ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ

ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ - methode times prod web bin 3786d620 d81b 11ec bb99 1bcd45646516 - ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ
ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ - kitchen vibe - ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ

ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ - methode times prod web bin 3786d620 d81b 11ec bb99 1bcd45646516 - ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ

ເອເອັຟເອ ສັ່ງຈັດການສອບສວນເຫດການທີ່ ປາທຣິກ ວິເອຣາ ຜູ້ຈັດການທີມ ຄຣິສຕັລ ພາເລດ ເຕະໃສ່ແຟນບານເອຟເວີຕັນ ທີ່ບຸກລົງໄປຍົວະໂທສະເຖິງໃນສະຫນາມແລ້ວ ຖ້າຫາກຜິດແທ້ມີສິດຖືກໂທດ 3 ນັດ.

ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ - Visit Laos Visit SALANA BOUTIQUE HOTEL - ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ
ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ - Visit Laos Visit SALANA BOUTIQUE HOTEL - ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ

ສະມາຄົມບານເຕະອັງກິດ ຫລື FA ດຳເນີນການສອບສວນເຫດການທີ່ ປາຣິກ ວິເອຣາ ຜູ້ຈັດການທີມ ຄຣິສຕັລ ພາເລດ ເປີດສາກວາງແຄ່ງເຕະໃສ່ແຟນບານເອຟເວີຕັນ ທີ່ບຸກລົງໄປໃນສະຫນາມຫລັງຈົບເກມພຮີເມຍລີກ ນັດທີ ຄຣິສຕັລ ພາເລດ ບຸກໄປເສຍໃຫ້ ເອຟເວີຕັນ ຫວຸດຫວິດ 2-3 ເມື່ອວັນພະຫັດທີ່ຜ່ານມາແລ້ວ.

ເຫດການດັ່ງກ່າວເກີດຂຶ້ນຫລັງຈົບເກມທີ່ ກູດິສັນ ປາກ ໂດຍແຟນບານເຈົ້າຖິ່ນທີ່ຢູ່ໃນອາລົມດີໃຈສຸດຂີດທີ່ທີມຮັກສາມາດຫນີຕົກຊັ້ນໄດ້ສຳເລັດນັ້ນ ພາກັນບຸກລົງສະຫນາມເປັນພັນຊີວິດ ຂະນະທີ່ແຟນບານເຈົ້າຖິ່ນຄົນຫນຶ່ງໄດ້ເຂົ້າໄປຫາ ວິເອຣາ ທີ່ພວມຍ່າງກັບເຂົ້າຫ້ອງແຕ່ງຕົວພ້ອມໃຊ້ຄຳຫຍາບ ແລະ ຍົກນິ້ວກາງໃສ່ຫນ້າ ຂະນະຖ່າຍວີດີໂອໄປນຳ ຈົນເຮັດໃຫ້ ວິເອຣາ ຟິວຂາດຫັນໄປດຶງແຂນເອົາໄວ້ກ່ອນຈະເຕະເຂົ້າໄປຫນຶ່ງບາດຈົນແຟນບານຕົວປ່ວນລົ້ມໄປກອງກັບພື້ນ.

ສຳລັບກໍລະນີທີ່ ວິເອຣາ ຖ້າຖືກຕັດສິນວ່າ ມີຄວາມຜິດແທ້ໃນຂໍ້ຫາສະແດງພຶດຕິກຳຮຸນແຮງນັ້ນ ລາວກໍມີສິດຈະຖືກລົງໂທດຫ້າມຄຸມເກມ 3 ນັດ ແນວໃດກໍຕາມ ເຊື່ອວ່າ ມີຄວາມເປັນໄປໄດ້ຫລາຍທີ່ ອະດີດາວຍິງອາເຊນອລ ຫນ້າຈະຖືກພຽງຕັກເຕືອນ ເນື່ອງຈາກມີຫລັກຖານຈະແຈ້ງວ່າ ລາວຖືກກໍ່ກວນກ່ອນ ແລະ ສິ່ງທີ່ເຮັດລົງໄປກໍເພື່ອປ້ອງກັນຕົວເທົ່ານັ້ນ.

ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ - 4 - ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ
ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ - 5 - ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ
ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ - 3 - ເອັຟເອ ສັ່ງສອບສວນກໍລະນີ ວິເອຣາ ເຕະແຟນບານ ເອຟເວີຕັນ