ກົດສະຫລອງປີໃໝ່ຈົ່ງຮ່ວມໃຈກັນປະຕິບັດ

- Girls are being splashed during Laos New Year Pi Mai - ກົດສະຫລອງປີໃໝ່ຈົ່ງຮ່ວມໃຈກັນປະຕິບັດ
- kitchen vibe - ກົດສະຫລອງປີໃໝ່ຈົ່ງຮ່ວມໃຈກັນປະຕິບັດ

ໂດຍ: ທິດກໍ່າ

ຖ້າພວກເຮົາພາກັນນັບຖອຍຫລັງການສະຫລອງສົ່ງທ້າຍປີເກົ່າ ພສ 2564 ຕ້ອນຮັບປີໃໝ່ ພສ 2565 ກໍຍັງອີກບໍ່ພໍເທົ່າໃດວັນ ເຊິ່ງອີງຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ ຄືນັບແຕ່ມື້ນີ້ເປັນຕົ້ນໄປ, ທຸກຄອບຄົວ, ທຸກບ້ານ, ສຳນັກງານອົງການ ຕະຫລອດເຖິງວັດວາອາຮາມກໍພາກັນຫ້າງຫາກະກຽມວັດຖຸທັງຈິດໃຈເພື່ອສະຫລອງປີໃໝ່ໃຫ້ມີຄວາມໝາຍ ແລະ ເປັນສິລິມຸງຄຸນແກ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ. ຕາມປົກກະຕິແລ້ວ ກ່ອນຮອດມື້ປີໃໝ່ວຽກທີ່ຕ້ອງໄດ້ເຮັດກໍຄືອະນາໄມເຮືອນຊານ, ອາຄານສະຖານທີ່, ວັດວາອາຮາມໃຫ້ສະອາດຈົບງາມ, ປະດັບປະດາທຸງຊາດ, ທຸງທິວ, ທຸງສາສະໜາໃຫ້ມີສີສັນສວຍງາມ, ໂດດເດັ່ນ ແລະ ມີຄວາມໝາຍ.

- Visit Laos Visit SALANA BOUTIQUE HOTEL - ກົດສະຫລອງປີໃໝ່ຈົ່ງຮ່ວມໃຈກັນປະຕິບັດ
- Visit Laos Visit SALANA BOUTIQUE HOTEL - ກົດສະຫລອງປີໃໝ່ຈົ່ງຮ່ວມໃຈກັນປະຕິບັດ

ຫລັງຈາກຮອດມື້ປີໃໝ່ແລ້ວກໍມີກິດຈະກຳຕ່າງໆເຊັ່ນ: ຫົດສົງພະພຸດທະຮູບ, ຟັງທຳມະເທດສະໜາ, ຕົບພະທາດຊາຍ ແລະ ກິດຈະກຳອື່ນໆຢູ່ວັດຕາມຮີດຄອງປະເພນີຂອງແຕ່ລະທ້ອງຖິ່ນ. ສ່ວນແຕ່ລະຄອບຄົວຢູ່ແຕ່ລະບ້ານທີ່ມີຄວາມພ້ອມກໍມີພິທີບາສີ ແລະ ສູ່ຂວັນ, ພົບປະສັງສັນລະຫວ່າງຍາດພີ່ນ້ອງ, ໝູ່ຄູ່ເພື່ອນ ມິດ, ກິນດື່ມ, ໄປຫລິ້ນໄປທ່ຽວຕາມເງື່ອນໄຂຂອງແຕ່ລະຄົນ, ແຕ່ລະຄອບຄົວ.

ແນວໃດກໍຕາມ, ສຳລັບປີນີ້ ການສະຫລອງປີໃໝ່ພວກເຮົາຕ້ອງພ້ອມກັນມີສະຕິ, ເອົາໃຈໃສ່ບາງດ້ານທີ່ພວກເຮົາພວມຜະເຊີນ ເປັນຕົ້ນການແພ່ລະບາດຂອງພະຍາດໂຄວິດ-19 ທີ່ພວມທ້າທາຍຊີວິດການເປັນຢູ່ ກໍຄືເສດຖະກິດ-ສັງຄົມຂອງປະເທດ. ນອກຈາກນັ້ນ ກໍໃຫ້ຫລີກເວັ້ນການເກີດອຸບັດຕິເຫດ, ການນຳໃຊ້ລົດນຳໃຊ້ຖະໜົນ, ບັນຫາກິນດື່ມເມົາແລ້ວຂັບລົດ ແລະ ຫລິ້ນກິນຟຸມເຟືອຍ…

