5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ.

5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ. - aHR0cHM6Ly9zLmlzYW5vb2suY29tL2hlLzAvdWQvNi8zMzk1My9kdXJpYW4uanBn - 5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ.
5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ. - kitchen vibe - 5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ.

ໝາກຖົ່ວລຽນ 100 ກຣາມ ປະກອບດ້ວຍພະລັງງານ 174 ກິໂລກາລໍຣີ, ຄາໂບໄຮເດຣດ 27,09 ກຣາມ ແລະ ຍັງມີເສັ້ນໄຍອາຫານ, ໄຂມັນ, ໂປຣຕິນ, ວິຕາມິນ ແລະ ແຮ່ທາດອື່ນໆອີກຫລວງຫລາຍ ທາງການແພດຈຶ່ງຖືເອົາໝາກຖົ່ວລຽນເປັນໝາກໄມ້ລົດຊາດຫວານ, ມີລິດຮ້ອນ ທີ່ມີປະໂຫຍດຕໍ່ສຸຂະພາບ ເຊັ່ນ :

  1. ຊ່ວຍບຳລຸງມ້າມ.
  2. ເພີ່ມລົມປານ (ຕາມຕຳລາແພດແຜນຈີນ).
  3. ບຳລຸງໝາກໄຂ່ຫລັງ.
  4. ເພີ່ມຫຍາງ ຫລື ເພີ່ມຄວາມອົບອຸ່ນໃຫ້ຮ່າງກາຍ.
  5. ມີເສັ້ນໄຍອາຫານທີ່ຊ່ວຍສົ່ງເສີມການເຮັດວຽກຂອງລະບົບຂັບຖ່າຍ.
  6. ມີເບຕາແຄໂຣທີນ ຊ່ວຍບຳລຸງສາຍຕາ.
  7. ມີໂຟເລດ ທີ່ຊ່ວຍສ້າງເມັດເລືອດ.
  8. ມີສານຕ້ານອະນຸມູນອິດສະລະ ຊ່ວຍຫລຸດການເສື່ອມສະພາບໃນແຊນຂອງຮ່າງກາຍ (ຫາກກິນໃນປະລິມານທີ່ເໝາະສົມ).

ໝາກຖົ່ວລຽນ ຈຶ່ງເໝາະສົມກັບຄົນທີ່ມີຮ່າງກາຍອ່ອນແອ, ເລືອດ ຫລື ລົມປານໜ້ອຍ. ແນວໃດກໍຕາມ, ທາງການແພດບໍ່ແນະນຳໃຫ້ກິນໝາກຖົ່ວລຽນເພື່ອຫວັງຜົນປະໂຫຍດດີໆຕໍ່ຮ່າງກາຍຕາມຂ້າງເທິງ ເພາະປະໂຫຍດຂອງໝາກຖົ່ວລຽນມາພ້ອມກັບຄາໂບໄຮເດຣດ, ນຳ້ຕານທີ່ຫລາຍ. ດັ່ງນັ້ນ, ການກິນໝາກຖົ່ວລຽນຫລາຍໆ ຈຶ່ງໃຫ້ໂທດຫລາຍກ່ວາປະໂຫຍດ.

5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ. - Visit Laos Visit SALANA BOUTIQUE HOTEL - 5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ.
5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ. - Visit Laos Visit SALANA BOUTIQUE HOTEL - 5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ.
  • ທາງການແພດແຜນຈີນແນະນຳວ່າ : ໝາກຖົ່ວລຽນເປັນໝາກໄມ້ທີ່ມີລິດຮ້ອນ ການບໍລິໂພກໝາກຖົ່ວລຽນຫລາຍເກີນໄປຈຶ່ງເຮັດໃຫ້ຮ່າງກາຍສະສົມຄວາມຮ້ອນຫລາຍເກີນໄປ ອາດສົ່ງຜົນຮ້າຍຕໍ່ຮ່າງກາຍ ເຊັ່ນ :
  1. ຮ້ອນໃນ – ເປັນບາດແຜໃນປາກ.
  2. ເຈັບຄໍ.
  3. ຂັບຖ່າຍຍາກ.
  • ຜູ້ທີ່ມີສຸຂະພາບຮ່າງກາຍໄປທາງຮ້ອນ ຫລື ບົກພ່ອງ ຄວນກິນໝາກຖົ່ວລຽນໃນປະລິມານທີ່ພໍດີ ບໍ່ຫລາຍເກີນໄປ.

