ຟີຟ່າ ປະກາດ ເປບ ກວາດິໂອລາ, ໂຣແບໂຕ ແມນຊິນີ ແລະ ໂທມັສ ທູເຄິ່ນ ລຸ້ນໄດ້ລາງວັນຜູ້ຈັດການທີມດີເດັ່ນແຫ່ງປີ 2021.


ສະຫະພັນບານເຕະນາໆຊາດ ຫຼື FIFA ປະກາດລາຍຊື່ຜູ້ຈັດການທີມ 3 ຄົນ ທີ່ມີສິດໄດ້ຮັບການສະເໜີຊື່ເຂົ້າຊີງ ຜູ້ຈັດການທີມດີເດັ່ນແຫ່ງປີ 2021 ປະກອບດ້ວຍຜູ້ຈັດການທີມ ແມນເຊສເຕີ ຊິຕີ້ ເປບ ກວາດິໂອລາ, ໂຣແບໂຕ ແມນຊິນີ ຄູຝຶກທີມຊາດອີຕາລີ ແລະ ໂທມັສ ທູເຄິ່ນ ຄູຝຶກເຊວຊີ ໂດຍຈະມີການປະກາດລາງວັນໃນວັນທີ 17 ມັງກອນນີ້.
ລະດູການທີ່ຜ່ານມາ ເປບ ກວາດິໂອລາ ໄດ້ນໍາພາ ເຮືອໃບສີຟ້າ ເປັນແຊ້ມ ພຣີເມຍລີກ ຄັ້ງທີສາມ ຕັ້ງແຕ່ເຂົ້າມາຄຸມທີມໃນປີ 2016 ແລະ ຂະນະດຽວກັນກໍນໍາທີມເຂົ້າຮອບຮອງຊະນະເລີດ ຢູຟາ ແຊ້ມປ້ຽນລີກ ລະດູການທີ່ຜ່ານມາ ໂດຍພ່າຍແພ້ທັບສິງຟ້າຂອງ ທູເຄີ່ນໄປຫວຸດຫວິດ 0-1.
ສ່ວນ ໂຣແບໂຕ ແມນຊິນີ ນຳທີມຊາດອິຕາລີຄວ້າແຊ້ມຢູໂຣ 2020 ໂດຍການຊະນະ ທີມຊາດອັງກິດ ໃນການຍິງຈຸດໂທດ ນັດຊີງຊະນະເລີດ ເດືອນກໍລະກົດທີ່ຜ່ານມາ, ໂດຍລາງວັນ ຈະມາຈາກການລົງຄະແນນສຽງຂອງ ຜູ້ຈັດການທີມຊາດໃນປະຈຸບັນ, ກັບຕັນຂອງແຕ່ລະທີມ, ນັກຂ່າວ ແລະ ແຟນບານທີ່ໄດ້ລົງທະບຽນຢູ່ໃນ FIFA.com.
ສຳລັບລາງວັນໃນປີ 2020 ນີ້ ເຈີເກັນ ຄລັອບ ຜູ້ຈັດການທີມ ລິເວີພູລ ໄດ້ຄວ້າລາງວັນດັ່ງກ່າວ ຫຼັງຈາກທີ່ໄດ້ ນຳທັບ ຫົງແດງ ຄວ້າແຊ້ມ ພຣີເມຍລີກ ອັງກິດ ເປັນຄັ້ງທຳອິດໃນຮອບ 30 ປີ, ໂດຍໄດ້ຮັບຄະແນນສຽງເທົ່າກັນກັບຜູ້ຈັດການ ບາເຢິນ ມິວນິກ ແຮນຊີ ຟລິກ ເຊິ່ງປັດຈຸບັນຮັບຕຳແໜ່ງຄຸມທີມຊາດເຢຍລະມັນ ແຕ່ໄດ້ຮັບຄະແນນສຽງຈາກຄູຝຶກທີມຊາດຫຼາຍກ່ວາ.