ປີຜ່ານມາ ການຄ້າລາວ-ຫວຽດນາມ ຂະຫຍາຍຕົວ ທ່າມກາງຮ່ວມກັນຜ່ານຜ່າວິກິດໂຄວິດ-19


ເມື່ອບໍ່ດົນຜ່ານມາ ມີການລາຍງານສະຖິຕິມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ລາວ ແລະ ຫວຽດນາມ ແຕ່ປີ 2018 ຫາປີ 2021 ຊີ້ໃຫ້ເຫັນວ່າ: ມູນຄ່າການຄ້າລະຫວ່າງສອງປະເທດບັນລຸ 4,5 ຕື້ໂດລາສະ ຫະລັດ. ໃນນີ້, ລາວສົ່ງອອກສິນຄ້າໄປຫວຽດນາມ ບັນລຸມູນຄ່າ 2,1 ຕື້ໂດລາສະຫະລັດ ແລະ ນໍາເຂົ້າ ສິນຄ້າຈາກຫວຽດນາມ ບັນລຸ 2,4 ຕື້ໂດລາສະຫະລັດ.
ແນວໃດກໍດີກ່ອນການແພ່ລະບາດຂອງພະຍາດໂຄວິດ-19, ການຄ້າສອງປະເທດ ລາວ-ຫວຽດນາມຂະ ຫຍາຍຕົວຕາມຄາດໝາຍທີ່ລັດຖະບານທັງສອງປະເທດວາງອອກ ຄືບັນລຸເປົ້າໝາຍອັດຕາການຂະຫຍາຍ ຕົວຢ່າງໜ້ອຍ 10%ຕໍ່ປີ, ແຕ່ມາຮອດປີ 2020 ມູນຄ່າການຄ້າສອງຝ່າຍໄດ້ຫລຸດລົງ -11,5% ທຽບໃສ່ປີ 2019 ຍ້ອນການແພ່ລະບາດຂອງພະຍາດໂຄວິດ-19 ແລະ ການນໍາໃຊ້ມາດຕະການກວດກາສະກັດກັ້ນການແພ່ລະບາດຂອງພະຍາດດັ່ງກ່າວ ເປັນຕົ້ນການປ່ຽນຄົນຂັບລົດ, ການຄ່ຽນຖ່າຍລົດ ແລະ ສິນຄ້າ ເຮັດໃຫ້ການພົວພັນໄປມາ ແລະ ການຂົນສົ່ງສິນຄ້າຖືກຜົນກະທົບຢ່າງຮ້າຍແຮງ.
ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ບໍ່ໄດ້ເຮັດໃຫ້ສາຍສໍາພັນທີ່ແໜ້ນແຟ້ນຂອງສປປ ລາວ ແລະ ສສ ຫວຽດນາມສັ່ນຄອນແຕ່ປະການໃດ ເນື່ອງຈາກເຈົ້າໜ້າທີ່ ແລະ ກະຊວງທີ່ກ່ຽວຂ້ອງຂອງສອງປະເທດ ໄດ້ພະຍາຍາມຄົ້ນຄວ້າປັບປຸງຂັ້ນຕອນ ແລະ ຜ່ອນຜັນບາງມາດຕະການເພື່ອອໍານວຍຄວາມສະ ດວກໃຫ້ແກ່ການນໍາເຂົ້າ ແລະ ສົ່ງອອກແຕ່ລະໄລຍະ. ຈາກນີ້ຈຶ່ງສົ່ງຜົນເຮັດໃຫ້ມູນຄ່າການຄ້າຂະຫຍາຍ ຕົວແບບກ້າວກະໂດດໂດຍປີ 2021 ສາມາດບັນລຸ 1,37 ຕື້ໂດລາສະຫະລັດເພີ່ມຂຶ້ນກວ່າ 33% ທຽບໃສ່ປີ 2020 ແລະ ກາຍຄາດໝາຍທີ່ສອງລັດຖະບານໄດ້ວາງໄວ້ ແລະ ຖືວ່າເປັນມູນຄ່າການຄ້າສອງຝ່າຍທີ່ຫລາຍທີ່ສຸດໃນໄລຍະ 10 ປີຜ່ານມາ.
ທັງໝົດນີ້ສະແດງໃຫ້ເຫັນເຖິງຄວາມສາມັກຄີພິເສດລະຫວ່າງສອງປະເທດລາວ-ຫວຽດນາມ ເຖິງວ່າຈະມີອຸປະສັກ ກໍຄຽງບ່າຄຽງໄຫລ່ກັນແກ້ໄຂ ແລະ ພ້ອມກັນຜ່ານຜ່າອຸປະສັກໄດ້ຢ່າງມີໄຊ ແລະ ປະສົບຜົນສຳ ເລັດ ສາມາດເຮັດໃຫ້ການນຳພາປະເທດຊາດ ກໍຄືປະຊາຊົນທັງສອງຊາດ ກ້າວສູ່ຄວາມຈະເລີນສີວິໄລ, ຊີ ວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນຢ່າງຈະແຈ້ງ.