ຄະດີຫລອກລວງ ແລະ ປອມແປງຢູ່ບາງປະເທດ

- AB5506C8 2548 4B37 8EC1 ABE395AE1482 w1080 h608 - ຄະດີຫລອກລວງ ແລະ ປອມແປງຢູ່ບາງປະເທດ
- kitchen vibe - ຄະດີຫລອກລວງ ແລະ ປອມແປງຢູ່ບາງປະເທດ

ໂດຍ: ວິ​ເສດ ສະ​ແຫວ​ງສຶກສາ

​ໃນ​ບົດ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມກ່ຽວ​ກັບ​ມາດ​ຕະການ​ປັບ​ໄໝ​ໃສ່​ໂທດ​ໃນ​ຄະດີ​ສໍ້​ໂກງ​ຈຳນວນ​ໜຶ່ງ​ທີ່​ເກີດ​ຂຶ້ນຢູ່​ຕ່າງປະ​ເທດ ​ໂດຍ​ເລີ່​ມຈາກ ກຳປູ​ເຈຍ ​ເຊິ່ງຂ່າວ​ໜັງສືພິມ​ວຽງ​ຈັນທາ​ມ (Vientiane Times) ສະບັບ​ວັນ​ທີ 1 ມິຖຸນາປີ​ນີ້ ບອກ​ວ່າ: ມີ​ຊາວ​ກຳປູ​ເຈຍຫລາຍ​ກວ່າ 7 ພັນ​ຄົນ​ຖືກຕົ້ມຕຸ໋ນ​ເງິນ​ຈົນ​ກ້ຽງ​ກະ​ເປົາ. ມູນ​ຄ່າ​ການ​ເສຍ​ຫາຍນັ້ນສູງ​ເຖິງ 60 ລ້ານ​ໂດ​ລາ​ສະຫະລັດ. ຫົວ​ໂປ່​ໂຕ​ການ​ຫລອກ​ລວງ​ຄັ້ງນີ້​ໄດ້​ແກ່​ສອງ​ອົງການ​ຈັດຕັ້ງ ​ເຊິ່ງບໍ່​ແມ່ນ​ຂອງ​ລັດຖະບານ (NGO) ທີ່​ມີ​ຊື່​ມ່ວນໆ​ໜ້າ​ເຊື່ອ​ຖື​ວ່າ “ມູນ​ນິທິ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້” (Southeast Asian Foundation) ​ແລະ “ສະມາຄົມ​ທີ່​ປຶກສາ​ດ້ານ​ການ​ລົງທຶນ” (Association of Investment Consultants) ​ແລະ ບໍລິສັດ EBC. ວິທີ​ຕົ້ມຕຸ໋ນ​ນັ້ນບໍ່​ແຕກ​ຕ່າງ​ຈາກ​ເລື່ອງ​ທີ່​ເກີດ​ຢູ່​ບ້ານ​ເຮົາ​ພໍ​ປານ​ໃດ ຄື​ການ​ລະດົມ​ເງິນ​ທຶນ​ເພື່ອ​ການ​ລົງທຶນ ຫລື ​ເພື່ອ​ຮ່ວມ​ກິດຈະການ ​ໂດຍ​ຫວັງ​ຜົນ​ຕອບ​ແທນ​ຢ່າ​ງງາມໆ ​ແຕ່​ສຸດ​ທ້າຍ​ກໍ​ເປິ !. ທ່ານ ຫງວນ​ໂສ​ຂາ ຮອງ​ລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ການ​ເງິນ​ກຳປູ​ເຈຍກ່າວ​ກ່ຽວ​ກັບ​ບັນຫາ​ນີ້​ວ່າ​ມັນ​ບໍ່​ເປັນຄັ້ງທຳ​ອິດ​ທີ່​ການ​ຕົ້ມຕຸ໋ນ​ລັກສະນະ​ນີ້​ເກີດ​ຂຶ້ນ​ໃນ​ກຳປູ​ເຈຍ​ ພຽງ​ແຕ່​ວ່າຄັ້ງນີ້​ໜັກໜ່ວງ​ທີ່​ສຸດ ​ເພາະ​ມັນ​ກະທົບ​ຕໍ່​ຊາວ​ກຳປູ​ເຈຍ​ຈຳນວນ​ຫລາຍ​ພັນ​ຄົນ. ດັ່ງນັ້ນ ລັດຖະບານ​ຕ້ອງ​ໄດ້​ເອົາ​ມາດ​ຕະການ​ທາງ​ກົດໝາຍ​ຕໍ່​ຜູ້​ກະທຳ​ຜິດ. ອົງການ​ຫົວ​ໂປ່​ໂຕ​ການ​ຫລອກ​ລວງ​ທັງ​ສາມ​ເຄື່ອນ​ໄຫວ​ແບບ​ຜິດ​ກົດໝາຍ, ບໍ່​ມີ​ເອກະສານ​ອະ​ນຸຍາດ​ທີ່​ຖືກຕ້ອງ. ງວາກ​ໄປ​ເບື້ອງປະ​ເທດ ອິນ​ເດຍ ພຸ້ນ ກໍ​ມີ​ເລື່ອງຫລອກ​ລວງ​ບໍ່​ແມ່ນ​ຂອງ​ຢອກ​ເຊັ່ນ​ກັນ ດັ່ງ​ຂ່າວໜັງສືພິມ Vientiane Times ວັນ​ທີ 9 ​ເດືອນ​ພຶດສະພາ​ປີ​ນີ້ ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຈັບ​ກຸມ​ແກ້ງ​ຫົວ​ໃສ​ໃຈ​ບ້ຽວ​ທີ່​ຕົວະ​ຕົ້ມພະນັກງານ​ແພດ​ສຳຮອງ 10 ຄົນ ວ່າ​ຈະ​ໃຫ້​ຄຳ​ຖາມ​ສອບ​ເສັງ​ເຂົ້າສະ​ຖາ​ບັນ​ການ​ແພດ, ​ແຕ່​ຕ້ອງ​ຈ່າຍ​ກ່ອນ. ຜູ້​ຖືກຕົ້ມຫລົງ​ເຊື່ອ​ແລ້ວ​ກໍ​ຈ່າຍ​ບໍ່​ອັ້ນ ​ເພື່ອ​ແລກ​ກັບ​ຄຳ​ຖາມ-ຄຳ​ຕອບ​ແບບ​ສຳ​ເລັດ​ຮູບ ​ແຕ່​ແລ້ວ​ຟ້າ​ເອີຍ ! ຄຳ​ຖາມ​ທີ່​ຊື້ມາ​ກັບ​ຄຳ​ຖາມ​ທີ່​ອອກ​ຕົວ​ຈິງ​ໃນ​ຫ້ອງ​ສອບ​ເສ​ັງນັ້ນ​ໄກ​ກັນ​ປານ​ຟ້າ​ກັບ​ດິນ. ສຸດ​ທ້າຍ​ເລື່ອງ​ກໍ​ເລີຍ​ຮ້ອນ​ໄປ​ຮອດ​ຫູ​ເຈົ້າໜ້າ​ທີ່. ນັກ​ຕົ້ມຕຸ໋ນ​ທັງ 5 ຄົນ​ຖືກ​ຈັບ​ໄດ້​ໄລ່​ທັນ​ ​ໃນ​ນັ້ນມີ​ພະນັກງານ​ລັດ 1 ຄົນ​ທີ່​ເຮັດ​ວຽກ​ຢູ່​ກົມ​ລ້ຽງສັດ. ຄະດີ​ນີ້​ທາງ​ການ​ອິນ​ເດຍບອກ​ວ່າ​ບໍ່​ແມ່ນ​ຄະດີ​ຂໍ້​ສອບ​ຮົ່ວ​ໄຫລ ​ແຕ່​ແມ່ນ​ຄະດີ​ຕົ້ມຕຸ໋ນ. ດັ່ງນັ້ນ ຜູ້​ກະທຳ​ຜິດ​ຈະ​ຕ້ອງ​ຖືກ​ຕັດສິນ​ຕາມ​ກົດໝາຍ​ທີ່​ກ່ຽວຂ້ອງ​ມາດຕາ 420 ວ່າ​ດ້ວຍ​ການ​ຫລອກ​ລວງ ​ແລະ ມາດຕາ 468 ວ່າ​ດ້ວຍ​ການ​ປອມ​ແປງ​ເພື່ອ​ຫລອກ​ລວງ. ​ເລື່ອງຕໍ່​ໄປ​ນີ້​ກໍ​ກ້ຽວໆ​ວຽນໆ​ຢູ່​ກັບ​ເລື່ອງ​ຫລອກ​ລວງ, ​ເລື່ອງ​ຕົບ​ຕາ ຄື​ການ​ໃຊ້​ຜ້າ​ເຫລືອງ​ຕົບ​ຕາ​ສັງຄົມ​ວ່າ​ຕົນ​ເປັນ​ພະສົງ, ​ເປັນ​ຜູ້​ບໍລິສຸດ, ຢູ່​ໃນ​ສິນ​ກິນ​ໃນ​ທຳ, ບໍ່​ຄົດ​ໃນ​ຂໍ້​ງໍ​ໃນ​ກະດູກ ​ແຕ່​ໃນ​ເນື້ອ​ແທ້​ພັດ​ແມ່ນ​ພໍ່ຄ້າ​ຢາ​ເສບ​ຕິດ​ຕົວ​ອັນຕະລາຍ. ​ເລື່ອງ​ນີ້​ເກີດ​ຂຶ້ນຢູ່​ປະ​ເທດ ມຽນມາ. ຕາມ​ຂ່າວ​ຕ່າງປະ​ເທດ​ໃນຕົ້ນ​ເດືອນ​ກຸມພາ​ປີ​ນີ້​ພຸ້ນ. ພະສົງ​ອົງ​ແຕກ​ປອກຊອກ​ເຮັດ​ໂລ​ເລ​ໄດ້​ໃຊ້​ລົດ​ປະຈຳ​ໂຕ​ເຄື່ອນ​ໄຫວ​ຢູ່​ລັດ​ຍະ​ໄຂ່ ​ເພື່ອ “​ເຜີຍ​ແຜ່​ທຳ​ມະ” ​ແຕ່​ຕົວ​ຈິງ​ພັດ​ເພື່ອ​ຄ້າ​ຢາ​ເສບ​ຕິດ. ​ຄື​ໃນ​ລົດ​ຂອງ​ເພິ່ນ ​ເຈົ້າໜ້າ​ທີ່​ຕຳຫລວດ​ໄດ້​ພົບ​ຢາ​ບ້າ 400.000 ​ເມັດ ​ແຕ່​ພໍ​ໄປ​ຄົ້ນຢູ່​ວັດ​ບ່ອນ​ພະສົງ​ອົງ​ນີ້ຢູ່​ປະຈຳ​ກໍ​ໄດ້​ພົບ​ຢາ​ບ້າ​ຕື່ມ​ອີກ​ສີ່​ລ້ານ​ສອງ​ແສນ​ເມັດ. ຂ່າວ​ນີ້​ເຮັດ​ໃຫ້​ຊາວ​ມຽນມາ​ຜູ້​ເຄັ່ງ​ຂັດ​ໃນ​ສາສະໜາ​ພຸດ​ຕົກ​ຕະລຶງ​ຊຶງ​​ເຊີ້​ວ່າ ​ເຫດການ​ນີ້​ເກີດ​ຂຶ້ນ​ໄດ້​ແນວ​ໃດ, ຂ່າວ​ບອກ​ວ່າ ຊາຍ​ຜ້າ​ເຫລືອງ​ຜູ້​ກໍ່​ເຫດ​ຖືກ​ໄລ່​ສິກ​ທັນ​ທີ່ ​ເພື່ອ​ລາກ​ໂຕ​ຂຶ້ນສານ.

- Visit Laos Visit SALANA BOUTIQUE HOTEL - ຄະດີຫລອກລວງ ແລະ ປອມແປງຢູ່ບາງປະເທດ
- 3 - ຄະດີຫລອກລວງ ແລະ ປອມແປງຢູ່ບາງປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!