ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ

ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ - 281557077 1893728317497606 1761873056529307036 n - ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ
ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ - kitchen vibe - ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ

ວັນທີ 16 ພຶດສະພານີ້, ບັນດາທູດຈາກສະຫະພາບເອີຣົບ (EU) ນໍາໂດຍທ່ານນາງ ອີນາ ມາຈູລີໂອນີແຕ(Ina Marciulionyte ) ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳສປປ ລາວ ໄດ້ຕິດຕາມຄວາມຄືບໜ້າໂຄງການຕ່າງໆຂອງທີມ EU ຢູ່ນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫລວງພະບາງ ເພື່ອສະແດງຄວາມມຸ່ງໝັ້ນຂອງທີມອີຢູໃນການເຮັດວຽກຮ່ວມກັນພາຍໃຕ້ຂອບຍຸດທະສາດປີ 2021-2025 ຢູ່ສປປ ລາວ ໂດຍເນັ້ນໃສ່ 3 ຂົງເຂດບູລິມະສິດ ຄື ເສດຖະກິດສີຂຽວແບບມີສ່ວນຮ່ວມ, ຕົ້ນທຶນ ມະນຸດ ແລະ ການປົກຄອງທີ່ດີ.

ຄະນະຜູ້ແທນດັ່ງກ່າວ ໄດ້ໄປຢ້ຽມຢາມສູນຜະລິດຢາສັດຕະວະແພດ ພາຍໃຕ້ການສະໜັບສະໜູນຂອງໂຄງການຮ່ວມມື ລາວ-ຮົງກາລີ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ - Visit Laos Visit SALANA BOUTIQUE HOTEL - ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ
ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ - Visit Laos Visit SALANA BOUTIQUE HOTEL - ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ

ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ລາຍງານຕໍ່ຄະນະຜູ້ແທນດັ່ງກ່າວ ທີ່ຢ້ຽມຢາມສູນຜະລິດຢາສັດຕະວະແພດ ພາຍໃຕ້ການສະໜັບສະໜູນຂອງໂຄງການຮ່ວມມື ລາວ-ຮົງກາລີ ວ່າ: ສູນຜະລິດຢາສັດຕະວະແພດ ແມ່ນສູນໜຶ່ງທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້ ກວມເນື້ອທີ່ 20 ເຮັກຕາສ້າງຕັ້ງປີ 1979 ໂດຍທຶນຊ່ວຍເຫລືອຈາກອົງການສະຫະປະຊາຊາດເພື່ອການພັດທະນາ(UNDP) ຈາກນັ້ນໄດ້ຮັບການຖ່າຍທອດເຕັກໂນໂລຊີ ຈາກອົງການອາຫານ ແລະ ການກະເສດ (FAO) ເຊິ່ງໜ້າທີ່ຕົ້ນຕໍ ຄືຜະລິດ ແລະ ສະໜອງຢາກັນພະຍາດສັດໃຫ້ກະສິກອນທົ່ວປະເທດ, ປັດຈຸບັນມີກໍາລັງການຜະລິດ 10 ລ້ານເຂັມຕໍ່ປີ, ສາມາດຜະລິດຢາກັນພະຍາດສັດໄດ້ 8 ຊະນິດ ຄື: ວັກຊິນກັນພະຍາດສັດປີກ 5 ຊະ ນິດ(ນິວຄາເຊິນ, ອະຫິວາເປັດ, ຫລອດລົມອັກເສບ, ໝາກສຸກສັດປີກ ແລະ ອະຫິວາສັດປີກ), ຢາກັນພະ ຍາດສັດໃຫຍ່ 2 ຊະນິດ (ເຕົ້າໂຮມເລືອດງົວ-ຄວາຍ ແລະ ໄຂ້ບວມ) ແລະ ຢາກັນພະຍາດໝູ 1 ຊະນິດ (ອະຫິວາໝູ). ປັດຈຸບັນໄດ້ຜະລິດຢາກັນພະຍາດສັດຢ່າງຕໍ່ເນື່ອງ ແລະ ໄດ້ຮັບການສະໜັບສະໜູນດ້ານເຕັກນິກວິຊາການ ແລະ ກໍ່ສ້າງບຸຄະລາກອນຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຊັ່ນ:ປີ 1998-2003 ແລະ ປີ 2006-2008 ໄດ້ຮັບການສະນັບສະໜູນເຄື່ອງມື, ອຸປະກອນ ແລະ ຝຶກອົບຮົມຈາກໂຄງການຊ່ວຍເຫລືອກະສິກອນດ້ານການລ້ຽງສັດ ລາວ-ອີຢູ ເລີ່ມແຕ່ປີ 2019 ເຖິງປັດຈຸບັນ; ໄດ້ຮັບການສະໜັບສະໜູນຈາກໂຄງການຜະລິດສັດ ແລະ ປາເປັນສິນຄ້າ, ໂຄງການພັດທະນາພື້ນຖານໂຄງລ່າງກະສິກໍາ ຮ່ວມມື ລາວ-ຮົງກາລີ ພາຍໃຕ້ເງິນກູ້ແບບມີເງື່ອນໄຂຈາກລັດຖະບານຮົງກາລີ ໄລຍະ 2 ແລະ ໄລຍະ 3 ມູນຄ່າ 3 ລ້ານໂດລາສະຫະລັດໃນນີ້ໄດ້ສ້ອມແປງສໍານັກງານຫ້ອງການ, ຫ້ອງທົດລອງເພື່ອຜະ ລິດ ແລະ ກວດກາຄຸນນະພາບຢາ, ຟາມລ້ຽງສັດທົດລອງ, ຕິດຕັ້ງສາງເຢັນເກັບຮັກສາຢາ, ປະກອບເຄື່ອງຈັກຜະລິດຢາໄວຣັສຊະນິດຝຸ່ນ, ເຄື່ອງບົ່ມເຊື້ອບັກເຈີຣີ ພ້ອມດ້ວຍອຸປະກອບສໍາລັບການຂ້າເຊື້ອ, ເຄື່ອງຮ່າຍບັນຈຸ ລວມທັງພາຫະນະຂົນສົ່ງຢາ ແລະ ການກໍ່ສ້າງທາງເຂົ້າສູນ.

อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ - 281611031 1893728414164263 6635393547813998399 n - ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ

ທັງນີ້ຜູ້ໄດ້ຮັບຜົນປະໂຫຍດ ແມ່ນກະສິກອນ ຜູ້ລ້ຽງສັດໃນທົ່ວປະເທດ ແລະ ຜົນໄດ້ຮັບຈາກໂຄງການສາ ມາດເຮັດໃຫ້ສູນ ເພີ່ມກໍາລັງການຜະລິດວັກຊິນໃຫ້ ສປປ ລາວ ຫລາຍກວ່າ 5 ເທົ່າ ແລະ ປະກອບສ່ວນໃຫ້ການປ້ອງກັນພະຍາດສັດ, ພັດທະນາການລ້ຽງສັດຂອງ ສປປ ລາວ ຂະຫຍາຍຕົວ ແລະ ສ້າງຄວາມໝັ້ນຄົງດ້ານສະບຽງອາຫານຂອງ ສປປ ລາວ ສູງຂຶ້ນ.

อาจเป็นรูปภาพของ 14 คน และ ผู้คนกำลังยืน ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ - 281669921 1893728487497589 2468012911949320437 n - ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ

ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ - 5 - ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ
ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ - 4 - ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ
ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ - 3 - ຄະນະທູດຈາກ ສະຫະພາບເອີຣົບຢ້ຽມຢາມສູນຜະລິດຢາສັດຕະວະແພດ