົດ 2021 ຢູ່ເສັ້ນທາງເຂດບ້ານທົງດີ ເມືອງ ແລະແຂວງຫຼວງນໍ້າທາ, ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ.

 

  1. ອຸບັດຕິເຫດ ລົດບັນທຸກປີ້ນເອງ ເກີດເຂຶ້ນເວລາ 18:00 ໂມງ ຂອງວັນທີ 14 ມີຖຸນາ 2021, ຢູ່ເສັ້ນທາງເຂດບ້ານປຣາງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ,ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ.
 10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021 - 3 -  10 ອຸບັດຕິເຫດທີ່ຮ້າຍແຮງ ໃນປີ 2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!