ແຂວງອຸດົມໄຊລົງວິໄນສະມາຊິກພັກ 35 ຄົນ ທີ່ສໍ້ລາດບັງຫລວງ ຜົນເສຍຫາຍ 17 ຕື້ກວ່າກີບ


ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ອຸດົມໄຊ ລາຍງານເນື່ອງໃນໂອກາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຸດົມໄຊ ຂອງທ່ານ ທ່ານ ປອ ຄຳພັນ ພົມມະທັດ ລະຫວ່າງວັນທີ 6-8 ພຶດສະພາ 2022 ຜ່ານມານີ້ວ່າ:
ວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ໄລຍະຜ່ານມາໄດ້ກວດກາພັກພົບເຫັນສະມາຊິກພັກລະເມີດຂໍ້ຫ້າມຂອງພັກ ແລະ ຖືກປະຕິບັດວິໄນຂັ້ນຕ່າງໆ 35 ສະຫາຍ, ຍິງ 3 ສະ ຫາຍ; ດ້ານກວດກາລັດ ໄດ້ດໍາເນີນການກວດກາສະເພາະກິດຕາມຄໍາສັ່ງ 2 ເປົ້າໝາຍ (ວິສາຫະກິດຂອງລັດ) ຜ່ານການກວດກາພົບເຫັນຜົນເສຍຫາຍ 17,43 ຕື້ກີບ.
ໃນນີ້ຜົນເສຍຫາຍຕໍ່ຄວາມຮັບຜິດຊອບລວມ 7,62 ຕື້ກີບ ແລະ ຄວາມຮັບຜິດຊອບບຸກຂອງຄົນ 10 ຕື້ກີບ, ມີພະນັກງານກ່ຽວຂ້ອງ 20 ຄົນ, ຍິງ 13 ຄົນ.
ດ້ານວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໄດ້ດຳເນີນການສືບສວນ-ສອບສວນ ຄະດີສໍ້ລາດບັງຫລວງ 3 ຄະດີ, ມີພະນັກງານກ່ຽວຂ້ອງ 3 ຄົນ ໃນນີ້ສົ່ງສຳນວນໃຫ້ພາກສ່ວນທີ່ກ່ຽວຂ້ອງ 2 ຄະດີ, ມີພະນັກງານກ່ຽວຂ້ອງ 2 ຄົນ ແລະ ພວມດຳເນີນການສືບສວນສອບສວນ 1 ຄະດີ.
ສ່ວນວຽກງານການປະຕິບັດ 2 ວາລະແຫ່ງຊາດ ເຫັນວ່າ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳຂັ້ນແຂວງ ແລະ ຂັ້ນເມືອງ ແມ່ນໄດ້ເອົາໃຈໃສ່ເປັນເຈົ້າການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານຕ່າງໆ ຢູ່ຂັ້ນເມືອງ, ຫ້ອງການອ້ອມຂ້າງເມືອງ ແລະ ບັນດາບ້ານ, ກຸ່ມບ້ານ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງການເຜີຍແຜ່ເປັນຈຳນວນຫຼາຍ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.