ແມ່ຕູ້ຊາວອາເມລິກາສຸດເຮັງ ພົບເງິນ 36.000 ໂດລາ ເສື່ອງໃນໂຊຟາມືສອງ

ແມ່ຕູ້ຊາວອາເມລິກາຄົນໜຶ່ງ ພົບເງິນທີ່ເສື່ອງໄວ້ໃນໂຊຟາມືສອງທີ່ໄດ້ມາແບບຟຣີໆຈາກການປະກາດໃນເວັບໄຊ ມູນຄ່າ 36.000 ໂດລາສະຫະລັດ.
ແມ່ຕູ້ ວິກກີ ຢູໂມດູ ຈາກເມືອງໂຄລຕັນ ລັດແຄລິຟໍເນຍ ພົບໂຄສະນາແຈກໂຊຟາໃນເວັບໄຊ “Craigslist” ລະຫວ່າງກຳລັງຊອກຫາເຟີນີເຈີສຳລັບເຮືອນໃໝ່ຂອງລາວ ໂດຍເຟີນີເຈີດັ່ງກ່າວເປັນຂອງພີ່ນ້ອງທີ່ເສຍຊີວິດໄປແລ້ວຂອງຄອບຄົວນັ້ນ ປະກອບມີໂຊຟາ 2 ໜ່ວຍ ແລະ ຕັ່ງ 1 ໜ່ວຍ.
ແມ່ຕູ້ ຢູໂມດູ ໄປເບິ່ງປະກາດໂຄສະນາດັ່ງກ່າວ ແລ້ວພົບວ່າຄອບຄົວທີ່ລົງປະກາດ ຕ້ອງການແຈກໂຊຟາ ແລະ ສິ່ງຂອງອື່ນໆທີ່ຢູ່ໃນຫ້ອງນອນຂອງຜູ້ຕາຍ. ແມ່ຕູ້ຢູໂມດູ ໂທລະສັບຕິດຕໍ່ໄປຕາມໝາຍເລກທີ່ລົງໄວ້ ເຖິງວ່າລາວບໍ່ແນ່ໃຈວ່າຈະເປັນການແຈກຟຣີແທ້ໆ.
ແຕ່ປາກົດວ່າຄອບຄົວດັ່ງກ່າວແຈກເຄື່ອງເຮືອນໃຫ້ຟຣີແທ້ໆ, ແມ່ຕູ້ຢູໂມດູ ຈຶ່ງເລືອກສິ່ງທີ່ລາວຕ້ອງການ ແລະ ຂົນກັບເຮືອນ, ແຕ່ແລ້ວລາວຕ້ອງຕົກໃຈເມື່ອສຳຫລວດໂຊຟາທີ່ລາວຂົນກັບມາຢ່າງລະອຽດ.
ລາຍງານຂອງສຳນັກຂ່າວທ້ອງຖິ່ນລະບຸວ່າ: ແມ່ຕູ້ຢູໂມດູ ພົບຊອງເຊິ່ງມີເງິນຢູ່ທາງໃນ ເຊື່ອງໄວ້ໃນເບາະນັ່ງ ເປັນເງິນຈຳນວນ 36.000 ໂດລາສະຫະລັດ, ລາວຮ້ອງໂຮດ້ວຍຄວາມດີໃຈ ແຕ່ໃນທີ່ສຸດລາວຕັດສິນໃຈຈະຄືນເງິນທີ່ພົບໃຫ້ຄອບຄົວເຊິ່ງເປັນເຈົ້າຂອງເກົ່າຂອງໂຊຟາ ໂດຍກ່າວວ່າ: ພະເຈົ້າໄດ້ມອບສິ່ງທີ່ລາວຕ້ອງການໃຫ້ຄົບແລ້ວ ຄືລູກຫລານຂອງລາວທີ່ຍັງຢູ່ພ້ອມໜ້າ ແລະ ລາວບໍ່ຕ້ອງການຫຍັງໄປຫລາຍກວ່ານີ້.
ຕໍ່ມາ ຄອບຄົວທີ່ເປັນເຈົ້າຂອງເກົ່າຂອງໂຊຟາ ໄດ້ແບ່ງເງິນໃຫ້ແມ່ຕູ້ຢູໂມດູ ຈຳນວນ 2.200 ໂດລາສະຫະລັດ ພ້ອມທັງສະແດງຈຸດປະສົງຈະຊື້ຕູ້ເຢັນໜ່ວຍໃໝ່ໃຫ້ລາວ. ນອກຈາກນີ້ ພວກເຂົາຍັງບອກອີກວ່າ: ໄດ້ຄົ້ນເຫັນເງິນຂອງຜູ້ຕາຍເຊື່ອງໄວ້ໃນບ່ອນອື່ນໆຂອງເຮືອນນຳອີກ.