+ ກຸ່ມຄົນທີ່ຄວນລະມັດລະວັງໃນການກິນໝາກຖົ່ວລຽນເປັນພິເສດ ມີຄື :

  • ກຸ່ມຄົນປ່ວຍທີ່ມີພະຍາດປະຈຳໂຕ ເຊັ່ນ:
  1. ເບົາຫວານ ເພາະໝາກຖົ່ວລຽນມີນຳ້ຕານຫລາຍ ອາດເຮັດໃຫ້ຮ່າງກາຍຄວບຄຸມລະດັບນຳ້ຕານໃນເລືອດໄດ້ບໍ່ດີພໍ.
  2. ຄວາມດັນເລືອດສູງ ໝາກຖົ່ວລຽນມີພະລັງງານຫລາຍ ແລະ ມີລິດຮ້ອນ ອາດເຮັດໃຫ້ຄວາມດັນເລືອດສູງຂຶ້ນໄດ້.
  3. ພະຍາດໝາກໄຂ່ຫລັງ ໝາກຖົ່ວລຽນເປັນໝາກໄມ້ທີ່ມີໂປຕັສຊຽມຫລາຍ ຫາກຮ່າງກາຍໄລ່ໂປຕັສຊຽມສ່ວນເກີນອອກບໍ່ທັນ ອາດເຮັດໃຫ້ໝາກໄຂ່ຫລັງເຮັດວຽກໜັກເກີນໄປ.
  4. ຫລອດເລືອດຫົວໃຈຕີບ ຫາກໂປຕັສຊຽມຈາກໝາກຖົ່ວລຽນສະສົມໃນຮ່າງກາຍຫລາຍເກີນໄປ ອາດເຮັດໃຫ້ເກີດອາການຫົວໃຈເຕັ້ນຜິດຈັງຫວະໄດ້.
  5. ລວມເຖິງຄົນທີ່ມີຄວາມຕ້ອງການຄວບຄຸມນຳ້ຕານໃນເລືອດ ຄວນບໍລິໂພກໝາກຖົ່ວລຽນໃນປະລິມານທີ່ເໝາະສົມ ບໍ່ຫລາຍຈົນເກີນໄປ ແລະ ບໍ່ໜ້ອນຈົນເກີນໄປຄືກັນ.

+ ສິ່ງທີ່ບໍ່ຄວນກິນຮ່ວມກັບໝາກຖົ່ວລຽນ ມີຄື :

  1. ອານກໍຮໍ ອາດເຮັດໃຫ້ໜ້າແດງ,​ ມຶນຊາ, ວິນຫົວ ຫລື ຮາກໄດ້ ເພາະອາຫານໃຫ້ພະລັງງານຫລາຍທັງສອງ ສາມາດເຮັດໃຫ້ນຳ້ຕານໃນເລືອດສູງຂຶ້ນຢ່າງໄວວາໄດ້.
  2. ເຄື່ອງດື່ມທີ່ມີກາເຟອີນ ເຊັ່ນ : ຊາ, ກາເຟ ເພາະອາດເຮັດໃຫ້ເຈັຍຫົວໄດ້.
  3. ໝາກມັງຄຸດ ທ່ານອາດເຄີຍໄດ້ຍິນວ່າໝາກມັງຄຸດເປັນຢາເຢັນທີ່ຊ່ວຍຮັກສາຄວາມດຸ່ນດ່ຽງໃຫ້ແກ່ຮ່າງກາຍຈາກການກິນໝາກຖົ່ວລຽນທີ່ມີລິດຮ້ອນ, ແຕ່ຄວາມຈິງແລ້ວ ໝາກຖົ່ວລຽນ ແລະ ໝາກມັງຄຸດລ້ວນແຕ່ເປັນໝາກໄມ້ທີ່ມີນຳ້ຕານຫລາຍທັງສອງ ດັ່ງນັ້ໜ, ຈຶ່ງບໍ່ຄວນກິນຄູ່ກັນ ແນະ ບໍ່ຄວນກິນໃນປະລິມານທີ່ຫລາຍເກີນໄປ.
  4. ເວລາໃດທີ່ກິນໝາກຖົ່ວລຽນ ຢ່າລືມອອກກຳລັງກາຍເປັນປະຈຳຄຽງຄູ່ກັນໄປ.

 

5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ. - 3 - 5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ.
5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ. - 5 - 5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ.
5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ. - 4 - 5 ວິທີກິນໝາກຖົ່ວລຽນໃຫ້ປອດໄພຕໍ່ສຸຂະພາບ.