ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ?

ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ? -           12 - ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ?
ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ? - kitchen vibe - ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ?

ປັດຈຸບັນທົ່ວໂລກພົບພະຍາດຝີຕຸ່ມລີງ (monkeypox) ແລ້ວຢ່າງໜ້ອຍ 15 ປະເທດໃນເອີຣົບ, ອັງກິດ, ອາເມລິກາ, ການາດາ ແລະ ອົດສະຕຣາລີ.

ຝີຕຸ່ມລີງເກີດຈາກເຊື້ອໄວຣັສຝີຕຸ່ມລີງ ເຊິ່ງຢູ່ໃນຕະກູນດຽວກັບຝີຕຸ່ມ (smallpox) ຫລື ໄຂ້ທໍລະພິດ, ແຕ່ຮຸນແຮງນ້ອຍກວ່າ ແລະ ມີໂອກາດໃນການຕິດເຊື້ອຕໍ່າກວ່າ ສ່ວນຫລາຍລະບາດໃນປະເທດເຂດອາຟຣິກາກາງ ແລະ ອາຟຣິກາຕາເວັນຕົກໃກ້ກັບປ່າຝົນເຂດຮ້ອນ. ຝີຕຸ່ມລີງມີ 2 ສາຍພັນຄື: ສາຍພັນອາຟຣິກາກາງ ແລະ ສາຍພັນອາຟຣິກາຕາເວັນຕົກ ເຊິ່ງຮຸນແຮງນ້ອຍກວ່າ.

ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ? - Visit Laos Visit SALANA BOUTIQUE HOTEL - ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ?
ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ? - Visit Laos Visit SALANA BOUTIQUE HOTEL - ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ?

ມີອາການຫຍັງແດ່ ?

ອາການເບື້ອງຕົ້ນໄດ້ແກ່ ເປັນໄຂ້, ເຈັບຫົວ, ຕ່ອມນ້ຳເຫລືອງ, ເຈັບຫລັງ, ປວດກ້າມຊີ້ນ, ງຸດງິດ. ຈາກນັ້ນຈະເລີ່ມມີຜື່ນ ຫລື ຕຸ່ມຂຶ້ນ ໂດຍສ່ວນຫລາຍເລີ່ມຈາກໃບໜ້າ ກ່ອນຈະກະຈາຍໄປຕາມສ່ວນອື່ນຂອງຮ່າງກາຍ ພົບເລື້ອຍຄືຝ່າມື, ຝ່າຕີນ. ຕຸ່ມທີ່ຂຶ້ນອາດເຮັດໃຫ້ຄັນ ຫລື ເຈັບ ແລະ ປ່ຽນແປງໄປເລື້ອຍໆ ກ່ອນຈະກາຍເປັນສະເກັດ ແລະ ຫລຸດອອກມາ. ອາການຈະປາກົດປະມານວັນທີ 6-13 ຫລັງໄດ້ຮັບເຊື້ອ. ການຕິດເຊື້ອອາດເຊົາເອງໄດ້ໂດຍບໍ່ຕ້ອງປິ່ນປົວ ແລະ ຄົງຢູ່ປະມານ 14-21 ວັນ.

ໄດ້ຮັບເຊື້ອຈາກຫຍັງ ?

ຝີຕຸ່ມລີງແພ່ກະຈາຍຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ໂດຍເຊື້ອໄວຣັສສາມາດເຂົ້າສູ່ຮ່າງກາຍຜ່ານຜິວໜັງທີ່ເປັນບາດແຜ, ທາງເດີນຫາຍໃຈ, ຕາ, ດັງ ຫລື ປາກ. ກ່ອນໜ້ານີ້ບໍ່ເຄີຍມີການອະທິບາຍວ່າເປັນພະຍາດຕິດຕໍ່ທາງເພດສຳພັນ, ແຕ່ຝີຕຸ່ມລີງສາມາດຕິດຕໍ່ໄດ້ໂດຍກົງລະຫວ່າງມີເພດສຳພັນ. ນອກຈາກນີ້ ຍັງຕິດຕໍ່ຜ່ານການສຳຜັດສັດທີ່ຕິດເຊື້ອເຊັ່ນ: ລີງ, ໜູ ແລະ ກະຮອກ ຫລື ວັດຖຸທີ່ມີເຊື້ອໄວຣັສປົນເປື້ອນເຊັ່ນ: ບ່ອນນອນ, ເສື້ອຜ້າ.

ໄລຍະແພ່ເຊື້ອ ?

ຜູ້ຕິດເຊື້ອສາມາດແພ່ເຊື້ອໄດ້ນັບແຕ່ເກີດຜື່ນ ຫລື ຕຸ່ມຢູ່ຜິວໜັງຈົນກວ່າສະເກັດບາດຈະຫລຸດອອກມາ ໂດຍສະເກັດບາດທີ່ຫລຸດອອກມາອາດມີເຊື້ອໄວຣັສທີ່ສາມາດຕິດໄປສູ່ຜູ້ອື່ນໄດ້.

ອັນຕະລາຍສໍ່າໃດ ?

ຜູ້ຕິດເຊື້ອສ່ວນຫລາຍມີອາການບໍ່ຮຸນແຮງ ບາງຄັ້ງອາການຄືກັບເປັນພະຍາດອີ່ສຸກອີ່ໃສ ແລະ ສາມາດເຊົາໄດ້ເອງພາຍໃນ 2-3 ອາທິດ, ແຕ່ບາງຄັ້ງຝີຕຸ່ມລີງສາມາດກໍ່ໃຫ້ເກີດອາການຮຸນແຮງ ແລະ ມີລາຍງານວ່າເຖິງຂັ້ນເຮັດໃຫ້ເສຍຊີວິດໃນອາຟຣິກາຕາເວັນຕົກ. ໃນປີຜ່ານມາອົງການອະນາໄມໂລກ (WHO) ລະບຸວ່າ: ຄ່າ RO ຫລື ອັດຕາແພ່ເຊື້ອຂອງເຊື້ອຝີຕຸ່ມລີງຢູ່ທີ່ 2.

ມີຢາ ຫລື ວັກຊີນບໍ່ ?

ປັດຈຸບັນຍັງບໍ່ມີຢາ ຫລື ວັກຊີນປິ່ນປົວຝີຕຸ່ມລີງ, ແຕ່ສາມາດຄວບຄຸມການລະບາດດ້ວຍການປ້ອງກັນການຕິດເຊື້ອ. ເຖິງຢ່າງໃດກໍດີ, ວັກຊີນປ້ອງກັນຝີຕຸ່ມລີງມີປະສິດທິພາບໃນການປ້ອງກັນຝີຕຸ່ມລີງໄດ້ 85%.

ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ? - 4 - ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ?
ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ? - 5 - ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ?
ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ? - 3 - ຝີຕຸ່ມລີງອັນຕະລາຍບໍ່ ? ຕິດງ່າຍ ຫລື ບໍ່ ? ມີຢາ ຫລື ວັກຊີນບໍ່ ?