10 ຢ່າງນີ້ຢ່າເຮັດ ຫາກທ່ານກຳລັງຄຽດໃຫ້ໃຜຢູ່

10 ຢ່າງນີ້ຢ່າເຮັດ ຫາກທ່ານກຳລັງຄຽດໃຫ້ໃຜຢູ່ - 46516476 1283281448478675 8570256224375799808 n - 10 ຢ່າງນີ້ຢ່າເຮັດ ຫາກທ່ານກຳລັງຄຽດໃຫ້ໃຜຢູ່
10 ຢ່າງນີ້ຢ່າເຮັດ ຫາກທ່ານກຳລັງຄຽດໃຫ້ໃຜຢູ່ - kitchen vibe - 10 ຢ່າງນີ້ຢ່າເຮັດ ຫາກທ່ານກຳລັງຄຽດໃຫ້ໃຜຢູ່

ໃນບາງເທື່ອເຮົາອາດຄຸມສະຕິຂອງເຮົາເອງບໍ່ໄດ້ ເມື່ອເຮົາຄຽດ ຫລື ໃຈຮ້າຍ ອາດເຜີເວົ້າຈາທຳຮ້າຍຮ່າງກາຍຂອງຄົນອື່ນແບບທີ່ເຮົາບໍ່ໄດ້ຕັ້ງໃຈເລີຍນັ້ນ ເປັນຍ້ອນອາລົມຊົ່ວວູບເທົ່ານັ້ນ.

  1. ຢ່າຟ້າວເລົ່າຫຍັງໃຫ້ໃຜຟັງ : ໃນຂະນະທີ່ໃຈຮ້າຍຢູ່ ຫລື ກຳລັງຄຽດຢູ່ ຍ້ອນຕອນນີ້ເຮົາກຳລັງບໍ່ມີສະຕິຫຍັງຫລາຍພໍ.
  2. ຢ່າຕັດສິນໃຈຫຍັງເມື່ອເຮົາຍັງຄຽດຢູ່ : ເພາະອາລົມຊົ່ວວູບທີ່ເກີດຂຶ້ນອາດນຳພາໄປສູ່ການຕັດສິນໃຈທີ່ຜິດພາດໄດ້.
  3. ຢ່າຢູ່ໃນສະຖານະການທີ່ເຮັດໃຫ້ຄຽດຕໍ່ໄປ : ຍ່າງອອກມາຈາກສະຖານະການນັ້ນ ເພາະເຮົາອາດຈະຖືກກະຕຸ້ນຈົນຄຸມຕົນເອງບໍ່ໄດ້.
  4. ຢ່າຂັບລົດໃນເວລາທີ່ອາລົມຂອງເຮົາບໍ່ໝັ້ນຄົງ : ເພາະຈະເຮັດໃຫ້ເຮົາໃຈຮ້ອນ ແລະ ຂາດສະຕິ ເຮັດໃຫ້ເກີດອຸປະຕິເຫດໄດ້ງ່າຍ.
  5. ຢ່າເຮັດພຶດຕິກຳຫຍັງທີ່ເປັນການປະຊົດປະຊັນຕົນເອງ ຫລື ຜູ້ອື່ນ : ມັນຈະກັບມາແກ້ໄຂຫຍັງບໍ່ໄດ້ ແລະ ເຮົາຈະເສຍໃຈໄປຕະຫລອດເລີຍ.
  6. ຢ່າຟ້າວເວົ້າຫຍັງເມື່ອໃຈຮ້າຍ ຫາກຮູ້ໂຕໃຫ້ຮີບຢຸດ : ເພາະອາດຈະເຜີເວົ້າໃນສິ່ງທີ່ເຮັດໃຫ້ເຮົາຕ້ອງກັບມາເສຍໃຈພາຍຫລັງໄດ້.
  7. ຢ່າໂພສຫຍັງລົງໃນໂລກອອນລາຍເມື່ອຍັງຄຽດ ຫລື ໃຈຮ້າຍຢູ່ : ເມື່ອທ່ານຍັງຄຽດຢູ່ ການລະບາຍອາລົມພຽງຊົ່ວວູບໂດຍບໍ່ຄິດນັ້ນ ອາດຈະສົ່ງຜົນເສຍທີ່ເຮົາເອງກໍຄາດບໍ່ເຖິງ.
  8. ຢ່າປະທະອາລົມດ້ວຍອາລົມ : ໃນຄວາມຄຽດ ກຳລັງເຮັດວຽກ ອາລົມທີ່ຢາກຈະເອົາຊະນະເຊິ່ງກັນ ແລະ ກັນຈະສູງ ຂໍໃຫ້ຢຸດຖຽງກັນກ່ອນທີ່ເລື່ອງຈະລຸກລາມບານປາຍ ໃຫ້ໃຈເຢັນລົງກ່ອນຈຶ່ງກັບມາປັບຄວາມເຂົ້າໃຈກັນກໍໄດ້.
  9. ຢ່າໃຊ້ຄວາມຮຸນແຮງເພື່ອຍຸຕິຄວາມຄຽດ : ເພາະມັນບໍ່ໄດ້ຊ່ວຍແກ້ບັນຫາ ມີແຕ່ຈະເພີ່ມບັນຫາມາອີກ.
  10. ຢ່າປະຕິເສດຄວາມຄຽດ : ຫາກຄຽດຈົ່ງຍອມຮັບວ່າຄຽດ ເຮົາຈະດັບອາລົມຄຽດນັ້ນໄດ້ແນວໃດ ເພາະເຮົາຄິດວ່າເຮົາບໍ່ໄດ້ຄຽດ ທີ່ຈິງແລ້ວເຮົາກຳລັງຄຽດຢູ່, ນັບ 1 2 3 4 ແລະ 5 ໃນໃຈ ພະຍາຍາມເອີ້ນສະຕິກັບມາ ເພື່ອຫາທາງຍຸຕິມັນລົງ.

ຄວາມຄຽດເປັນສິ່ງທີ່ເກີດຂຶ້ນໄດ້ກັບທຸກຄົນ ບໍ່ວ່າໃຜກໍຕາມເປັນເລື່ອງທຳມະດາ ບັນຫາຄື ເມື່ອມັນເກີດຂຶ້ນມາແລ້ວ ເຮົາເອງມີວິທີການຮັບມືກັບມັນແນວໃດ ເພາະເມື່ອເວລາເຮົາຄຽດ ເຮົາມັກຈະເຮັດຫຍັງໄປໂດຍບໍ່ທັນຄິດ ຈົນເກີດຜົນຕາມມາທີ່ເຮັດໃຫ້ເຮົາ ຫລື ຄົນທີ່ເຮົາຮັກຕ້ອງເສຍໃຈໃນພາຍຫລັງນັ້ນເອງ.

10 ຢ່າງນີ້ຢ່າເຮັດ ຫາກທ່ານກຳລັງຄຽດໃຫ້ໃຜຢູ່ - Visit Laos Visit SALANA BOUTIQUE HOTEL - 10 ຢ່າງນີ້ຢ່າເຮັດ ຫາກທ່ານກຳລັງຄຽດໃຫ້ໃຜຢູ່
10 ຢ່າງນີ້ຢ່າເຮັດ ຫາກທ່ານກຳລັງຄຽດໃຫ້ໃຜຢູ່ - 4 - 10 ຢ່າງນີ້ຢ່າເຮັດ ຫາກທ່ານກຳລັງຄຽດໃຫ້ໃຜຢູ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!