ເອັມບັບເປ ສູສີ ຮາແລນ, ດາວຮຸ່ງ ເຣອັນ ມາດຣິດ ມາແຮງ ! 10 ອັນດັບນັກເຕະທີ່ຄ່າຕົວປະເມີນແພງທີ່ສຸດໃນປີ 2022

ເອັມບັບເປ ສູສີ ຮາແລນ, ດາວຮຸ່ງ ເຣອັນ ມາດຣິດ ມາແຮງ ! 10 ອັນດັບນັກເຕະທີ່ຄ່າຕົວປະເມີນແພງທີ່ສຸດໃນປີ 2022 - Haaland and Mbappe 1 - ເອັມບັບເປ ສູສີ ຮາແລນ, ດາວຮຸ່ງ ເຣອັນ ມາດຣິດ ມາແຮງ ! 10 ອັນດັບນັກເຕະທີ່ຄ່າຕົວປະເມີນແພງທີ່ສຸດໃນປີ 2022
ເອັມບັບເປ ສູສີ ຮາແລນ, ດາວຮຸ່ງ ເຣອັນ ມາດຣິດ ມາແຮງ ! 10 ອັນດັບນັກເຕະທີ່ຄ່າຕົວປະເມີນແພງທີ່ສຸດໃນປີ 2022 - kitchen vibe - ເອັມບັບເປ ສູສີ ຮາແລນ, ດາວຮຸ່ງ ເຣອັນ ມາດຣິດ ມາແຮງ ! 10 ອັນດັບນັກເຕະທີ່ຄ່າຕົວປະເມີນແພງທີ່ສຸດໃນປີ 2022

ເອັມບັບເປ ສູສີ ຮາແລນ, ດາວຮຸ່ງ ເຣອັນ ມາດຣິດ ມາແຮງ ! 10 ອັນດັບນັກເຕະທີ່ຄ່າຕົວປະເມີນແພງທີ່ສຸດໃນປີ 2022 - Haaland and Mbappe 1 - ເອັມບັບເປ ສູສີ ຮາແລນ, ດາວຮຸ່ງ ເຣອັນ ມາດຣິດ ມາແຮງ ! 10 ອັນດັບນັກເຕະທີ່ຄ່າຕົວປະເມີນແພງທີ່ສຸດໃນປີ 2022

ອັບເດດ 10 ນັກເຕະຄ່າຕົວແພງທີ່ສຸດໃນໂລກປະຈຳເດືອນມັງກອນ ປີ 2022 ອັນດັບ 1 ຍັງຄົງເປັນ ຄີລີຢັນ ເອັມບັບເປ ສ່ວນ ເອີລິງ ຮາແລນ ຕາມມາບໍ່ຫ່າງ, ຂະນະທີ່ ດາວເຕະ ເຣອັນ ມາດຣິດ ມາແຮງແຊງຂຶ້ນມາຢູ່ທີ 3 ຮ່ວມ.

ເອັມບັບເປ ສູສີ ຮາແລນ, ດາວຮຸ່ງ ເຣອັນ ມາດຣິດ ມາແຮງ ! 10 ອັນດັບນັກເຕະທີ່ຄ່າຕົວປະເມີນແພງທີ່ສຸດໃນປີ 2022 - Visit Laos Visit SALANA BOUTIQUE HOTEL - ເອັມບັບເປ ສູສີ ຮາແລນ, ດາວຮຸ່ງ ເຣອັນ ມາດຣິດ ມາແຮງ ! 10 ອັນດັບນັກເຕະທີ່ຄ່າຕົວປະເມີນແພງທີ່ສຸດໃນປີ 2022

ຄີລີຢັນ ເອັມບັບເປ ກອງໜ້າຄົນເກ່ັງຂອງ ປາຣີສ ແຊັງແຊັກແມັງ ຍັງຄົງເປັນນັກເຕະທີ່ຄາດວ່າຈະມີມູນຄ່າສູງທີ່ສຸດໃນໂລກໃນເວລານີ້ຢູ່ທີ່ 160 ລ້ານເອີໂຣ ອີງຕາມການລາຍງານຈາກເວັບໄຊທ໌ Transfer Market. ​ໃນ​ວັນ​ອັງຄານ​ທີ 4 ມັງກອນ​ນີ້.

