ພຣີເມຍລີກ ອະນຸຍາດໃຫ້ ໂບລີ ຊື້ເຊລຊີໄດ້

ຖືເປັນຂ່າວດີສຳລັບເຫລົ່າແຟນບານ ເຊລຊີ ເພາະຫລ້າສຸດ ພຣີເມຍລີກ ຢືນຢັນໃຫ້ ທັອດ ໂບລີ ຊື້ກິດຈະການສະໂມສອນ ເຊລຊີ ຮຽບຮ້ອຍແລ້ວ ແຕ່ຍັງຕ້ອງຖ້າອະນຸຍາດຈາກລັດຖະບານ.
ຄະນະບໍລິຫານ ພຣີເມຍລີກ ອະນຸມັດການເຂົ້າຄວບຄຸມກິດຈະການສະໂມສອນ ເຊລຊີ ມູນຄ່າ 4,250 ລ້ານປອນ ຂອງ ທັອດ ໂບລີ ມະຫາເສດຖີຊາວອາເມລິກາ ເປັນທີ່ຮຽບຮ້ອຍແລ້ວ ເມື່ອວັນອັງຄານທີ 24 ພຶດສະພາທີ່ຜ່ານມາ.
ແນວໃດກໍຕາມ ການຊື້ ເຊລຊີ ຂອງ ໂບລີ ຈາກ ໂຣມັນ ອະບຣາໂມວິດ ເຈົ້ງຂອງສະໂມສອນເກ່ົາ ຍັງຄົງຕ້ອງຖ້າອະນຸຍາດຈາກລັດຖະບານອັງກິດວ່າ ເງິນທັງຫມົດຈະບໍ່ຕົກເປັນຂອງ ອະບຣາໂມວິດ ເຊິ່ງຖືກຂວຳ້ບາດຈາກເຫດການ ຣັສເຊຍ ບຸກ ຢູເຄຣນ ລວມເຖິງເງິນຈຳນວນ 1,600 ລ້ານປອນ ທີ່ເຄີຍປ່ອຍໃຫ້ ເຊລຊີ ກູ້ຢືມໄປ.
‘‘ ມື້ນີ້ຄະນະກຳມະການພຣີເມຍລີກ ໄດ້ອະນຸມັດການຊື້ກິດຈະການສະໂມສອນເຊລຊີ ໂດຍ ທັອດ ໂບລີ ແລະ ກຸ່ມ ເຄລຍເລກ ຮຽບຮ້ອຍ ເຊິ່ງຕອນນີ້ຂຶ້ນຢູ່ກັບລັດຖະບານ ທີ່ຈະອອກໃບອະນຸຍາດການຂາຍທີ່ຈຳເປັນ ແລະ ການດຳເນີນການຂັ້ນຕອນສຸດທ້າຍຂອງການທຳທຸລະກຳໃຫ້ສຳເລັດຢ່າງເປັນທີ່ຫນ້າພໍໃຈ ’’ ຖະແຫລງການຈາກ ພຣີເມຍລີກ ລະບຸ.