ກະຊວງການເງິນ ສະເໜີທະນາຄານໂລກ ພິຈາລະນາການສະໜອງການຊ່ວຍເຫຼືອເຂົ້າໃນວຽກງານຫັນເປັນທັນສະໄໝໃນຂົງເຂດການເງິນ


ໃນໂອກາດທີ່ທ່ານ ນາງ ມາຣຽມ ເຊີແມນ (Ms. Mariam Sherman) ຜູ້ອຳນວຍການທະນາຄານໂລກ ຮັບຜິດຊອບ ສປປ ລາວ, ກຳປູເຈຍ ແລະ ມຽນມາເດີນທາງມາເຮັດວຽກຢ້ຽມຢາມສປປ ລາວ; ໃນວັນທີ 3 ພຶດສະພາ 2022 ຜ່ານມານີ້, ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ເພື່ອແນະ ນຳຕົວຢ່າງເປັນທາງການ ແລະ ເພື່ອປຶກສາຫາລືໃນການເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງກະຊວງການເງິນ ແລະ ທະນາຄານໂລກ ໃນການສະໜອງທຶນສຳລັບໂຄງການບຸລິມະສິດສຳລັບການພັດທະນາເສດຖະກິດ-ສັງຄົມຢູ່ສປປ ລາວ.
ໂອກາດດັ່ງກ່າວທ່ານ ບຸນໂຈມ ອຸບົນປະເສີດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ມາຣຽມ ເຊີແມນ ທີ່ ໃຫ້ຄວາມສຳຄັນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມານັບຕັ້ງແຕ່ເຂົ້າຮັບຕຳແໜ່ງໃນປີ 2020. ປັດຈຸບັນ ສປປ ລາວ ຍັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ບັນດາປັດໃຈພາຍນອກອື່ນໆ ທີ່ສົ່ງ ຜົນກະທົບຢ່າງຕໍ່ເນື່ອງໂດຍສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ການດຳລົງຊີວິດຂອງປະຊາຊົນ, ຈຶ່ງຍັງມີ ຄວາມຈຳເປັນທີ່ຈະຂໍການສືບຕໍ່ສະໜັບສະໜູນຈາກທະນາຄານໂລກ ແລະ ສະເໜີສືບຕໍ່ຊຸກຍູ້, ສະໜັບສະໜູນໂດຍ ສະເພາະການຊ່ວຍເຫຼືອດຸ່ນງົບປະມານແກ່ສປປ ລາວ ຜ່ານແຜນງານດັດແກ້ມະຫາພາກຕ່າງໆ.
ສຳລັບແຜນ CPF 2022-2026 ໃນໄລຍະໃໝ່, ກະຊວງການເງິນ, ພ້ອມຈະສືບຕໍ່ເຮັດວຽກຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ພ້ອມທັງຂະແໜງການກ່ຽວຂ້ອງເພື່ອສ້າງຂອບຍຸດທະສາດການຮ່ວມມືໄລຍະໃໝ່ໃຫ້ສອດຄ່ອງກັບບູລິສິດຂອງລັດຖະບານຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ວາລະແຫ່ງ ຊາດທີ່ສະພາໄດ້ຮັບຮອງ.
ພ້ອມດຽວກັນ, ສະເໜີທະນາຄານໂລກ ພິຈາລະນາການສະໜອງການຊ່ວຍເຫຼືອເຂົ້າໃນວຽກງານຫັນເປັນທັນ ສະໄໝໃນຂົງເຂດການເງິນ. ທັງນີ້, ກໍເພື່ອກະຕຸກຊຸກຢູ້ຮັບປະກັນສາມາດເກັບລາຍຮັບໄດ້ຄົບຖ້ວນ ແລະ ສາມາດເກັບ ລາຍຮັບໄດ້ຫຼາຍຂື້ນກວ່າເກົ່າ, ສະເໜີທະນາຄານໂລກພິຈາລະນາວ່າຈ້າງບໍລິສັດປະເມີນຊັບສິນທີ່ມີຊື່ສຽງຂອງໂລກ,ເພື່ອປະເມີນບັນດາຊັບສິນຂອງ ສປປ ລາວ ເປັນການສ້າງຄວາມເຊື່ອໜັ້ນໃຫ້ນັກລົງທຶນທັງພາກພື້ນ ແລະ ສາກົນ ພ້ອມທັງກຳໄດ້ຂໍ້ມູນທີ່ໜັກແໜ້ນກ່ຽວກັບບັນດາຂໍ້ມູນຊັບສິນຂອງລັດ ໂດຍສະເພາະບັນດາໂຄງການລົງທຶນຂອງລັດໃນຂະແໜງບໍ່ແຮ່ ແລະ ພະລັງງານ.