ຊຽງໄຮ້ຜະເຊີນບັນຫາ ຂາດເຂີນອາຫານຊ່ວງລັອກດາວ ສະທ້ອນບັນຫາການແກ້ໄຂຂອງລັດ
ສູນກາງທາງການເງິນຂອງຈີນລັອກດາວແບບບໍ່ມີກຳນົດ ຊາວເມືອງພົບບັນຫາຂາດເຂີນອາຫານ.
ວັນທີ 7 ເມສາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຊາວເມືອງຊຽງໄຮ້ກຳລັງຜະເຊີນບັນຫາໃນດ້ານອາຫານ ຫລັງຈາກຕົກຢູ່ພາຍໃຕ້ມາດຕະການລັອກດາວເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ປະຊາກອນສ່ວນຫລາຍຂອງທັງໝົດ 25 ລ້ານຄົນ ຕ້ອງຢູ່ແຕ່ເຮືອນ.
ເຖິງວ່າລັດຖະບານຈະສົ່ງຊີ້ນ ແລະ ຜັກໃຫ້ຈຳນວນໜຶ່ງ, ແຕ່ເປັນປະລິມານທີ່ບໍ່ພຽງພໍໃນການດຳລົງຊີວິດປະຈຳວັນ ແລະ ຍັງພົບບັນຫາໃນການສັ່ງຊື້ຜ່ານຊ່ອງທາງອອນລາຍ ເນື່ອງຈາກສິນຄ້າຂາດເຂີນ ແລະ ມີພະນັກງານຈັດສົ່ງບໍ່ພຽງພໍ.
ປັດຈຸບັນຈີນຍັງໃຊ້ມາດຕະການໂຄວິດເປັນສູນ ໂດຍພະຍາຍາມຈະແຍກຜູ້ຕິດເຊື້ອທັງໝົດອອກມາ ເພື່ອຄວບຄຸມການລະບາດໃຫ້ໝົດໄປໃນແຕ່ລະເມືອງ ແລະ ໄດ້ຂະຫຍາຍໄລຍະເວລາການລັອກດາວເມືອງໃຫຍ່ຄືຊຽງໄຮ້ໄປແບບບໍ່ມີກຳນົດ.
ຫລ້າສຸດໃນວັນທີ 6 ເມສາ ທາງການຈີນໄດ້ມີການກວດຫາເຊື້ອຄັ້ງໃຫຍ່ອີກຮອບ ໂດຍຜູ້ທີ່ໄດ້ຮັບຜົນເປັນບວກບໍ່ສາມາດກັກຕົວໃນເຮືອນຂອງຕົນໄດ້ ເຖິງວ່າຈະມີອາການພຽງເລັກໜ້ອຍ ຫລື ບໍ່ມີອາການກໍຕາມ ທຸກຄົນທີ່ມີເຊື້ອຈະຕ້ອງເຂົ້າຮັບການກັກຕົວຕາມສະຖານທີ່ທີ່ລັດກຳນົດ.
ທ່ານ ເສິນ ຖົງ ຮອງເຈົ້າຄອງນະຄອນຊຽງໄຮ້ ເຜີຍວ່າ: ການຕໍ່ສູ້ກັບພະຍາດລະບາດໃນຊຽງໄຮ້ກຳລັງເຖິງຈຸດວິກິດທີ່ສຸດ ພ້ອມເນັ້ນໃຫ້ເຈົ້າໜ້າທີ່ລັດພະຍາຍາມຢ່າງສຸດຄວາມສາມາດໃນການຈັດຫາສິນຄ້າອຸປະໂພກ-ບໍລິໂພກໄປສູ່ປະຊາຊົນ 25 ລ້ານຄົນ.
ອ້າງອີງ:
https://apnews.com/…/covid-business-health-shanghai…