ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ

ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ - ance1 - ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ
ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ - kitchen vibe - ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ

ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ - ance 300x180 - ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ

ຄາໂລ ອັນເຊລັອດຕິ ຍອດຜູ້ຈັດການທີມຂອງສະໂມສອນ ເຣອັນ ມາດຣິດ ອອກອາການມຶນງົງ, ຫລັງຖືກ ຢູຟາ ສັ່ງໃຫ້ເຂົ້າສອບເພື່ອຕໍ່ໃບອະນຸຍາດປະກອບວິຊາຊີບຜູ້ຈັດການທີມ ບໍ່ດັ່ງນັ້ນຈະບໍ່ໄດ້ກັບມາຄຸມທີມຂ້າງສະຫນາມອີກ.

ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ - Visit Laos Visit SALANA BOUTIQUE HOTEL - ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ

ຄາໂລ ອັນເຊລັັອດຕິ ຍອດຜູ້ຈັດການທີມຊາວອິຕີລາຂອງ ເຣອັນ ມາດຣິດ ທີມຜູ້ນຳຂອງ ລາ ລີກາ ສະເປນ ມີເລື່ອງໃຫ້ປວດຫົວອີກຄັ້ງຫນຶ່ງ ເມື່ອຖືກສະຫະພັນບານເຕະຢູໂຣບ ຫລື (ຟີຟາ) ສັ່ງໃຫ້ເຂົ້າຮັບການສອບເພື່ອຕໍ່ໃບອະນຸຍາດປະອບວິຊາຊີບຜູ້ຈັດການທີມ ບໍ່ດັ່ງນັ້ນຈະບໍ່ໄດ້ຮັບອະນຸຍາດໃຫ້ກັບໄປນັ່ງຄຸມທີມ ເຣອັນ ມາດຣິດ ຂ້າງສະຫນາມອີກ.

ຄຣີເອເຣ ເດລໂລ ສະປອດ ສື່ຊື່ດັງຂອງອີຕາລີ ລາຍງານວ່າ ໃບອະນຸຍາດຂອງ ອັນເຊລັອດຕິ ຫມົດອາຍຸໄປຕັ້ງແຕ່ວັນທີ 31 ທັນວາທີ່ຜ່ານມາ ແລະ ຢູຟາ ກໍສົ່ງຈົດຫມາຍເຕືອນໃຫ້ລາວເຂົ້າຮັບການສອບເສັງເພື່ອຕໍ່ອາຍຸໃບອະນຸຍາດປະກອບວິຊາຊີບຜູ້ຈັດການທີມຂອງຕົນເອງດັ່ງກ່າວ.

ຂະນະທີ່ສະຫະພັນບານເຕະສະເປນ ກໍໄດ້ຕິດໄປທາງ ຢູຟາ ແລະຮັບປາກວ່າ ຈະດຳເນີນການໃຫ້ ອັນເຊລັອດຕິ ເຂົ້າສອບໂດຍໄວ ເຊິ່ງຫາກຜູ້ຈັດການທີມອາຍຸ 62 ປີ ຍັງບໍ່ຍອມເຂົ້າສອບກໍຈະບໍ່ໄດ້ຮັບອະນຸຍາດໃຫ້ລົງຄຸມ ເຣອັນ ມາດຣິດ ຢ່າງເປັນທາງການອີກ.

ສຳລັບໃນກໍລະນີທີ່ ອັນເຊລັອດຕິ ທີ່ຈັດເປັນຫນ່ຶງໃນຜູ້ຈັດການທີມທີ່ປະສົບຄວາມສຳງເລັດສູງທີ່ສຸດໃນວົງການບານເຕະໂລກ ຫລັງພາທີມຄວ້າແຊ໊ມເຖິງ 21 ລາຍການນັ້ນ ຖືກຫ້າມຄຸມທີມແທ້ ກໍຖືເປັນເລື່ອງເສຍຫາຍໃຫຍ່ງຫລວງສຳລັບ ເຣອັນ ມາດຣິດ ທີ່ພວມນຳເປັນຜູ້ນຳ ລາ ລີກາ ໂດຍມີ ເຊບີຢາ ມີຄະແນນຈີ້ມາຕິດໆ ຫ່າງພຽງ 4 ຄະແນນເທົ່ານັ້ນ.

ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ - 4 - ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!