ສະນັ້ນ, ເພື່ອຫລີກເວັ້ນບັນຫາຕ່າງໆທີ່ອາດຈະເກີດຂຶ້ນໃນໂອກາດສະຫລອງປີໃໝ່ລາວ, ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງແຈ້ງການເຖິງພໍ່ແມ່ປະຊາຊົນ, ທະຫານ, ຕຳຫລວດ ແລະ ຜູ້ໃຊ້ລົດໃຊ້ຖະໜົນຢູ່ ສປປ ລາວ ຈົ່ງພ້ອມກັນປະຕິບັດດັ່ງຕໍ່ໄປນີ້: ຜູ້ຂັບຂີ່ລົດທຸກປະເພດຕ້ອງປະ ຕິບັດກົດລະບຽບຈະລາຈອນຢ່າງເຄັ່ງຄັດ ແລະ ເຂັ້ມງວດ, ຜູ້ຂີ່ລົດຈັກຕ້ອງໃສ່ໝວກກັນກະທົບ (ທັງຜູ້ຂັບຜູ້ຊ້ອນ), ຜູ້ຂັບລົດໃຫຍ່ຕ້ອງຮັດສາຍແອວນິລະໄພ, ກ່ອນນຳໃຊ້ພາຫະນະຕ້ອງກວດກາສະພາບເຕັກນິກລົດໃຫ້ຮັບປະກັນເປັນຢ່າງດີ, ຫ້າມຜູ້ຂັບຂີ່ດື່ມສິ່ງມຶນເມົາເດັດຂາດ, ຖ້າຝ່າຝືນກວດກາພົບເຫັນຈະກັກຕົວ ແລະ ດຳເນີນຄະດີຕາມລະບຽບ ແລະ ກົດໝາຍ, ຫ້າມຂັບລົດໄວເກີນກຳນົດ, ຕາມສາຍທາງນອກເມືອງລົດໂດຍສານຫ້າມຂັບໄວເກີນ 80 ກິໂລແມັດຕໍ່ຊົ່ວໂມງ, ຫ້າມບໍ່ໃຫ້ຈອດລົດຕາມສາຍທາງດ່ວນເດັດຂາດ ຍົກເວັ້ນພາຫະນະເປ່ເພ, ການສົ່ງພະ, ການຫລິ້ນນ້ຳອວຍພອນກັນໃຫ້ປະຕິບັດຕາມແຈ້ງການຂອງອຳນາດການປົກຄອງແຕ່ລະທ້ອງຖິ່ນ.

ຕໍ່ແຈ້ງການສະບັບນີ້ ຖ້າຜູ້ໃດລະເມີດຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍຢ່າງເຂັ້ມງວດ. ນີ້ຄືກົດເຫລັກບາງຂໍ້ເພື່ອໃຫ້ທຸກຄົນປະຕິບັດໃນໄລຍະສະຫລອງປີໃໝ່ ຜູ້ໃດໄປໃສມາໃສກໍຂໍໃຫ້ມີສະຕິ, ຢ່າພາກັນລະເມີດເດັດຂາດ ຖ້າຝ່າຝືນຈະຖືກເຈົ້າໜ້າທີ່ດຳເນີນການຕາມກົດໝາຍບ້ານເມືອງ. ຄາດໝາຍການສະຫລອງສົ່ງທ້າຍປີເກົ່າ ພສ 2564 ຕ້ອນຮັບປີໃໝ່ ພສ 2565 ບໍ່ໃຫ້ມີຜູ້ເຈັບຫລວງຫລາຍ ແລະ ຜູ້ຕາຍ ຂໍໃຫ້ປອດໄພຍິ່ງເປັນການດີ.

- 3 - ກົດສະຫລອງປີໃໝ່ຈົ່ງຮ່ວມໃຈກັນປະຕິບັດ
- 5 - ກົດສະຫລອງປີໃໝ່ຈົ່ງຮ່ວມໃຈກັນປະຕິບັດ
- 4 - ກົດສະຫລອງປີໃໝ່ຈົ່ງຮ່ວມໃຈກັນປະຕິບັດ