Disgraceful behaviour from this Leicester fan after Forest scored!
— Footy Accumulators (@FootyAccums) February 6, 2022
Give him a lifetime ban now! 😡#FACup pic.twitter.com/m1yXyG2ucB
ແຟນບານ ເລສເຕີ້ ໂຫດ! ລົງໄປທຳຮ້າຍຮ່າງກາຍນັກເຕະທີມ ຟໍເຮສ.
ແຟນບານຂອງ ເລສເຕີ້ ຊິຕີ້ ສ້າງເລື່ອງໂຫດຮ້າຍ ເມື່ອໄດ້ບຸກລົງໄປທໍາຮ້າຍຮ່າງກາຍຜູ້ຫຼິ້ນຂອງ ນັອດຕິ້ງແຮັມ ຟໍເຣສ ຢູ່ສະໜາມໃນລະຫວ່າງການແຂ່ງຂັນຮອບທີ 4 ຂອງ ເອຟເອ ຄັບ.
ກອງທັບ ເຈົ້າປ່າ ສະແດງຟອມໂຫດເປີດບ້ານ ເອົາຊະນະ ຈິ້ງຈອກສະຫຍາມແບບຂາດລອຍ 4-1 ຜ່ານເຂົ້າຮອບຕໍ່ໄປໄດ້ສຳເລັດ, ແຕ່ຄວາມວຸ້ນວາຍໄດ້ເກີດຂຶ້ນໃນຂະນະທີ່ນັກເຕະເຈົ້າບັານກຳລັງດີໃຈກັບປະຕູທີ່ 3 ເມື່ອແຟນບານຜູ້ໜຶ່ງບຸກເຂົ້າໄປໃນສະໜາມ ແລະ ຊົກເຂົ້າໄປທີ່ໃບໜ້າຂອງ ຄີແນນ ເດວິສ ຢ່າງເຕັມແຮງ ຈົນເກີດເຫດຊຸນລະມຸນ ກ່ອນທີ່ເຈົ້າໜ້າທີ່ຈະມາຄວບຄຸມໂຕແຟນບານຄົນນັ້ນອອກໄປ.
ໂດຍພາຍຫຼັງທາງສະໂມສອນບານເຕະ ເລສເຕີ້ ຊິຕີ້ ໄດ້ອອກຖະແຫຼງການສະແດງຄວາມເສຍໃຈຕໍ່ເຫດການດັ່ງກ່າວ ແລະ ລົງໂທດຫ້າມແຟນບານຄົນນັ້ນຕະຫຼອດຊີວິດທັນທີ.