ຈັບເປົ້າໝາຍຍິງສາວ ອາຍຸ 24 ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ

ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ - kitchen vibe - ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ

ພັທ ບຸນມີ ກັນຕິຍາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ວັນທີ 18 ພຶດສະພາ 2022 ພວກເຮົາໄດ້ເຂົ້າແກ້ໄຂເປົ້າໝາຍ ພົວພັນກັບຢາເສບຕິດ (ຢາບ້າ) 7.800 ເມັດ ທີ່ເປັນຂອງກາງຢຶດໄດ້ມາຈາກ ນາງໄຕຄຳ ຫຼື ຝົນ ອາຍຸ 24 ກຳມະກອນ ຢູ່ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນວ; ເຊິ່ງຜູ້ກ່ຽວຖືກເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ຈັບຕົວ ຢູ່ເຂດບ້ານນາຍາງ ແລະ ໄດ້ນໍາສົ່ງໃຫ້ ປກສ ເມືອງນາຊາຍທອງ ດຳເນີນຄະດີ.

ຜ່ານການສືບສວນ-ສອບສວນ ນາງໄຕຄຳ ຫຼື ຝົນ ຮັບສາລະພາບວ່າ: ຢາບ້າ ຈໍານວນ 7.800 ເມັດ ແມ່ນຂອງຜູ້ກ່ຽວ ຊື້ນຳຜູ້ຮ່ວມຂະບວນການມາແລ້ວ ຈໍານວນ 7 ຄັ້ງ, ຄັ້ງລະ 1-2 ມັດ ຫຼື 2000-4000 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວເອົາມາຂາຍຕໍ່ໃຫ້ໄວລຸ້ນ.

ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ - Visit Laos Visit SALANA BOUTIQUE HOTEL - ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ
ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ - Visit Laos Visit SALANA BOUTIQUE HOTEL - ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ

ຄັ້ງສຸດທ້າຍໃນວັນທີ 18 ພຶດສະພາ 2022, ຊື້ນໍາຜູ້ຮ່ວມຂະບວນການອີກແລະ ຜູ້ຂາຍໄດ້ເອົາມາສົ່ງ ໃຫ້ຢູ່ເຂດ ບ້ານນາຍາງ ເມືອງນາຊາຍທອງ ພໍຮອດເວລາ 18:30 ໂມງ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ. ນອກຈາກນີ້ ນາງໄຕຄໍາ ໄດ້ຮັບສາລະພາບອີກວ່າ: ຜ່ານມາຕົນເອງໄດ້ເຄື່ອນໄຫວຊື້-ຂາຍ ຢາເສບຕິດ ມາແຕ່ເດືອນ ເມສາ ປີ 2022.

ທ່ານຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ຮຽກຮ້ອງເຖິງພໍ່ແມ່ປະຊາຊົນ ແລະ ຊາວຄ້າຂາຍ ທົ່ວເມືອງນາຊາຍທອງ ຈົ່ງປະກອບສ່ວນເຮັດວຽກງານປ້ອງກັນຄວາມສະຫງົບ ຊ່ວຍເຈົ້າໜ້າທີ່ ລາຍງານສະພາບປະກົດການຫຍໍ້ທໍ້ ແລະ ໃຫ້ຂໍ້ມູນ ກໍລະນີພົບເຫັນເປົ້າໝາຍພົວພັນກັບຢາເສບຕິດ; ເຊິ່ງເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ພວກເຮົາ ພ້ອມທີ່ຈະແກ້ໄຂບັນຫາດັ່ງກ່າວ ໃຫ້ຫຼຸດລົງ ແລະ ໝົດໄປຈາກສັງຄົມ.

ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ - 4 - ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ
ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ - 5 - ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ
ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ - 3 - ຈັບເປົ້າໝາຍຍິງສາວ ອາຍຸ 24  ປີ ພົວພັັນຢາເສບຕິດພ້ອມຂອງກາງຢາບ້າ 7.800 ເມັດ