ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່?

ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່? - stomach left 2 - ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່?
ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່? - kitchen vibe - ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່?

ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່?

ເມື່ອຂື້ນຊື່ວ່າເຈັບທ້ອງແລ້ງ ຄົງບໍ່ມີເທື່ອໃດທີ່ເຮົາຈະສາມາດບອກໄດ້ວ່າອາການທີ່ເຈັບນັ້ນເກີດມາຈາກສາເຫດຫຍັງ? ຫລື ເປັນເພາະພາຍໃນຊ່ອງທ້ອງນັ້ນປະກອບດ້ວຍອະໄວຍະວະຫລາຍສ່ວນມີການເຮັດວຽກ ແລະ ບັນຫາທີ່ເກີດຂຶ້ນໃນແຕ່ລະຄັ້ງແຕກຕ່າງກັນ ແລະ ເກີດຂຶ້ນຈາກຫລາຍສາເຫດ ຈາກຫລາຍພະຍາດ, ອາການເຈັບທ້ອງນັ້ນເກີດຂຶ້ນຈາກຫລາຍສາເຫດ ຫາກເປັນສາວໆ ແລ້ວ ອາການເຈັບທ້ອງສາມາດເກີດຂຶ້ນໄດ້ຕະຫລອດ ແລະ ມັກຈະເຊົາໄປເອງ ເຊິ່ງອາການເຈັບທ້ອງເບື້ອງຊ້າຍ ຫລື ເຈັບທ້ອງນ້ອຍເປັນສັນຍານເຕືອນທີ່ເກີດຈາກອາການຜິດປົກະຕິທົ່ວໄປ ເປັນພຽງບໍ່ຮອດຊົ່ວໂມງແລ້ວເຊົາ ແລ້ວອາການດັ່ງກ່າວຈະກັບມາເປັນອີກຈົນກາຍເປັນຊ້ຳເຮື້ອ ທາງທີ່ດີຖ້າທ່ານມີອາການດັ່ງກ່າວຄວນໄປປຶກສາແພດໝໍເພື່ອເຂົ້າຮັບການປິ່ນປົວຕາມອາການ

ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່? - Visit Laos Visit SALANA BOUTIQUE HOTEL - ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່?
ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່? - Visit Laos Visit SALANA BOUTIQUE HOTEL - ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່?
  • ໄສ້ເລື່ອນ

ລຳໄສ້ຈະແລ່ນຜ່ານຊ່ອງທ້ອງໄປລວມຕົວກັນຢູ່ບ່ອນໃດບ່ອນໜຶ່ງ ໂດຍບໍ່ຈຳກັດວ່າຈະເກີດຂຶ້ນກັບຜູ້ຍິງ ຫລື ຜູ້ຊາຍ

ເຮັດໃຫ້ມີອາການເຈັບທ້ອງຢ່າງຮຸນແຮງແລະ ຈະເປັນກ້ອນຢູ່ບໍລິເວນໜ້າທ້ອງ

  • ລູກນອກພົກ

ຜູ້ຍິງທີ່ກຳລັງຖືພາ ຫາກມີອາການເຈັບທ້ອງເບື້ອງຊ້າຍ ບົ່ງບອກເຖິງການມີລູກຢູ່ນອກພົກເປັນອັນຕະລາຍຕໍ່ລູກ ແລະ

ແມ່ ຈະມີອາການປວດເນື່ອງມາຈາກເສັ້ນຍືດມົດລູກເກີດຊີສໃນຮັງໄຂ່

  • ປອດບວມ

ປອດມີການຕິດເຊື້ອ ປອດຈະມີການຂະຫຍາຍຕົວໄປກົດທັບອະໄວຍະວະສຳຄັນທີ່ໃກ້ຄຽງ ຈະເຮັດໃຫ້ຫາຍໃຈລຳບາກ

ເຈັບໜ້າເອິກ ມີໄຂ້ສູງ ໜາວສັ່ນ ແລະ ໄອ

  • ກະເພາະອັກເສບ
  • ການກິນອາຫານທີ່ບໍ່ສະອາດ ຫລື ເປັນອາຫານທີ່ມີສານປົນເປື້ອນ ມີເຊື້ອໄວຣັສ ຕະຫລອດຈົນຮອດເຊື້ອແບັດທີເຣຍ ຈະມີອາການເຈັບທ້ອງຢ່າງຮຸນແຮງລວມເຖິງ ປວດຮາກ ເບື່ອອາຫານ
  • ແກ໊ສໃນກະເພາະ

ໃນເຄື່ອງດື່ມ ຫລື ອາຫານບາງຊະນິດເມື່ອເຮົາກິນເຂົ້າໄປແລ້ວອາດເຮັດໃຫ້ເກີດແກື້ສໃນກະເພາະອາຫານໄດ້ ບາງ

ກໍລະນີອາດມີອາການຈຸກສຽບ ແໜ້ນທ້ອງ ເຮັດໃຫ້ອຶດອັດ

  • ອາຫານເປັນພິດ

ສາເຫດເກີດຈາກການຕິດເຊື້ອທີ່ມາຈາກອາຫານຈະມີອາການ ປຸ້ນທ້ອງ ປວດຮາກປວດຕາມຕົນໂຕ ຈະມີອາການສະແດງໃນ 48 ຊົ່ວໂມງຫລັງຈາກກິນອາຫານທີ່ມີເຊື້ອ

 

ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່? - 3 - ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່?
ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່? - 5 - ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່?
ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່? - 4 - ເຈັບທ້ອງເບື້ອງຊ້າຍເປັນພະຍາດໃດແດ່?