WHO ກຽມປະຊຸມສຸກເສີນ ພິຈາລະນາສະຖານະການພະຍາດໝາກສຸກລີງ ພົບກະຈາຍໄປພື້ນທີ່ໃໝ່ຕໍ່ເນື່ອງ

ອົງການອະນາໄມໂລກກຽມຈັດກອງປະຊຸມເພື່ອພິຈາລະນາພະຍາດໝາກສຸກລີງເປັນພາວະສຸກເສີນດ້ານສາທາລະນະສຸກລະດັບໂລກອີກກາງເດືອນນີ້ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ ແລະ ແພ່ກະຈາຍໄປຫລາຍປະເທດເພີ່ມຂຶ້ນ.
ອົງການອະນາໄມໂລກ (WHO) ເປີດເຜີຍວ່າ: ຈຳນວນຜູ້ຕິດເຊື້ອພະຍາດໝາກສຸກລີງທີ່ໄດ້ຮັບລາຍງານມາຈາກທົ່ວໂລກເພີ່ມຂຶ້ນເປັນ 6.027 ຄົນໃນ 58 ປະເທດ ແລະ ພົບຜູ້ເສຍຊີວິດເພີ່ມຂຶ້ນອີກ 2 ຄົນ ສົ່ງຜົນໃຫ້ຈຳນວນຜູ້ເສຍຊີວິດຈາກພະຍາດໝາກສຸກລີງເທື່ອນີ້ເພີ່ມເປັນ 3 ຄົນແລ້ວ ໂດຍຜູ້ຕິດເຊື້ອສ່ວນຫລາຍພົບໃນພາກພື້ນເອີຣົບ, ສ່ວນຜູ້ເສຍຊີວິດທັງ 3 ຄົນຢູ່ໃນທະວີບອາຟຣິກາ.
ເຖິງຢ່າງໃດກໍຕາມ, WHO ລະບຸວ່າ: ຜູ້ຕິດເຊື້ອພະຍາດໝາກສຸກລີງທົ່ວໂລກສ່ວນຫລາຍເຖິງ 99% ຍັງເປັນຜູ້ຊາຍທີ່ມີປະຫວັດມີເພດສຳພັນກັບຜູ້ຊາຍນຳກັນໜຶ່ງຄົນ ຫລື ຫລາຍກວ່າໜຶ່ງຄົນ ກ່ອນມີອາການ ເຊິ່ງບົ່ງຊີ້ວ່າ: ການລະບາດຍັງເກີດຂຶ້ນເປັນກຸ່ມກ້ອນ ແລະ ບໍ່ມີການແພ່ລະບາດອອກໄປນອກກຸ່ມປະຊາກອນອື່ນໆ.
ທ່ານ ທີໂດຣສ ອັດຮານອມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ WHO ກ່າວໃນວັນທີ 6 ກໍລະກົດວ່າ: ຈະນັດປະຊຸມຄະນະກຳມະການ ແລະ ຜູ້ຊ່ຽວຊານເພື່ອຫາລືວ່າຈະປະກາດໃຫ້ພະຍາດໝາກສຸກລີງເປັນພາວະສຸກເສີນດ້ານສາທາລະນະສຸກລະດັບໂລກ ເຊິ່ງເປັນຄຳເຕືອນລະດັບສູງສຸດຂອງ WHO ຫລື ບໍ່ ປະມານວັນທີ 18 ກໍລະກົດນີ້ ຫລັງຈາກກ່ອນໜ້ານີ້ເຄີຍມີການພິຈາລະນາມາແລ້ວເທື່ອໜຶ່ງ ແຕ່ທາງຄະນະກຳມະການຍັງບໍ່ເຫັນສົມຄວນໃຫ້ມີການປະກາດໃນເວລານັ້ນ.
ອ້າງອີງ: