ອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3%

ອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3% - 47B77D35 99C4 4F90 9467 C1D3B8197543 w408 r1 s - ອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3%
ອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3% - kitchen vibe - ອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3%

ເດືອນທັນວາ 2021 ອັດຕາເງິນເຟີ້ເພີ່ມຂຶ້ນ 5.3% ສູງກວ່າທຸກເດືອນທີ່ຜ່ານມາ ເຊິ່ງປັດໄຈມາຈາກການເໜັງຕີງຂອງໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 12.7%, ຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 8.3%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 8.2%, ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 7.9%.

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນທັນວາ 2021 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ສະພາບລວມຂອງອັດຕາເງິນເຟີ້ ປະຈຳເດືອນທຽບກັບເດືອນດຽວກັນຂອງປີຜ່ານມາ (ປີຕໍ່ປີ) ເພີ່ມຂຶ້ນ 5.3% ຊຶ່ງເປັນການເພີ່ມຂຶ້ນສູງກວ່າທຸກເດືອນທີ່ຜ່ານມາໃນປີ 2021 ຍ້ອນການເໜັງຕີງຂອງໝວດສິນຄ້າຄື:

ອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3% - Visit Laos Visit SALANA BOUTIQUE HOTEL - ອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3%

ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 12.7%,
ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 8.3%,
ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 8.2%,
ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 7.9%,
ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 6.8%,
ໝວດທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 5.8%,
ໝວດເຄື່ອງນຸ່ງ ແລະ ເກີບ ເພີ່ມຂຶ້ນ 5.4%,
ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 4.9%,
ໃນຂະນະດຽວກັນ ໝວດການສຶກສາ ຫຼຸດລົງເລັກໜ້ອຍ 0.4%.

ສໍາລັບການປ່ຽນແປງອັດຕາເງິນເຟີ້ທຽບເດືອນຕໍ່ເດືອນ ປະຈໍາເດືອນທັນວາ ເພີ່ມຂຶ້ນ 0,2% ແລະ ສາເຫດແມ່ນມາຈາກສະພາບຂອງລາຄານໍ້າມັນເຊື້ອໄຟ ຊຶ່ງເປັນປັດໄຈພື້ນຖານໃນການຊຸກຍູ້ ແລະ ຂັບເຄື່ອນການຜະລິດ ແລະ ບໍລິການ ຍັງສືບຕໍ່ເໜັງຕີງເພີ່ມຂຶ້ນ ແລະ ມີທ່າອ່ຽງລາຄາສູງ ຈາກປັດໄຈຂອງລາຄາໃນຕະຫຼາດໂລກສູງຂຶ້ນ, ລາຄາຄໍາຮູບປະພັນ ແມ່ນຍັງມີທ່າອ່ຽງເພີ່ມຂຶ້ນ ໃນຮອບຫຼາຍເດືອນທີ່ຜ່ານມາ ເນື່ອງລາຄາຄໍາໃນຕະຫຼາດໂລກເພີ່ມຂຶ້ນ, ອັດຕາແລກປ່ຽນຍັງເປັນສາເຫດທີ່ກະທົບໃສ່ອັດຕາເງິນເຟີ້ ໂດຍສະເພາະໝວດສິນຄ້ານໍາເຂົ້າ ເພີ່ມຂຶ້ນສູງເຖິງ 10%.

ອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3% - 3 - ອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!