ຂະນະທີ່ ເອລິງ ຮາແລນ ດາວຍິງໂບຣຸສເຊຍ ດອດມຸນ ມາຢູ່ອັນດັບ 2 ດ້ວຍລາຄາປະມານ 150 ລ້ານເອີໂຣ ສ່ວນ ວີນິຊິສ ຈູເນຍ ປີກ ເຣອັນ ມາດຣິດ ໂດດຈາກບໍ່ມີອັນດັບ 10 ຂຶ້ນມາຮ່ວມເປັນທີ 3 ໃນເດືອນນີ້, ດ້ວຍຄ່າຕົວມູນຄ່າ 100 ລ້ານເອີໂຣ

10 ອັນດັບນັກເຕະຄ່າຕົວປະເມີນທີ່ແພງທີ່ສຸດໃນເວລານີ້

  1. ຄີລີຢັນ ເອັມບັບເປ ອາຍຸ 23 ສະໂມສອນ ປາຣີສ ແຊັງແຊັກແມັງ ຄ່າຕົວປະເມີນ 160 ລ້ານຢູໂຣ.
  2. ເອລິງ ຮາແລນ ອາຍຸ 21 ປີ ສະໂມສອນ ດອດມຸນ ຄ່າຕົວປະເມີນ 150 ລ້ານຢູໂຣ
  3. ວີນິຊິສ ຢູນີໂອ ອາຍຸ 21 ປີ ສະໂມສອນ ເຣອັນ ມາດຣິດ ຄ່າຕົວປະເມີນ 100 ລ້ານຢູໂຣ.
  4. ໂມຮາເໝັດ ຊາລາ ອາຍຸ 29 ປີ ສະໂມສອນ ລິເວີພູລ ຄ່າໂຕປະເມີນ 100 ລ້ານຢູໂຣ.
  5. ແຮຣີ ເຄນ ອາຍຸ 28 ປີ ສະໂມສອນ ສະເປີ ຄ່າໂຕປະເມີນ 100 ລ້ານຢູໂຣ.
  6. ໂຣເມລູ ລູກາກູ ອາຍຸ 28 ປີ ສະໂມສອນ ເຊລຊີ ຄ່າຕົວປະເມີນ 100 ລ້ານຢູໂຣ.
  7. ບຣູໂນ ເຟີນານເດດ ອາຍຸ 27 ປີ ສະໂມສອນ ແມນເຊສເຕີ ຢູໄນເຕັດ ຄ່າຕົວປະເມີນ 90 ລ້ານຢູໂຣ.
  8. ເຄວິນ ເດິ ບຣອຍ ອາຍຸ 30 ປີ, ສະໂມສອນ ແມນຊິຕີ້ 90 ລ້ານຢູໂຣ.
  9. ເນມາ ອາຍຸ 29 ສະໂມສອນ ປາຣີສ ແຊັງແຊັກແມັງ ຄ່າຕົວປະເມີນ 90 ລ້ານຢູໂຣ.
  10. ຟິລ ໂຟເດັນ ອາຍຸ 21 ປີ ສະໂມສອນ ແມນຊິຕີ້ ຄ່າຕົວປະເມີນ 85 ລ້ານຢູໂຣ.
  11. ຈາດອນ ຊານໂຊ ອາຍຸ 21 ສະໂມສອນ ແມນເຊັສເຕີ ຢູໄນເຕັດ ຄ່າໂຕປະເມີນ 85 ລ້ານຢູໂຣ.
  12. ມາຄັສ ແຣສຟອສ ອາຍຸ 24 ປີ ສະໂມສອນ ແມນເຊສເຕີ ຢູໄນເຕັດ ຄ່າຕົວປະເມີນ 85 ລ້ານຢູໂຣ.
  13. ໂຢຊົວ ຄິມມິກ ອາຍຸ 28 ປີ ສະໂມສອນ ບາເຢິນ ມິວນິກ ຄ່າຕົວປະເມີນ 85 ລ້ານຢູໂຣ.
  14. ຣາຮິມ ສະເຕີລິງ ອາຍຸ 27 ປີ ສະໂມສອນ ແມນຊິຕີ ຄ່າຕົວປະເມີນ 85 ລ້ານຢູໂຣ.
ເອັມບັບເປ ສູສີ ຮາແລນ, ດາວຮຸ່ງ ເຣອັນ ມາດຣິດ ມາແຮງ ! 10 ອັນດັບນັກເຕະທີ່ຄ່າຕົວປະເມີນແພງທີ່ສຸດໃນປີ 2022 - 3 - ເອັມບັບເປ ສູສີ ຮາແລນ, ດາວຮຸ່ງ ເຣອັນ ມາດຣິດ ມາແຮງ ! 10 ອັນດັບນັກເຕະທີ່ຄ່າຕົວປະເມີນແພງທີ່ສຸດໃນປີ 2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!